Header Ads

ສານຂອງພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ເນື່ອງໃນໂອກາດ ວັນເດັກສາກົນ ວັນທີ 1 ມິຖຸນາ 2018





ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫຼາຍ !

ໃນທາມກາງບັນຍາກາດ ທີ່ບັນດາປະຊາຊາດ ພວມສະເຫຼີມສະຫຼອງວັນເດັກສາກົນ ເພື່ອປົກປ້ອງ ແລະ ສົ່ງເສີມເດັກໃນທົ່ວໂລກ, ພວກເຮົາພ້ອມກັນສະເຫຼີມສະຫຼອງວັນເດັກສາກົນ ວັນທີ 1 ມິຖຸນາ 2018 ຢ່າງເປັນຂະບວນຟົດຟື້ນ. ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ຂ້າພະເຈົ້າ ຂໍຕາງຫນ້າໃຫ້ການນຳພັກ ແລະ ລັດຖະບານ ອວຍພອນໃຫ້ເດັກໝົດທຸກຄົນ ຊຶ່ງເປັນລູກ, ເປັນຫຼານ ແລະ ເປັນອະນາຄົດຂອງຊາດລາວເຮົາ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ຕັ້ງໜ້າໃນການຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນຜູ້ໃຫຍ່ ທີ່ມີຄວາມຮູ້, ຄວາມສາມາດ, ຄວາມຮັບຜິດຊອບ ແລະ ຄຸນສົມບັດສິນທຳປະຕິວັດ ເພື່ອສືບຕໍ່ໃນການປົກປັກຮັກສາ ແລະ ພັດທະນາປະເທດເຮົາໃນອະນາຄົດ.



ໃນທຸກໆປີ, ພັກ ແລະ ລັດຖະບານເຮົາ ກໍໄດ້ຖືໂອກາດສໍາຄັນນີ້ ເພື່ອທົບທວນຄືນການຈັດຕັ້ງປະຕິບັດບັນດາແນວທາງນະໂຍບາຍຂອງພັກ ແລະ ລັດເຮົາ ທີ່ມີຕໍ່ເດັກ ກໍຄືພັນທະຕໍ່ສາກົນ ແລະ ພາກພື້ນ ໃນວຽກສິິດທິຂອງເດັກ ໂດຍສະເພາະໃນວຽກປ້ອງກັນ ແລະ ລຶບລ້າງການໃຊ້ຄວາມຮຸນແຮງຕໍ່ເດັກ, ການຄ້າ-ຂາຍປະເວນີເດັກ ລວມທັງການໃຊ້ແຮງງານເດັກ ເພື່ອຮັບປະກັນການຢູ່ລອດ, ການພັດທະນາ, ການປົກປ້ອງ ແລະ ການມີສ່ວນຮ່ວມຂອງເດັກທຸກຄົນ, ເຮັດໃຫ້ເດັກລາວບັນດາເຜົ່າ ໄດ້ມີຄວາມຜາສຸກ, ໄດ້ຮັບຄວາມຮັກອັນອົບອຸ່ນ ແລະ ການເບິ່ງແຍງດູແລເອົາໃຈໃສ່ເປັນຢ່າງດີ ຈາກພໍ່ແມ່, ຄອບຄົວ, ຊຸມຊົນ, ສັງຄົມ ແລະ ການຈັດຕັ້ງທຸກຂັ້ນ. ນອກຈາກນັ້ນ, ພວກເຮົາຍັງຈະໄດ້ທົບທວນຄືນ ບັນດາຄາດໝາຍຕ່າງໆ ໃນລະດັບຊາດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກສິດທິເດັກ ກໍຄືການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ທີ່ຕິດພັນກັບວຽກງານຕ້ານການໃຊ້ຄວາມຮຸນແຮງຕໍ່ເດັກ. 
ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫຼາຍ !

ຜ່ານການຈັດຕັ້ງປະຕິບັດວຽກງານຕົວຈິງໃນວຽກທີ່ກ່ຽວຂ້ອງກັບເດັກ, ພວກເຮົາມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ເຫັນວ່າ ພວກເຮົາສາມາດຍາດໄດ້ຜົນສຳເລັດຫຼາຍດ້ານໃນວຽກງານດ້ານນີ້ ໃນນັ້ນ, ອັນພົ້ນເດັ່ນແມ່ນໄດ້ສະຫຼຸບຕີລາຄາ, ປະເມີນ ແລະ ເຮັດສຳເລັດບົດລາຍງານແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍສິດທິເດັກ ຕາມກຳນົດເວລາ, ສໍາເລັດບົດລາຍງານການຈັດຕັ້ງປະຕິບັດອານຸສັນຍາ ກ່ຽວກັບການເຂົ້າຮ່ວມຂອງເດັກ ໃນການປະທະກັນດ້ວຍກຳລັງປະກອບອາວຸດ ແລະ ບົດລາຍງານອານຸສັນຍາ ກ່ຽວກັບການຄ້າຂາຍເດັກ, ການຄ້າປະເວນີເດັກ ແລະ ສິ່ງລາມົກອານາຈານ ກ່ຽວກັບເດັກ. ນອກຈາກນັ້ນ ໃນໄລຍະ 1 ປີຜ່ານມາ ພວກເຮົາຍັງໄດ້ຕ້ອນຮັບການມາຢ້ຽມຢາມຂອງຜູ້ລາຍງານພິເສດຂອງອົງການສະຫະປະຊາຊາດ ຮັບຜິດຊອບວຽກການຄ້າຂາຍເດັກ, ການຄ້າປະເວນີເດັກ ແລະ ສິ່ງລາມົກອານາຈານກ່ຽວກັບເດັກ ທີ່ເປັນການຢັ້ງຢືນ ແລະ ເປັນສ່ວນໜຶ່ງໃນການທົບທວນຄືນຄວາມຄືບໜ້າຂອງລັດຖະບານ ຕໍ່ການແກ້ໄຂສິ່ງທ້າທາຍຕ່າງໆຕໍ່ເດັກໃນ ສປປ ລາວ. ການມາຢ້ຽມຢາມຂອງຄະນະດັ່ງກ່າວນັ້ນ ແມ່ນເປັນການຢັ້ງຢືນຕື່ມອີກ ຕໍ່ການປະຕິບັດພັນທະຂອງ ສປປ ລາວ ທີ່ໄດ້ໃຫ້ສັດຕະຍາບັນຕໍ່ສົນທິສັນຍາອາຊຽນ ວ່າດ້ວຍການຕ້ານການຄ້າມະນຸດ.



ພ້ອມດຽວກັນນີ້, ບັນດາຂະແໜງການຕ່າງໆ ທັງໃນລະດັບສູນກາງ ແລະ ທ້ອງຖິ່ນ ກໍໄດ້ລົງທຶນສຸມໃສ່ ວຽກຈົດທະບຽນການເກີດ, ວຽກສຸຂະພາບແມ່ ແລະ ເດັກ, ວຽກໂພຊະນາການ, ວຽກສັກຢາກັນພະຍາດ, ວຽກລ້ຽງລູກດ້ວຍນົມແມ່, ວຽກສຶກສາ, ວຽກແຮງງານ ແລະ ສະຫວັດດີການ-ສັງຄົມ, ວຽກສານ, ໄອຍະການ, ຍຸຕິທຳ, ສະຫະພັນແມ່ ຍິງ ໃນການປົກປ້ອງ ແລະ ຊ່ວຍເຫຼືອເດັກ ຈາກຄວາມຮຸນແຮງທຸກຮູບແບບ ລວມທັງການຂູດຮີດທາງເພດຕໍ່ເດັກ, ການຄ້າປະເວນີເດັກ ແລະ ການໃຊ້ແຮງງານເດັກ, ສ້າງຕັ້ງສານເດັກ, ໜ່ວຍໄກ່ເກ່ຍ, ເປີດສາຍດ່ວນ ແລະ ສູນໃຫ້ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຕ່າງໆ ເຊິ່ງທັງໝົດເຫຼົ່ານີ້ ແມ່ນການລົງທຶນເບື້ອງຕົ້ນໃສ່ວຽກພັດທະນາເດັກຢູ່ ສປປ ລາວ ເພື່ອສ້າງຊັບພະຍາກອນມະນຸດທີ່ເປັນຄົນລຸ້ນໃໝ່ທີ່ຈະກາຍເປັນຄູ, ເປັນແພດ, ເປັນໝໍ, ເປັນນັກວິທະຍາສາດ, ເປັນຜູ້ນຳ ແລະ ເປັນຫົວໜ້າຄອບຄົວ ໃນສັງຄົມລາວ ເພື່ອປະກອບສ່ວນພັດທະນາປະເທດ ໃຫ້ຫຼຸດພົ້ນອອກຈາກສະຖານະປະເທດດ້ອຍພັດທະນາ ໃນປີ 2020 ຕາມທີ່ໄດ້ກຳນົດໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 8 ໄລຍະ 2016-2020.

ສິ່ງທີ່ພົ້ນເດັ່ນອີກອັນໜຶ່ງແມ່ນຄວາມຮັບຮູ້ ແລະ ເຂົ້າໃຈຂອງສັງຄົມ ທີ່ເຫັນວ່າເດັກມີບົດບາດສຳຄັນໃນຊີວິດສັງຄົມ ເຊິ່ງນອກຈາກເດັກ ຈະເປັນລູກຮັກຫຼານແພງຂອງຄອບຄົວ, ຊຸມຊົນ ແລະ ສັງຄົມແລ້ວ, ເດັກຍັງເປັນຕົວແທນຂອງການປ່ຽນແປງ ເພື່ອສືບທອດການພັດທະນາ ແລະ ສ້າງສາປະເທດໃນອະນາຄົດຢ່າງໝັ້ນຄົງ. ຍ້ອນຄວາມສໍາຄັນດັ່ງກ່າວ, ໃນແຕ່ລະປີ ການນຳພັກ ແລະ ລັດຖະບານ ໄດ້ຖືເອົາໂອກາດວັນເດັກນ້ອຍສາກົນ ເພື່ອສະເຫຼີມສະຫຼອງວັນເດັກ ເພື່ອເປັນການປູກຈິດສຳນຶກໃຫ້ທົ່ວປວງຊົນ ໃຫ້ລະນຶກເຖິງຄວາມສຳຄັນຂອງເດັກ ແລະ ເຫັນໄດ້ສະພາບຂອງເດັກລາວບັນດາເຜົ່າກັບເດັກຊາດອື່ນໆໃນພາກພື້ນ ແລະ ໃນໂລກ.

ຕໍ່ຜົນສຳເລັດດັ່ງກ່າວ, ຕາງໜ້າໃຫ້ການນໍາພັກ ແລະ ລັດຖະບານ, ຂ້າພະເຈົ້າ ຂໍສະແດງຄວາມຍ້ອງຍໍສັນລະເສີນມາຍັງ ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ, ຂະແໜງການຕ່າງໆ ແລະ ອຳນາດການປົກຄອງທ້ອງຖິ່ນ, ແນວລາວສ້າງຊາດ ແລະ ບັນດາອົງການຈັດຕັ້ງມະຫາຊົນ, ບັນດາການຈັດຕັ້ງ ແລະ ຫົວໜ່ວຍທຸລະກິດ ທັງພາກລັດ ແລະ ເອກະຊົນ ຕະຫຼອດຮອດພີ່ນ້ອງປະຊາຊົນລາວບັນດາເຜົ່າ ລວມທັງເດັກທຸກຄົນ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກແມ່ ແລະ ເດັກ ເຮັດໃຫ້ພວກເຮົາສາມາດຮັບປະກັນໃຫ້ເດັກລາວທຸກຄົນໄດ້ຢູ່ລອດ, ມີການພັດທະນາບຸກຄະລິກ, ພອນສະຫວັນ, ກໍາລັງວັງຊາ ແລະ ສະຕິປັນຍາ ເຕັມຄວາມສາມາດ, ສ້າງສັງຄົມທີ່ມີສິ່ງແວດລ້ອມໃນຄອບຄົວ, ຊຸມຊົນ ແລະ ສັງຄົມ ທີ່ມີບັນຍາກາດທີ່ເຕັມໄປດ້ວຍຄວາມຮັກ, ຄວາມອົບອຸ່ນ, ຄວາມເຂົ້າໃຈ ແລະ ໃຫ້ໂອກາດເດັກນ້ອຍ ໃນການຮັບຮູ້ຂໍ້ມູນຂ່າວສານທີ່ເໝາະສົມ ທັງໄດ້ເຂົ້າຮ່ວມໃນທຸກວຽກງານ ທີ່ກ່ຽວຂ້ອງກັບເດັກ.

ໃນໂອກາດນີ້, ຂ້າພະເຈົ້າ ກໍຂໍສະແດງຄວາມຂອບໃຈ ມາຍັງບັນດາປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ ຕະຫຼອດຮອດ ອົງການຈັດຕັ້ງທາງສັງຄົມ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ເພື່ອຈັດຕັ້ງປະຕິບັດ ບັນດານະໂຍບາຍຂອງລັດຖະບານກ່ຽວກັບການສ້າງສາ ແລະ ພັດທະນາເດັກ ແລະ ຫວັງຢ່າງຍິ່ງວ່າບັນດາທ່ານ ຈະສືບຕໍ່ໃຫ້ການຊ່ວຍເຫຼືອ ເພື່ອພັດທະນາ ເດັກນ້ອຍລາວບັນດາເຜົ່າ ໃຫ້ໄດ້ຮັບສິດ ແລະ ໂອກາດເທົ່າທຽມກັບເດັກນ້ອຍຊາດອື່ນໆ ໃນພາກພື້ນ ແລະ ໃນໂລກ.

ບັນດາທ່ານ ທີ່ຮັກແພງທັງຫຼາຍ !

ເຖິງແມ່ນວ່າຈະມີຜົນສຳເລັດຫຼາຍດ້ານກໍຕາມ ແຕ່ພວກເຮົາກໍ່ຍັງປະເຊີນໜ້າກັບສິ່ງທ້າທາຍຫຼາຍປະການຕໍ່ເດັກທີ່ຍັງຕ້ອງໄດ້ຮັບການປັບປຸງແກ້ໄຂ ເປັນຕົ້ນ ບັນຫາໂພຊະນາການ ລວມທັງການລ້ຽງລູກດ້ວຍນົມແມ່ພຽງຢ່າງດຽວ, ອັດຕາການສັກຢາກັນພະຍາດ, ອັດຕາການຕາຍຂອງແມ່ ແລະ ເດັກ, ອັດຕາການເຂົ້າຮຽນ ແລະ ການຮຽນຕໍ່ຂອງເດັກໃນຊັ້ນຕ່າງໆ, ສະພາບການໃຊ້ຄວາມຮຸນແຮງຕໍ່ເດັກ, ການຄ້າປະເວນີເດັກ, ການໃຊ້ແຮງງານເດັກ, ລວມທັງຄວາມເຂົ້າໃຈຂອງຄົນໃນສັງຄົມ ແລະ ຮີດຄອງປະເພນີຂອງເຜົ່າຕ່າງໆຕໍ່ເດັກໂດຍລວມ, ໂດຍສະເພາະແມ່ນໃນເຂດທຸກຍາກ, ຫ່າງໄກສອກຫຼີກ ຍັງຕ້ອງໄດ້ເອົາໃຈໃສ່ເປັນພິເສດ ແລະ ຕ້ອງເພີ່ມການລົງທຶນໃສ່ວຽກງານປູກຈິດສຳນຶກທົ່ວປວງຊົນ, ວຽກງານການສ້າງຄວາມເຂັ້ມແຂງໃຫ້ຄົນໃນການຈັດຕັ້ງຕ່າງໆແຕ່ລະຂັ້ນ ແລະ ວຽກລົງທຶນໃສ່ເດັກ ຕິດພັນກັບການປັບປຸງຂອດປະສານງານ, ການສ້າງແຜນວຽກ, ແຜນຄົນ, ແຜນເງິນ ຕິດພັນກັບ ການຕິດຕາມກວດກາ, ສະຫຼຸບລາຍງານ ຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ. ນອກຈາກສິ່ງທ້າທາຍພາຍໃນປະເທດ, ພວກເຮົາຍັງຕ້ອງເອົາໃຈໃສ່ ໃນການສ້າງບຸກຄະລາກອນ ທີ່ເປັນຄົນລຸ້ນໃໝ່ ທີ່ມີຄວາມສາມາດ ທາງດ້ານພາສາອັງກິດ ແລະ ວິຊາສະເພາະ ໃນການເຊື່ອມໂຍງພາກພື້ນ ແລະ ໃນໂລກ.

ໃນໂອກາດສະເຫຼີມສະຫຼອງ ວັນເດັກສາກົນ 01 ມິຖຸນາ 2018 ນີ້, ຕາງໜ້າໃຫ້ລັດຖະບານ, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງ ບັນດາການຈັດຕັ້ງ ພັກ-ລັດ, ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ, ບັນດາການຈັດຕັ້ງ ແລະ ຫົວໜ່ວຍທຸລະກິດ ທັງພາກລັດ ແລະ ເອກະຊົນ ຕະຫຼອດເຖິງປະຊາຊົນ ແລະ ເດັກນ້ອຍລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ ຈົ່ງຍົກສູງຄວາມຮັບຜິດຊອບຂອງຕົນ ແລະ ເພີ່ມທະວີອອກແຮງ ຈັດຕັ້ງປະຕິບັດວຽກງານກ່ຽວກັບເດັກ ເພື່ອຮັບປະກັນ ການດູແລເອົາໃຈໃສ່, ການພັດທະນາ, ການປົກປ້ອງ ແລະ ການມີສ່ວນຮ່ວມ ຂອງເດັກນ້ອຍ ທີ່ເປັນລູກຫຼານ ຂອງພວກເຮົາ ໃຫ້ມີໄວເດັກທີ່ສົດໃສ ເພື່ອກ້າວເປັນຜູ້ໃຫຍ່ ທີ່ມີອະນາຄົດ, ເປັນກຳລັງຕົ້ນຕໍຂອງຊາດ ໃນການປະກອບສ່ວນ ນຳເອົາປະເທດໃຫ້ຫຼຸດພົ້ນ ຈາກຄວາມດ້ອຍພັດທະນາ ໃນປີ 2020.

ສຸດທ້າຍນີ້, ຂ້າພະເຈົ້າ ຂໍອວຍພອນໃຫ້ການສະເຫຼີມສະຫຼອງວັນເດັກສາກົນປີນີ້ ພາຍໃຕ້ຄໍາຂວັນທີ່ວ່າ “ສົ່ງເສີມສິດທິເດັກ, ຮູ້ນຳໃຊ້ເຕັກໂນໂລຊີ ທີ່ປອດໄພ, ໃສ່ໃຈສິ່ງແວດລ້ອມ ແລະ ພ້ອມໃຈກັນເປັນເຈົ້າພາບທີ່ດີ ປີທ່ອງທ່ຽວລາວ 2018” ຈົ່ງປະສົບຜົນສຳເລັດຢ່າງຈົບງາມ.


ແຫຼ່ງຂໍ້ມູນ: ວິທະຍຸກະຈາຍສຽງແຫ່ງຊາດ (Lao National Radio)
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
___________

Powered by Blogger.