Header Ads

ທ່ານ ຄໍາໄຕ ສີພັນດອນ ເນັ້ນໃຫ້ເອົາໃຈໃສ່ບາງບັນຫາ ເພື່ອພັດທະນາເມືອງປະທຸມພອນ





ຕາມການລາຍງານຂ່າວຂອງ ໜັງສືພິມຈໍາປາໃໝ່  ວ່າ :  ວັນທີ 19 ພຶດສະພາ 2018 ຜ່ານມານີ້, ທ່ານ ຄໍາໄຕ ສີພັນດອນ ອະດີດປະທານພັກ ອະດີດປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະໂອ້ລົມການນໍາແຂວງຈໍາປາສັກ ແລະ ອໍານາດການປົກຄອງເມືອງປະທຸມພອນ ໂດຍຊີ້ນໍາບາງບັນຫາ ເພື່ອສ້າງສາເມືອງດັ່ງກ່າວໃຫ້ມີການພັດທະນາ, ປະຊາຊົນຮັ່ງມີເຂັ້ມແຂງ ແລະ ມີຊີວິດການເປັນຢູ່ດີຂຶ້ນ.


ການພົບປະໂອ້ລົມຂອງ ທ່ານ ຄໍາໄຕ ສີພັນດອນ ອະດີດປະທານພັກ ອະດີດປະທານປະເທດ ແຫ່ງ ສປປ ລາວ ຄັ້ງນີ້ ຈັດຂຶ້ນຢູ່ສະໂມສອນບ້ານໜອງເອກ ເມືອງປະທຸມພອນ. ເຂົ້າຮ່ວມຮັບຟັງການໂອ້ລົມມີ ທ່ານ ປອ.ບຸນຖອງ ດີວິໄຊ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຈໍາປາສັກ, ທ່ານ ສົມສະໜິດ ບຸດຕິວົງ ຮອງເລຂາພັກແຂວງ ຮອງເຈົ້າແຂວງໆຈໍາປາສັກ, ທ່ານ ຄໍາເຜືອກ ທອງຄໍາ ເລຂາພັກເມືອງ ເຈົ້າເມືອງໆປະທຸມພອນ. ມີການນໍາຈາກພະແນກການກົມກອງທີ່ກ່ຽວຂ້ອງຂອງແຂວງ, ການນໍາຂະແໜງການຕ່າງໆຂອງເມືອງ ແລະ ອໍານາດການປົກຄອງບ້ານໜອງເອກ ເຂົ້າຮ່ວມ.

ໃນການພົບປະໂອ້ລົມ ກ່ອນອື່ນ ທ່ານ ຄໍາໄຕ ສີພັນດອນ ອະດີດປະທານພັກ ອະດີດປະທານປະເທດ ໄດ້ຮັບຟັງການລາຍງານສະພາບການພັດທະນາເສດຖະກິດ-ສັງຄົມຂອງເມືອງປະທຸມພອນໂດຍຫຍໍ້ ລວມທັງສະພາບການລົງທຶນຂອງພາກລັດ ແລະ ເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ຢູ່ເມືອງດັ່ງກ່າວ, ການປົກປັກຮັກສາສະພາບແວດລ້ອມທໍາມະຊາດ ແລະ ການຟື້ນຟູປ່າສະຫງວນແຫ່ງຊາດ ເຊປຽນ-ດົງຫົວສາວ. 



ຈາກນັ້ນ ທ່ານ ອະດີດປະທານພັກ ອະດີດປະທານປະເທດ ກໍ່ໄດ້ໃຫ້ກຽດໂອ້ລົມ, ເນື້ອໃນສໍາຄັນບາງຕອນ ທ່ານ ໄດ້ເນັ້ນໃຫ້ການນໍາແຂວງ ກໍ່ຄືຂະແໜງການທີ່ກ່ຽວຂ້ອງຂອງແຂວງ ເອົາໃຈໃສ່ປະສານສົມທົບກັບອໍານາດການປົກຄອງເມືອງປະທຸມພອນ ແລ້ວພ້ອມກັນປຶກສາຫາຄົ້ນຄ້ວາກ່ຽວກັບການນໍາໃຊ້ຊັບພະຍາກອນທໍາມະຊາດ, ຊັບພະຍາກອນປ່າໄມ້ແບບບໍ່ໃຫ້ບົກແຫ້ງ ຕາມທິດຍືນຍົງ ແລະ ສີຂຽວ, ພ້ອມນັ້ນ ກໍ່ໃຫ້ເອົາໃຈໃສ່ປຶກສາຫາລືຄົ້ນຄ້ວາກ່ຽວກັບການຈັດສັນເນື້ອທີ່ສໍາລັບການຜະລິດໃຫ້ລະອຽດຈະແຈ້ງ, ກວດກາຄືນບ່ອນໃດຄວນກໍານົດໃຫ້ເປັນເຂດປ່າສະຫງວນ, ບ່ອນໃດຄວນກໍານົດໃຫ້ເປັນເຂດປູກໄມ້ອຸດສາຫະກໍາ, ໄມ້ໃຫ້ໝາກ, ໄມ້ເປັນຢາ ແລະ ບ່ອນໃດຄວນກໍານົດໃຫ້ເປັນເຂດຜະລິດສະບຽງອາຫານ ເປັນຕົ້ນແມ່ນການປູກຝັງ-ລ້ຽງສັດ ໂດຍນໍາພາ-ແນະນໍາ ແລະ ຊຸກຍູ້ໃຫ້ປະຊາຊົນຮູ້ຈັກເລືອກເຟັ້ນການຜະລິດເປັນສິນຄ້າ ຫຼື ການປູກການລ້ຽງ ຕ້ອງໃຫ້ຕິດພັນກັບຄວາມຕ້ອງການຂອງຕະຫຼາດ ແລະ ຮູ້ນໍາໃຊ້ເຕັກນິກວິທະຍາສາດທີ່ທັນສະໄໝເຂົ້າໃນການຜະລິດ ຕິດພັນອຸດສາຫະກໍາປຸງແຕ່ງ ເພື່ອເພີ່ມມູນຄ່າສິນຄ້າໃນເວລາສົ່ງອອກ. ຄຽງຄູ່ກັນນັ້ນ ກໍ່ໃຫ້ເອົາໃຈໃສ່ສ້າງຊັບພະຍາກອນມະນຸດ, ສ້າງຄົນ, ສ້າງບຸກຄະລາກອນ ໃຫ້ມີຄຸນນະພາບ, ມີຄວາມຮູ້ຄວາມສາມາດ ເພື່ອຮອງຮັບການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ທີ່ກໍານົດອອກໃນແຕ່ລະໄລຍະ ໃຫ້ມີຜົນສໍາເລັດ, ທັງນີ້ ກໍ່ເພື່ອສ້າງສາເມືອງປະທຸມພອນໃຫ້ມີການພັດທະນາກ້າວຂຶ້ນ, ປະຊາຊົນຮັ່ງມີເຂັ້ມແຂງ ແລະ ສາມາດລຶບລ້າງຄວາມທຸກຍາກໄດ້ຢ່າງຊິ້ນເຊີງ.


ຂ່າວ-ພາບ: ທູນທອງໃຈ ໜັງສືພິມຈໍາປາໃໝ່ 
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com


Powered by Blogger.