Header Ads

ມອບສົ່ງ ອັດຖິຊ່ຽວຊານ ແລະ ທະຫານອາສະໝັກຫວຽດນາມ ທີ່ເສຍສະຫລະຊີວິດ ໃນປາງສົງຄາມກັບຄືນປະເທດ





ພິທີມອບ-ຮັບ ອັດຖີຊ່ຽວຊານ ແລະ ທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫລະຊີວິດໃນປາງສົງຄາມ ຈໍານວນ 22 ອັດຖີກັບຄຶນປະເທດ ໄດ້ຈັດຂື້ນຢູ່ທີ່ກາງຂົວຫ້ວຍສະເອິດ ດ່ານຊາຍແດນ ລາວ-ບາວ ບ້ານແດນສະຫວັນ, ເມືອງເຊໂປນ, ແຂວງສະຫວັນນະເຂດ ໃນຕອນເຊົ້າວັນທີ 10ພຶດສະພາ 2018 ຜ່ານມາ,ໂດຍການເຂົ້າຮ່ວມສະແດງຄວາມອາໄລອາວອນຂອງການນໍາຂັ້ນຕ່າງໆຂອງແຂວງສະຫວັນະເຂດ, ໂດຍມີ ທ່ານ ຄໍາພູນ ຕຸໄພທູນ ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງສະຫວັນນະເຂດ, ທັງເປັນປະທານຄະນະກໍາມະການປະຕິບັດງານພິເສດແຂວງສະຫວັນນະເຂດ, ຝ່າຍ ແຂວງກວາງຈີ ສສ ຫວຽດນາມ ແມ່ນມີ ທ່ານ ມາຍ ຖືກ ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງກວາງຈີ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ປະທານຄະນະກໍາມະການປະຊາຊົນ,ຫົວໜ້າຄະນະປະຕິບັດງານພິເສດຂັ້ນແຂວງ, ຈາກນີ້ກໍ່ມີກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບແລະ ອໍານາດການປົກຄອງຂັ້ນຕ່າງໆ ກໍ່ຄືພໍ່ແມ່ປະຊາຊົນສອງຊາດ ລາວ-ຫວຽດນາມ ເວົ້າລວມ ເວົ້າສະເພາະແຂວງສະຫວັນນະເຂດ ແລະ ແຂວງກວາງຈີ ເຂົ້າຮ່ວມຈໍານວນຫລວງຫລາຍ.






ຊື່ງພາຍຫລັງທີ່ການນໍາແຂວງສະຫວັນນະເຂດ, ແຂວງກວາງຈີ ຮ່ວມກັບກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ຈັດຕັ້ງການວາງພວງມາລາຢູ່ຕໍ່ໜ້າອັດຖີ ຊ່ຽວຊານ ແລະ ທະຫານອາສາສະໝັກຫວຽດນາມ ບັນຈຸໄວ້ທີ່ວັດບ້ານແດນສະຫວັນ ເມືອງເຊໂປນ ໃນຕອນບ່າຍຂອງວັນທີ 9 ພຶດສະພາ 2018 ຊື່ງມີຄະນະພັກ, ຄະນະປົກຄອງແຂວງສະຫວັນນະເຂດ, ຄະນະປະຕິບັດງານພິເສດລັດຖະບານແຫ່ງ ສສ ຫວຽດນາມ, ຄະນະພັກ, ຄະນະບັນຊາການທະຫານເຂດ 4 ສສ ຫວຽດ ນາມ, ຄະນະພັກ-ຄະນະປົກຄອງ-ຄະນະປະຕິບັດງານພິເສດແຂວງກວາງຈີ, ກົງສູນໃຫ່ຍ ສສ ຫວຽດນາມ ປະຈໍາແຂວງສະຫວັນນະເຂດ, ຄະນະພັກ-ຄະນະບັນຊາການພົນທີ 4, ກອງພັນໃຫ່ຍ ຫົກສີ່ສີ່ (644), ໂຮງໝໍບໍລິເວນ 109, ຄະນະພັກ-ຄະນະບັນຊາການກອງບັນຊາການທະຫານແຂວງ,ປ.ກ.ສ ແຂວງ, ຈາກນີ້ກໍ່ມີພະແນກການກົມກອງອອ້ມຂ້າງແຂວງ, ຄະນະພັກ-ຄະນະປົກຄອງເມືອງເຊໂປນ, ເມືອງນອງ, ເມືອງວິລະບູລີ, ເມືອງຟີນ,ເມືອງພະລານໄຊ, ເມືອງອາດສະພັງທອງ,ເມືອງອາດສະພອນ, ດ່ານສາກົນແດນສະຫວັນ ,ເສດຖະກິດ-ການຄ້າຊາຍແດນ ແດນສະຫວັນ, ພາສີ ປະຈໍາດ່ານສາກົນແດນສະຫວັນ, ຄະນະຕໍາຫລວດ ຕມ ດ່ານສາກົນແດນສະຫວັນ-ລາວບາວ, ອໍານາດການປົກຄອງບ້ານແດນສະຫວັນ, ຫວ້ຍສານ, ບ້ານເຟືອງ, ກອງຂຸດຄົ້ນ ຫ້າແປດສີ່ (584) ທະຫານແຂວງກວາງຈີ ສສ ຫວຽດນາມ.



ການມອບ-ຮັບອັດຖີຊ່ຽວຊານ ແລະ ທະຫານອາສາສະໝັກຫວຽດນາມ ກັບຄືນປະເທດ ໃນຄັ້ງນີ້ແມ່ນປະຕິບັດຕາມສັນຍາຂອງພັກລັດຖະບານ ສອງປະເທດປະເທດ ລາວ-ຫວຽດນາມ ກ່ຽວກັບການຊອກຫາຂຸດຄົ້ນອັດຖີ ຂອງຊ່ຽວຊານ ແລະ ທະຫານອາສະໝັກຫວຽດນາມ ທີ່ເສຍສະຫລະຊີວິດໃນປາງສົງຄາມ ຢູ່ດີນແດນ ສປປ ລາວ, ແລະ ສົ່ງກັບຄືນປະເທດ, ຊື່ງໃນສົກປີ 2017-2018 ຄະນະປະຕິບັດງານພິເສດທັງສອງແຂວງ ກໍ່ຄືແຂວງສະຫວັນນະເຂດ ແລະ ແຂວງກວາງຈີ ໄດ້ປະສານສົມທົບກັນຊີ້ນໍາກອງ ຫ້າແປດສີ່ (584) ກອງບັນຊາການທະຫານແຂວງກວາງຈີສາມາດຊອກຫາ ແລະ ຂຸດຄົ້ນ ໄດ້ ຈໍານວນ 22 ອັດຖີ ລື່ນແຜນການທີ່ວາງໄວ້, ຕາມແຜນແມ່ນພຽງແຕ່ 15 ອັດຖີ







ພາບ ແລະ ຂ່າວ: ທິມຂ່າວ ເມືອງເຊໂປນ
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
_______


Powered by Blogger.