Header Ads

ປະທານປະເທດ ແຫ່ງ ສປປ ລາວໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບ ແຫ່ງ ສປ ຈີນ




ອີງຕາມການລາຍງານຂອງ ຫນັງສືພິມກອງທັບ ວ່າ : ໃນຕອນບ່າຍຂອງວັນທີ 14 ພຶດສະພາ 2018 ນີ້, ທີ່ທໍານຽບປະທານປະເທດ ສະຫາຍ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຈ້າວ ເຄີຈື້ ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບ ແຫ່ງ ສປ ຈີນ ພ້ອມດ້ວຍຄະນະໃນໂອກາດທີ່ເດີນທາງມາຢ້ຽມຢາມສັນຖະ ໄມຕີ ສປປ ລາວ ເພື່ອເຂົ້າຮ່ວມກອງປະຊຸມ ແລະ ລົງນາມ ບົດບັນທຶກ ວ່າດ້ວຍການຮ່ວມ ມື ສອງຝ່າຍ ລະຫວ່າງ ກະຊວງປ້ອງກັນ ຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນ

ຄວາມສະ ຫງົບ ແຫ່ງ ສປ ຈີນ ໃນວັນທີ 14 ພຶດສະພາ 2018 ນີ້. ສະຫາຍ ບຸນຍັງ ວໍລະຈິດ ປະ ທານປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຍິນດີຕ້ອນຮັບ ດ້ວຍນໍ້າໃຈໄມຕີຈິດມິດຕະພາບ, ພ້ອມທັງຊົມເຊີຍຕໍ່ຜົນສໍາເລັດ ຂອງກອງປະຊຸມ ລົງນາມບົດບັນ ທຶກ ວ່າດ້ວຍການຮ່ວມມືສອງ ຝ່າຍລະຫວ່າງກະຊວງປ້ອງກັນ ຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນຄວາມສະ ຫງົບ ແຫ່ງ ສປ ຈີນ ແລະ ຕີລາ ຄາສູງຕໍ່ການຢ້ຽມຢາມຂອງຄະ ນະ ໃນຄັ້ງນີ້, ນັບວ່າເປັນຂີດ ໝາຍອັນສໍາຄັນຕໍ່ສາຍພົວພັນ ທາງດ້ານການເມືອງຂອງທັງ ສອງປະເທດ, ເປັນການປະກອບ ສ່ວນເພີ່ມທະວີສາຍພົວພັນມິດ ຕະພາບລະຫວ່າງສອງປະເທດ ລາວ-ຈີນ ເວົ້າລວມເວົ້າສະເພາະ ແມ່ນການພພົວພັນຮ່ວມມືລະ ຫວ່າງສອງກະຊວງປ້ອງກັນ ຄວາມສະຫງົບໃຫ້ນັບມື້ແໜ້ນ ແຟ້ນຍິ່ງໆຂຶ້ນ.

ໂອກາດນີ້,ສະຫາຍ ຈ້າວ ເຄີຈື້ ກໍໄດ້ສະແດງຄວາມດີອົກດີໃຈ ທີ່ທ່ານປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ການຕ້ອນຮັບ ຢ່າງອົບອຸ່ນ ຫວັງຢ່າງຍິ່ງວ່າ ການມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ຈະເປັນການເສີມສ້າງ ສາຍພົວພັນມິດຕະພາບ ແລະ ເສີມຂະຫຍຍາຍການຮ່ວມມືກັນ ໃນດ້ານວຽກງານຕ່າງໆໃນ ຫລາຍດ້ານ ໂດຍສະເພາະແມ່ນ ກະຊວງປ້ອງກັນຄວາມສະຫງົບ ຈີນ-ລາວ ໃຫ້ນັບມື້ແໜ້ນແຟ້ນ ແລະ ຂະຫຍາຍຕົວຢ່າງບໍ່ຢຸດ ຢັ້ງ.

ໃນວັນດຽວກັນນີ້ ຄະນະ ຜູ້ແທນລັດຖະມົນຕີກະຊວງປ້ອງ ກັນຄວາມສະຫງົບ ສປ ຈີນ ພ້ອມດວ້ຍຄະນະຍັງໄດ້ເຂົ້າ ຢ້ຽຂໍ່ານັບ ທ່ານ ທອງລຸນ ສີ ສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຢູ່ທີ່ສໍານັບງານ ນາ ຍົກ ແລະ ເຂົ້າຢ້ຽມຂໍ່ານັບ ທ່ານ ພົນໂທ ຈັນສະໝອນ ລັດຖະ ມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ຢູ່ທີ່ກະຊວງ ປ້ອງກັນປະເທດອີກດ້ວຍ.


ໂດຍ: ແສງເດືອນ (ຫນັງສືພິມກອງທັບ)
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
_______


Powered by Blogger.