Header Ads

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບປະທານຄະນະກຳມະການຮ່ວມມື ຈີນ-ລາວ






ທີ່ສຳນັກງານນາຍົກລັດຖະມົນຕີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ກາວ ຢ້ຽນ ຮອງລັດຖະມົນຕີກະຊວງການຄ້າ ແຫ່ງ ສປ ຈີນ ທັງເປັນປະທານຄະນະກຳມະການຮ່ວມມື ຈີນ-ລາວ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມ ຄັ້ງທີ 9 ຂອງຄະນະກຳມະການຮ່ວມມືເສດຖະກິດ-ການຄ້າ ລາວ-ຈີນ ໃນລະຫວ່າງວັນທີ 10-12 ພຶດສະພາ 2018 ຢູ່ນະຄອນຫຼວງວຽງຈັນ.




ໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ກໍ່ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັນສອງຝ່າຍ ລາວ-ຈີນ ກໍ່ຄືຂອງຄະນະກຳມະການຮ່ວມມື ລາວ-ຈີນ, ຈີນ-ລາວ ໂດຍສະເພາະ ເປັນການເສີມຂະຫຍາຍ ໝາກຜົນຂອງການມາຢ້ຽມຢາມລາວ ຂອງທ່ານ ສີ ຈິ້ນ ຜິງ ປະທານປະເທດແຫ່ງ ສປ ຈີນ ໃນປີທີ່ຜ່ານມາ ທີ່ການນຳຂັ້ນສູງຂອງສອງປະເທດ ໄດ້ຕົກລົງຮ່ວມກັນຫຼາຍດ້ານ ເຮັດໃຫ້ສາຍພົວພັນຂອງສອງປະເທດ ທີ່ເປັນຄູ່ຮ່ວມຍຸດທະສາດຮອບດ້ານ, ຍາວນານ ແລະ ໝັ້ນຄົງ ພາຍໃຕ້ຄຳຂວັນ 4 ດີ ແລະ ເປັນຄູ່ຮ່ວມໂຊກຊະຕາກຳດຽວກັນ ພາຍໃຕ້ອຸດົມການສັງຄົມນິຍົມ. ພ້ອມນີ້, ກໍ່ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດຂອງກອງປະຊຸມ ຄັ້ງທີ 9 ຂອງຄະນະກຳມະການຮ່ວມມືເສດຖະກິດ-ການຄ້າ ລາວ-ຈີນ ຊຶ່ງພ້ອມກັນຕີລາຄາບັນດາໂຄງການຍຸດທະສາດການຮ່ວມມື ລາວ-ຈີນ ເປັນຕົ້ນ ການຈັດຕັ້ງປະຕິບັດນະໂຍບາຍ ໜຶ່ງແລວທາງ-ໜຶ່ງເສັ້ນທາງ ຂອງປະທານປະເທດ ສີ ຈິ້ນ ຜິງ ແລະ ສປປ ລາວ ກໍ່ໄດ້ຈັດຕັ້ງປະຕິບັດ ໃນການຫັນຈາກປະເທດ ທີ່ບໍ່ມີຊາຍແດນຕິດຈອດກັບທະເລ ມາເປັນປະເທດທີ່ເຊື່ອມໂຍງກັບພາກພື້ນ ແບະ ສາກົນ. ໃນນັ້ນ, ການປະຕິບັດໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ກໍ່ເຫັນວ່າມີຄວາມຄືບໜ້າຫຼາຍ ແລະ ເຊື່ອແນ່ວ່າ ໃນທ້າຍປີ 2021 ຈະສາມາດເປີດນຳໃຊ້ໄດ້ຢ່າງເປັນທາງການ. ສ່ວນດ້ານຂໍ້ຄົງຄ້າງຕ່າງໆ ທັງສອງຝ່າຍແມ່ນຈະໄດ້ພ້ອມກັນຊອກຫາວິທີການແກ້ໄຂທີ່ເໝາະສົມ ແລະ ສອດຄ່ອງກັບສະພາບຕົວຈິງ. ສຳລັບທຶນຊ່ວຍເຫຼືອ 4 ຕື້ຢວນ ທີ່ ສປ ຈີນ ໄດ້ມອບໃຫ້ ສປປ ລາວ ໃນການຈັດຕັ້ງປະຕິບັດ 8 ແຜນງານຂອງ ສປປ ລາວ ໃນ 3 ປີນີ້ ແມ່ນຈະໄດ້ຮັບການຮັບຮອງ ໃນໄວໆນີ້.




ນອກຈາກນີ້, ທ່ານຮອງນາຍົກລັດຖະມົນຕີ ແລະ ທ່ານນາງ ກາວ ຢ້ຽນ ຍັງໄດ້ສົນທະນາຫຼາຍບັນຫາ ທີ່ຕ່າງຝ່າຍຕ່າງໃຫ້ຄວາມສົນໃນ ເປັນຕົ້ນ ສະພາບການຈັດຕັ້ງປະຕິບັດເງິນກູ້ຍືມໃນບັນດາໂຄງການກໍ່ສ້າງພື້ນຖານໂຄງລ່າງຂອງ ສປປ ລາວ ເຊັ່ນ: ໂຄງການກໍ່ສ້າງສາຍສົ່ງໄຟຟ້າແຫ່ງຊາດ, ໂຄງການກໍ່ສ້າງທາງດ່ວນ, ການກໍ່ສ້າງຕາໜ່າງເສັ້ນທາງ ເພື່ອການເຊື່ອມຈອດໃນພາກພື້ນ, ສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງລົດໄຟເຊື່ອມຈອດ ແຕ່ນະຄອນຫຼວງຫາພາກໃຕ້ຂອງລາວ, ການຮ່ວມມືດ້ານການຄ້າ ລາວ-ຈີນ ກໍ່ສາມາດບັນລຸເຖິງ 3 ຕື້ໂດລາສະຫະລັດ ສູງກວ່າປີຜ່ານມາ 28,6%, ດ້ານໂຄງການກໍ່ສ້າງໂຮງໝໍທັນສະໄໝ ຢູ່ໃນເຂດຂອງໂຮງໝໍມະໂຫສົດ ກໍ່ຈະໄດ້ເລີ່ມກໍ່ສ້າງໃນໄວໆນິ້ ແລະ ປະຈຸບັນນີ້, ລັດຖະບານຈີນ ໄດ້ອະນຸມັດທຶນເພື່ອຈັດຕັ້ງປະຕິບັດໂຄງການຮ່ວມມືໄປແລ້ວ 73 ໂຄງການ. ໃນນັ້ນ, ຈັດຕັ້ງປະຕິບັດແລ້ວ 60 ໂຄງການ, ການລົງທຶນຂອງຝ່າຍຈີນ ຢູ່ ສປປ ລາວ ກໍ່ເພີ່ມຂຶ້ນ 139% ສູງເປັນອັນດັບສອງ ໃນອາຊຽນ ທີ່ ສປ ຈີນໄປລົງທຶນ ໂດຍສະເພາະ ການລົງທຶນໃນເຂດເສດຖະກິດພິເສດຕ່າງໆຂອງລາວ ທີ່ນັບມື້ນັບສູງຂຶ້ນ. ຄຽງຄູ່ກັນນັ້ນ, ສອງຝ່າຍ ຍັງຈະໄດ້ພ້ອມກັນ ເສີມຂະຫຍາຍການຮ່ວມມື ທີ່ການນຳຂັ້ນສູງຂອງສອງປະເທດ ໄດ້ຕົກລົງກັນ ເປັນຕົ້ນ ກໍ່ແມ່ນການຮ່ວມມືດ້ານໄອຊີທີ ທີ່ເຫັນວ່າ ສປ ຈີນ ມີທ່າແຮງ, ມີບົດຮຽນ ແລະ ມີການພັດທະນາ ໄປຢ່າງໄວວາ.






ໃນຕອນທ້າຍ, ທ່ານຮອງນາຍົກລັດຖະມົນຕີ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫຼືອຂອງລັດຖະບານຈີນ ລວມເຖິງການຮ່ວມມືຊ່ວຍເຫຼືອ ໃນໄລຍະຜ່ານມາ ອັນເປັນການປະກອບສ່ວນຢ່າງໃຫຍ່ຫຼວງ ໃນການພັດທະນາເສດຖະກິດ-ສັງຄົມ ກໍ່ຄືວຽກງານແກ້ໄຂຄວາມທຸກຍາກຂອງປະຊາຊົນລາວ ໃນໄລຍະໃໝ່. ແລະ ຂອບໃຈເປັນຢ່າງສູງ ຕໍ່ການເຊື້ອເຊີນ ສປປ ລາວ ເຂົ້າຮ່ວມວາງສະແດງ ແລະ ຈຳໜ່າຍສິນຄ້າ ໃນງານວາງສະແດງສິນຄ້າ ຈີນ-ອາຊີໃຕ້ ທີ່ຈະຈັດຂຶ້ນໃນເດືອນມິຖຸນາ 2018 ທີ່ຄຸນໝິງ, ສປ ຈີນ. ອັນເປັນການເປີດໂອກາດໃຫ້ບັນດາສິນຄ້າທີ່ເປັນທ່າແຮງຂອງລາວ ໄດ້ມີເວທີແລກປ່ຽນ, ຂະຫຍາຍຕະຫຼາດ ແລະ ຖອດຖອນບົດຮຽນ ກັບນາໆປະເທດ ທັງເປັນການສ້າງຄູ່ຮ່ວມມື ໃນຮູບແບບສອງຝ່າຍ ແລະ ຫຼາຍຝ່າຍ ເຮັດໃຫ້ສິນຄ້າລາວ ເປັນທີ່ຮູ້ຈັກຫຼາຍຂຶ້ນ ຢູ່ໃນພາກພື້ນ ແລະ ສາກົນ. ທ່ານຮອງນາຍົກລັດຖະມົນຕີ ແລະ ທ່ານນາງ ກາວ ຢ້ຽນ ຕ່າງກໍ່ໄດ້ສະແດງຄວາມຫວັງວ່າ ສາຍພົວພັນການຮ່ວມມືຂອງສອງປະເທດ ລາວ-ຈີນ, ຈີນ-ລາວ ນັບມື້ນັບຈະໄດ້ຮັບການກະຕຸກຊຸກຍູ້ ແລະ ເສີມຂະຫຍາຍ ຂຶ້ນໄປເລື້ອຍໆ.

ຂ່າວ-ພາບ: ສນຍ ແລະ ວິທະຍຸກະຈາຍສຽງແຫ່ງຊາດ 
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com

Powered by Blogger.