Header Ads

ປະທານປະເທດຢ້ຽມຢາມ ແລະ ພົບປະປະຊາຊົນ 2 ບ້ານທຸກຍາກຢູ່ແຂວງສະຫວັນນະເຂດ






ໃນວັນທີ 27 ພຶດສະພາ 2018 ຜ່ານມາ, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວພ້ອມຄະນະລົງຢ້ຽມຢາມ ແລະ ພົບປະພໍ່ແມ່ປະຊາຊົນຜູ້ທຸກຍາກ 27 ຄອບຄົວຢູ່​ ບ້ານຄຳປ່າແໜ ແລະ ບ້ານປ່າກ້ວຍ ເມືອງຈຳພອນ ແຂວງສະຫວັນນະເຂດ ໂດຍໃຫ້ຕ້ອນຮັບຂອງ ທ່ານ ​ເກ​ຍ ອູ໊ສິດທິ​​ເດດ ​ນັກທຸລະກິດຜູ້ໃຈເມດຕາ, ການນໍາເມືອງ ແລະ ພໍ່ແມ່ປະຊາຊົນຢູ່ບ້ານດັ່ງກ່າວ.





ທ່ານ ​ເກ​ຍ ອູ໊ສິດທິ​​ເດດ ເຈົ້າ​ຂອງທຸລະກິດ ( ບໍລິສັດ​ອຸດົມ​ຊັບ ​ແຮ່​ຊາຍ, ບໍລິສັດ​ອຸດົມ​ຊັບ​ກໍ່ສ້າງ​ຈໍ​າກັດ​ຜູ້​ດຽວ ​ແລະ ​ໂຮງງານ​ຜະລິດ​ນໍ້າກ້ອນ ​ແລະ ນໍ້າ​ດື່ມ​ປາ​ໂລມາ​ຄໍາ​​ໄດ້ລາຍງານຕໍ່ ທ່ານ ປະທານປະເທດໃຫ້ຊາບວ່າ: ຕົນເອງ​​ເດ່ມື​ເຂົ້າ​ໄປ​ຊ່ວຍ​ເຫລືອ​ສ້າງ​ງານ, ສ້າງ​ອາຊີບ ​ແລະ ປົວ​ແປງ​ຊີວິດ​ການ​ເປັນ​ຢູ່ໃຫ້​ຜູ້​ທຸກ​ຍາກ ຫລື ຄົນ​ຂໍທານ 27 ຄອບຄົວຢູ່​ ບ້ານຄຳປ່າແໜ ແລະ ບ້ານປ່າກ້ວຍ ເມືອງຈຳພອນ ແຂວງສະຫວັນນະເຂດນັບແຕ່ປີ 2015 ເຊິ່ງ​​ໄດ້​ຊັບ​ຕົນ​ເອງ​ປະມານ 6 ຕື້​ກວ່າ​ກີບ​ໂດຍ​ບໍ່​ຫວັງ​ຜົນ​ຕອບ​ແທນ​ເພື່ອ​ເຮັດ​ໃຫ້​ກຸ່ມ​ຜູ້​ທຸກ​ຍາກ​ ​ແລະ ຂໍທານເຫລົ່າ​ນັ້ນ​ຫັນ​ກັບ​ມາ​ເຮັດ​ອາຊີບ​ທີ່​ໝັ້ນຄົງ ​ແລະ ປະ​ຖິ້ມ​ອາຊີບ​ຂໍທານ ປັດຈຸບັນນີ້ ຄົນຂໍທ່ານ 27 ຄອບຄົວໄດ້ປະຖິ້ມອາຊີບຂໍທານຢ່າງສິ້ນເຊີງແລ້ວຍ້ອນເຂົາເຈົ້າມີອາຊີບຖາວອນ, ມີການປູກ-ການລ້ຽງສົ່ງຂາຍຕະຫລາດສ້າງລາຍຮັບເຂົ້າຄອບຄົວປະຈໍາວັນ, ຈັດສັນເນື້ອທີ່ການຜະລິດ, ສ້າງເຮືອນໃຫ້, ສ້າງໂຮງຮຽນ ແລະ ອື່ນໆ.




ນັບແຕ່ປີ 2015 ທ່ານໄດ້​ປະກອບສ່ວນທຶນຕົນ​ເອງ 2 ຕື້​ກວ່າ​ກີບ​ເຂົ້າ​ໃນ​ໂຄງການ​ລຶບລ້າງ​ຄວາມທຸກ​ຍາກຊ່ວຍ​ປະຊາຊົນ 27 ຄອບຄົວ​ເປົ້າ​ໝາຍຢູ່​ ບ້ານຄຳປ່າແໜ ແລະ ບ້ານປ່າກ້ວຍ ເມືອງຈຳພອນ​ເພື່ອ ​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ການ​ດຳລົງ​ຊີວິດ​​ດີ​ຂຶ້ນ, ​ຫຍັບ​ຫ່າງ​ອອກ​ຈາກ​ການ​ໄປ​ຂໍທານ, ຮູ້​ອອກ​ແຮງ​ງານເພີ່ມ​ພູນ​ຜະລິດຜົນ ສ້າງ​ເສດຖະກິດ​ຄອບຄົວ​ແບບ​ກຸ້ມ​ຕົນ​ເອງ, ​ເພິ່ງ​ຕົນ​ເອງ ​ແລະ ສ້າງ​ຄວາມ​​ເຂັ້ມ​ແຂງໃຫ້​ຕົນ​ເອງ ເຊິ່ງ​ໂຄງການ​ດັ່ງກ່າວ​ໄດ້​ສະໜອງເຂົ້າ​ກິນຈຳ​ນວນ 34.000 ກວ່າກິ​ໂລມູນ​ຄ່າ 158 ລ້ານ​ກວ່າ​ກີບ, ​ເຈາະ​ນ້ຳ​ບາ​ດານ ຈຳນວນ 75 ໜ່ວຍ, ​ແອ່ງ​ໃສ່​ນ້ຳ 120 ໜ່ວຍ, ບຸກ​ເບີກ​ເນື້ອ​ທີ່​ນາ 110 ​ເຮັກຕາ, ​ແນວ​ພັນ​ເຂົ້າ 7.000 ກິ​ໂລ, ສ້ອມ​ແປງ​ໂຮງຮຽນ-ຫ້ອງ​ນໍ້າ, ຈັດ​ສັນ​ເນື້ອ​ທີ່​ສວນ​ປູກ​ພືດ​ຕ່າງໆ 90 ຕອນ 42.870 ​ເຮັກຕາ, ມອບ​ເຄື່ອງນຸ່ງ​ຫົ່ມ, ອຸປະກອນ​ການ​ຮຽນ, ໜໍ່ກ້ວຍ 2. 000 ໜໍ່, ​ມັນ​ຕົ້ນ, ໜໍ່​ພ້າວ ​​ແລະ ອື່ນໆ ພ້ອມ​ດຽວ​ກັນ ​ກໍ​ຍັງ​ໄດ້​ຝຶກ​ວິຊາ​ຊີບ​ໃຫ້​ຄົນ​ຂໍທານ, ​ເຊີນ​ວິຊາ​ການດ້ານ​ປູກ​ເຂົ້າ ລົງ​ວິ​ໄຈ​ດິນ​ນາ ​ແລະ ​ແນວ​ພັນ​ເຂົ້າທີ່​ຈະ​ປູກ ພ້ອມ​ທັງ​ແນ​ະ​ນຳ​ວິທີ​ການ​ປູກ, ການ​ບົວລະບັດ​ຮັກສາ ​ແລະ ​ເກັບ​ກ່ຽວ​ຜົນລະປູກ, ນອກຈາກ​ນັ້ນ, ​ໄດ້​ຮ່ວມ​ມື​ກັບ​ ສູນ​ຈັດ​ສັນ​ອາຊີບ​ຄົງ​ທີ່ ​ຂອງ​ເມືອງ​ຈຳ​ພອນ ​ເກັບ​ຊື້​ຜົນ​ຜະລິດຈາກ​ຊາວບ້ານ ​ເພື່ອ​ສ້າງ​ລາຍ​ຮັບໃຫ້​ເຂົາ​ເຈົ້າ.




ໃນ​ປີ 2016 ຂ້າພະເຈົ້າເຫັນວ່າ​ຍັງ​ມີຄວາມຈຳເປັນຫລາຍ ​ແລະ​ ໄດ້ຮັບຕື່ມອີກ 50 ຄອບຄົວ ເປັນ 70 ກວ່າຄອບຄົວກັບ 484 ຄົນ ​​ເຊິ່ງປັດຈຸບັນ​ນີ້​ຊີວິດ​ການ​ຢູ່​ຂອງ​ເຂົາ​ເຈົ້າ​ໄດ້​ຮັບ​ການ​ປັບປຸງ​ດີ​ຂຶ້ນ​ກວ່າ​ເກົ່າ​ຫລາຍ​ເທົ່າ ​ແລະ ກຸ່ມເປົ້າໝາຍກໍ​ໄດ້​ຢຸດໄປເລາະຂໍທານໄດ້ 90%. ສໍາລັບ​ແຜນ​ໃນຕໍ່​ໜ້າ​ຍັງ​ສືບຕໍ່ຊ່ວຍ​​ເຫລືອ​ປະຊາຊົນຢູ່ບ້ານໂນນຄ້າໃນ 30 ຄອບຄົວ ​ແຕ່​ບໍ່​ແມ່ນບ້ານເປົ້າໝາຍ ​ເຊິ່ງ ພວກເຮົາ ກຳລັງລົງໄປຊ່ວຍ ເປັນຂັ້ນຕອນທີ 2. ລະຫວ່າງ​ວັນ​ທີ 26 ມັງກອນ 2017 ຜ່ານ​ມາ​ນີ້, ທ່ານ ບຸນຍັງ ວໍລະຈິດ ປະ​ທານ​ປະ​ເທດ​ແຫ່ງ ສປປ ລາວກໍໄດ້ລົງ​ເຄື່ອນ​ໄຫວ​ຢ້ຽມຢາມ ​ແລະ ​ໃຫ້​ທິດຊີ້ນຳທາງ ອຳນາດການປົກຄອງເມືອງສົມທົບກັບບໍລິສັດທີ່ໄກ້ຄຽງ ແລະ ໂຮງງານ​ຜະລິດ​ນໍ້າກ້ອນ ​ແລະ ນໍ້າ​ດື່ມ​ປາ​ໂລມາ​ຄໍາ​ຂອງພວກເຮົານີ້ ​ໄປ​ຊ່ວຍອີກ ເພາະເຫັນຫລາຍຄອບຄົວຖອຍຫ່າງຈາກການຂໍທານກິນ ໂດຍຟື້ນຖານ ປັດຈຸບັນ​ນີ້ ​ໃນ​ເຂດ​ດັ່ງກ່າວ​ກຳລັງເກີດໜໍ່ແໜງ ໃຫ້ປະຊາຊົນຮູ້ການປູກຝັງ, ລ້ຽງສັດ ​ເພື່ອ​ປະກັນ​ໃຫ້​ເຂົາ​ເຈົ້າກຸ້ມກິນ ​ແລະ ຢູ່​ໄດ້ດ້ວຍຕົນເອງ. ​​ໂດຍ: ນໍ້າອອ້ຍຂົມ



Powered by Blogger.