Header Ads

ຊາວໜຸ່ມ ລາວ-ກູບາ ສືບຕໍ່ຮ່ວມມືຫຼາຍວຽກງານ






ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ຄຊປປລ) ແລະ ສູນກາງຊາວໜຸ່ມກອມມູນິດກູບາ ຮ່ວມກັນຈັດພິທີພົບປະສອງຝ່າຍ ປະຈໍາປີ 2018 ຂຶ້ນໃນວັນທີ 24 ພຶດສະພາ ຜ່ານມາ ຢູ່ທີ່ນະຄອນຫຼວງວຽງຈັນ, ຝ່າຍລາວນໍາໂດຍ ທ່ານ ອາລຸນໄຊ ສູນນະລາດ ເລຂາ ຄຊປປລ, ຝ່າຍກູບານໍາໂດຍ ທ່ານ ນາງ ສູເຊລີ ມຣໍຟາ ກົງຊາເຣັສ ເລຂາທີໜຶ່ງສູນກາງຊາວໜຸ່ມກອມມູນິດກູບາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ທັງສອງຝ່າຍ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ທ່ານ ອາລຸນໄຊ ສູນນະລາດ ກ່າວວ່າ: ການພົບປະກັນໃນຄັ້ງນີ້ ທັງສອງຝ່າຍຈະປຶກສາຫາລືກັນໃນຫຼາຍຂົງເຂດວຽກງານເປັນຕົ້ນ ແມ່ນ: ກ່ຽວກັບການພັດທະນາຊາວ-ໜຸ່ມເຍົາວະຊົນ ແລະ ຍຸດທະສາດການພັດທະນາຊາວໜຸ່ມໃນໄລຍະໃໝ່, ການຈັດຕັ້ງປະຕິບັດກິດຈະກໍາການຮ່ວມມືຂອງ ຄະນະຊາວໜຸ່ມລາວ-ກູບາ ໃນຊຸມປີຜ່ານມາ ແລະ ວາງແຜນການຈັດຕັ້ງປະຕິບັດການຮ່ວມມືໃນຕໍ່ໜ້າ ພ້ອມກັນຊຸກຍູ້ການຮ່ວມມືໃນບັນດາຄະແໜງການທີ່ມີທ່າແຮງ, ສະໜັບສະໜູນເຊິ່ງກັນແລະກັນໃນເວທີຫຼາຍຝ່າຍ ໂດຍສະເພາະໃນຂົງເຂດວຽກງານຊາວໜຸ່ມປະຊາທິປະໄຕໂລກ ແລະ ສະໜັບສະໜູນໃຫ້ສອງຝ່າຍມີການໄປມາຫາສູ່ກັນຫຼາຍຂຶ້ນ.


ຜ່ານການປຶກສາຫາລືທັງສອງຝ່າຍຕົກລົງເຫັນດີເປັນເອກະພາບກັນໃນຫຼາຍໜ້າວຽກຄື: ເຫັນດີເປັນເອກະພາບໃນການໄປ-ມາຫາສູ່ກັນ ແລະ ແລກປ່ຽນການຢ້ຽມຢາມເຊິ່ງກັນແລະກັນ, ໃຫ້ການຊ່ວຍເຫຼືອເຊິ່ງກັນແລະກັນ, ຖ່າຍທອດບົດຮຽນ ແລະ ແລກປ່ຽນບົດຮຽນທາງດ້ານວິຊາການໃນຂະແໜງທີ່ຈໍາເປັນ ໂດຍສະເພາະແມ່ນການພັດທະນາວຽກງານຊາວໜຸ່ມ-ເຍົາວະຊົນຂອງສອງປະເທດ ໃຫ້ໜັກແໜ້ນ ແລະ ກວ້າງຂວາງ; ໂອກາດດຽວກັນ, ທັງສອງຝ່າຍກໍໄດ້ລົງນາມເຊັນບົດບັນທຶກຮ່ວມກັນ ຕາງໜ້າຝ່າຍລາວເຊັນໂດຍ ທ່ານ ອາລຸນໄຊ ສູນນະລາດ, ຝ່າຍກູບາເຊັນໂດຍ ທ່ານ ນາງ ສູເຊລີ ມຣໍຟາ ກົງຊາເຣັສ.

ຂໍ້ມູນນສພ ຄວາມສະຫງົບ 
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com



Powered by Blogger.