Header Ads

ຮອງລັດຖະມົນຕີ ກະຊວງ ຮສສ ມອບເງິນຊ່ວຍເຫຼືອສຸກເສີນໃຫ້ແກ່ຄອບຄົວປະສົບອັກຄີໄພ ( ໄຟໄໝ້) ຢູ່ແຂວງຊຽງຂວາງ






ເພື່ອເປັນການຊ່ວຍເຫຼືອໃຫ້ກັບຄອບຄົວຜູ້ທີ່ຖືກເຄາະຮ້າຍຈາກ ອັກຄີໄພ ( ໄຟໄໝ້) ຢູ່ ບ້ານສັນແຟນ, ເມືອງຄຳ, ແຂວງຊຽງຂວາງ, ໃຫ້ທ່ວງທັນສະພາບການ ແລະ ເພື່ອແນໃສ່ປະກອບສ່ວນຊ່ວຍເຫຼືອທາງສັງຄົມໃຫ້ມີປະສິດທິພາບສູງ. ໃນວັນທີ 12 ພຶດສະພາ 2018ນີ້, ທີ່ ຫ້ອງວ່າການປົກຄອງແຂວງຊຽງຂວາງ, ໄດ້ມີພິທີມອບ-ຮັບເງິນ ຊ່ວຍເຫຼືອສົງເຄາະ, ຄອບຄົວຜູ້ທີ່ຖືກເຄາະຮ້າຍຈາກ ອັກຄີໄພ ( ໄຟໄໝ້) ເພື່ອນຳໄປຊື້ວັດຖຸອຸບປະກອນ ໃນນັ້ນລວມມີ: ສັງກະສີ ຈໍານວນ 1,700 ແຜ່ນ, ເຫຼັກຕະປູ 530 ກິໂລ, ເຂົ້າສານ 3,840 ກິໂລ ລວມເປັນເງິນທັງໝົດ 90.850.000 ( ເກົ້າສິບລ້ານແປດແສນຫ້າສິບພັນກີບ ) ແລະ ເຄື່ອງໃຊ້ຄົວເຮືອນ ຈຳນວນ 32 ຊຸດ, ເຊິງຜູ້ກ່າວມອບໂດຍ ທ່ານ ປອ ຄຳແກ້ວ ສານບຸນຄູນໄຊ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ( ຮສສ ) ແລະ ຜູ້ກ່າວຮັບໂດຍ ທ່ານ ບົວສອນ ສີນວນທອງ ຮອງເຈົ້າແຂວງ ແຂວງຊຽງຂວາງ ແລະ ທັງເປັນປະທານຄະນະກຳມະການໄພພິບັດ ຂັ້ນແຂວງ ພ້ອມດວ້ຍຄະນະທັງສອງຝາຍເຂົ້າຮ່ວມ.

ຄອບຄົວທີ່ຖືກເຄາະຮ້າຍຈາກ ອັກຄີໄພ ( ໄຟໄໝ້) ຢູ່ບ້ານສັນແຟນ, ເມືອງຄໍາ, ແຂວງຊຽງຂວາງ. ເຊິ່ງເຫດການດັ່ງກ່າວ ໄດ້ສ້າງຄວາມເສຍຫາຍອັນໜັກໜ່ວງຕໍ່ກັບຊັບສິນ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ເຊິ່ງພາຍບ້ານດັ່ງກ່າວມີທັງໝົດ 32 ຄອບຄົວ, 260ຄົນ, ຍີງ 119 ຄົນ .

ພາຍຫຼັງ ຮັບຟັງການລາຍງານສະພາບການ ແລະ ຜົນເສຍຫາຍແລ້ວ ທ່ານ ປອ ຄຳແກ້ວ ສານບຸນຄູນໄຊ ໄດ້ຕາງໜ້າຄະນະ , ກໍໄດ້ກ່າວສະແດງຄວາມເຫັນໃຈ ຕໍ່ຄອບຄົວທີ່ປະສົບອັກຄີໄພ ທີ່ເກີດຂື້ນຄັ້ງນີ້, ຊຶ່ງກໍໃຫ້ເກີດຜົນເສຍຫາຍຕໍ່ຊັບສິນຂອງບຸກຄົນເປັນຈຳນວນບໍ່ໜ້ອຍ, ແຕ່ຍ້ອນຄະນະພັກ ຄະນະນໍາແຂວງ ມີໄຫວພິບໃນການນຳພາຮັບມືໃນການແກ້ໄຂສົງເຄາະສຸກເສີນ ດັ່ງກ່າວ ຈຶ່ງເຮັດໃຫ້ທຸກພາກສ່ວນຮ່ວມແຮງຮ່ວມໃຈກັນເປັນເຈົ້າການ ແກ້ໄຂສະພາບການຢ່າງມີປະສິດທິຜົນ ແລະ ພ້ອມກັນຮີບຮ້ອນປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ຄືນສູ່ປົກກະຕິ.

ເຖິ່ງຢ່າງໃດກໍ່ຕາມ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກໍຍັງຕ້ອງການເງິນຊ່ວຍເຫຼືອຕື່ມອີກຈຳນວນຫລາຍ ເພື່ອນຳໄປຊ່ວຍເຫຼືອປະຊາຊົນຜູ້ທຸກຍາກ ແລະ ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດ ແລະ ເກັບໄວ້ເປັນຄັ້ງແຮສຸກເສີນ ເພື່ອຊ່ວຍເຫຼືອ ປະຊາຊົນໃນຄັ້ງຕໍ່ໄປໃຫ້ທັນກັບສະພາບການ.
ຈາກນັ້ນວັນຕໍ່ມາ ທ່ານ ຮອງລັດຖະມົນຕີ ( ຮສສ ) ພ້ອມຄະນະ, ໄດ້ເດີນທາງໄປຕິດຕາມ, ຊຸກຍູ້ ວຽກງານເກັບກູ້ລະເບີດ ທີ່ແຂວງຊຽງຂວາງ ແລະ ແຂວງຫົວພັນ ນຳອີກດ້ວຍ.

ພ້ອມ ກັນນີ້ ທ່ານ ຮອງລັັດຖະມົນຕີ ກະຊວງ ຮສສ ຍັງເຊີນຊວນມາຍັງ ບັນດາການຈັດຕັ້ງ ພາກລັດ, ເອກະຊົນ, ບັນດາທຸລະກິດ ຫ້າງຮ້ານ, ບັນດາຊັ້ນຄົນ ແລະ ອົງການຈັດຕັ້ງໃນສັງຄົມຜູ້ມີ ກຳລັງຊັບ, ມີວັດຖຸສາມາດປະ ກອບສ່ວນຊ່ວຍເຫຼືອພໍ່ແມ່ປະ ຊາຊົນທີ່ພວມຫຍຸ້ງຍາກ ສັບ ສົນທີ່ສຸດໃນປັດຈຸບັນ; ບັນດາ ທ່ານ ຫຼື ບັນດາພາກສ່ວນ ຕ່າງໆສາມາດພົວພັນໂດຍກົງ ຫາ ກົມສັງຄົມສົງເຄາະ ກະຊວງແຮງ ງານ ແລະ ສະຫວັດດີການສັງ ຄົມ. ເບີໂທ: 021 213005, 222776 ຫຼື 020 55521811, 22225185, 22228154, 55675089, 22232212, 55676987.

ໂດຍ: ນ.ເພັດສະໄໝ  (ກະຊວງແຮງງານ ແລະ ສະຫວັດດີການສັງຄົມ)

© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
_____


Powered by Blogger.