Header Ads

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ເຂົ້າຣ່ວມພິທີເປີດງານວາງສະແດງສິນຄ້າ ຢູ່ ສປ ຈີນ




ງານວາງສະແດງສິນຄ້າ ຈີນ-ອາຊີໃຕ້ ຄັ້ງທີ 5 ແລະ ງານວາງສະແດງແລກປ່ຽນສິນຄ້າ ຂາເຂົ້າ-ຂາອອກ ຄັ້ງທີ 25 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 14 ມິຖຸນາ 2018 ທີ່ນະຄອນຄຸນໝິງ, ແຂວງ‍ຢູນໜານ, ສປ ຈີນ ພາຍໃຕ້ຫົວຂໍ້ “ການເຊື່ອມໂຍງເຂົ້າສູ່ ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ເພື່ອການຮ່ວມມື ທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ”. ຄະນະຜູ້ແທນຂັ້ນສູງຈາກ ສປປ ລາວ ນໍາພາໂດຍ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີການນໍາກະຊວງ, ການນໍາແຂວງຈໍານວນໜຶ່ງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຣ່ວມ. ນອກຈາກນັ້ນ, ໃນພິທີເປີດງານວາງສະແດງສິນຄ້າຍັງມີ ທ່ານ ຫູ ຊຸນ ຫົວ ຮອງນາຍົກລັດຖະມົນຕີ ແຫ່ງ ສປ ຈີນ, ທ່ານ ຣວນ ເສີງ ຟ້າ ປະທານຈັດງານ, ເຈົ້າແຂວງຢຸນໜານ, ມີບັນດາຄະນະຜູ້ແທນຂັ້ນສູງ ຈາກບັນດາປະເທດອາຊຽນ ແລະ ນອກອາຊຽນ ພ້ອມດ້ວຍບັນດານັກທຸລະກິດ, ຜູ້ປະກອບການ ແລະ ແຂກຖືກເຊີນ ເຂົ້າຣ່ວມຢ່າງຫຼວງຫຼາຍ.



ຈຸດປະສົງຂອງງານວາງສະແດງ ຄັ້ງນີ້ ແມ່ນການສົ່ງເສີມການຮ່ວມມືແລກປ່ຽນ ເພື່ອເຮັດໃຫ້ປະຊາຊົນ, ບັນດານັກທຸລະກິດ ຂອງບັນດາປະເທດອາຊີໃຕ້ ແລະ ສປ ຈີນ ໄດ້ມີການພົບປະແລກປ່ຽນ, ຮ່ວມມືກັນໃຫ້ສູງຂຶ້ນ ໃນຂົງເຂດການຄ້າ, ການລົງທຶນ ແລະ ການບໍລິການ, ການພັດທະນາເສດຖະກິດ, ການສົ່ງເສີມວັດທະນະທໍາ, ຮີດຄອງປະເພນີ, ຄວາມເຂົ້າອົກເຂົ້າໃຈ ເຊິ່ງກັນ ແລະ ກັນ. ພ້ອມດຽວກັນນີ້ ທັງເປັນການສົ່ງເສີມການທ່ອງທ່ຽວ ລະຫວ່າງ ອາຊີໃຕ້ ແລະ ສປ ຈີນ ນໍາຕື່ມອີກ. ໃນໂອກາດເຂົ້າຮ່ວມງານໃນຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍ່ໄດ້ກ່າວຄໍາປາໄສບາງຕອນ ຕໍ່ງານວ່າ: ຂ້າພະເຈົ້າ ໄດ້ຕິດຕາມ ແລະ ມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ເຫັນວ່າ ການຈັດງານສະແດງ ຈີນ-ອາຊີໃຕ້ ແລະ ງານວາງສະແດງແລກປ່ຽນສິນຄ້າ ຂາເຂົ້າ-ຂາອອກ ທີ່ເມືອງຄຸນໝິງ ໃນຊຸມປີຜ່ານມາໄດ້ດຳເນີນໄປຢ່າງຟົດຟື້ນ, ຍິ່ງໃຫຍ່ ແລະ ມີຜູ້ເຂົ້າຮ່ວມເພີ່ມຈຳນວນຫຼາຍຂຶ້ນທຸກປີ ຊຶ່ງເປັນການສະແດງໃຫ້ເຫັນວ່າ ງານວາງສະແດງແຫ່ງນີ້ ໄດ້ກາຍເປັນເວທີ ທີ່ມີຄວາມໝາຍສຳຄັນໜຶ່ງ ສຳລັບການພົບປະແລກປ່ຽນ ແລະ ປຶກສາຫາລື ຂອງທັງພາກລັດ ແລະ ຫົວໜ່ວຍທຸລະກິດຕ່າງໆ ຂອງບັນດາປະເທດ ໃນພາກພື້ນອາຊີຂອງພວກເຮົາ ແນໃສ່ເພີ່ມທະວີ ແລະ ສົ່ງເສີມການຮ່ວມມືກັນໃນຫຼາຍດ້ານ ເປັນຕົ້ນແມ່ນ ດ້ານການຄ້າ, ການລົງທຶນ, ການແລກ ປ່ຽນຂໍ້ມູນຂ່າວສານ, ເຕັກໂນໂລຊີ ແລະ ການທ່ອງທ່ຽວ ກໍ່ຄື ການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນດ້ວຍກັນ. 



ສຳລັບ ສປປ ລາວ ແມ່ນໄດ້ປະກອບສ່ວນເຂົ້າຮ່ວມງານດັ່ງກ່າວຢ່າງຕັ້ງໜ້າ ເປັນປະຈຳທຸກປີ ຊຶ່ງປີນີ້ ມີບໍລິສັດຫ້າງຮ້ານ ລະດັບແຖວໜ້າ ຂອງ ສປປ ລາວ ເຂົ້າຮ່ວມ 34 ບໍລິສັດ ແລະ ມີຮ້ານວາງສະແດງ ທັງໝົດ 84 ຮ້ານ, ຊຶ່ງຜະລິດຕະພັນ ທີ່ນຳມາວາງສະແດງ ລ້ວນແຕ່ເປັນຜະລິດຕະພັນ ທີ່ມີຄຸນນະພາບ, ໄດ້ມາດຕະຖານ ແລະ ມີຄວາມເປັນເອກະລັກຂອງລາວ ຊຶ່ງຂ້າພະເຈົ້າຄິດວ່າ ຜະລິດຕະພັນລາວ ທີ່ນຳມາວາງສະແດງ ຈະເປັນທີ່ຍອມຮັບ ແລະ ແທດເໝາະກັບຄວາມຕ້ອງການ ຂອງຜູ້ມາເຂົ້່າຮ່ວມງານ. ນັບຕັ້ງແຕ່ປີ 2013 ເປັນຕົ້ນມາ, ລັດຖະບານຈີນ ໄດ້ສະເໜີຂໍ້ລິເລີ່ມ ກ່ຽວກັບການຮ່ວມກັນສ້າງແລວທາງເສດຖະກິດ ຕາມເສັ້ນທາງສາຍໄໝ ແລະ ເສັ້ນທາງສາຍໄໝທາງທະເລ ແຫ່ງ ສັດຕະວັດທີ 21 ເຊິ່ງຖືກເອີ້ນກັນວ່າ “ ໜຶ່ງແລວ ໜຶ່ງເສັ້ນທາງ ”. 

ຍຸດທະສາດ ອັນສໍາຄັນດັ່ງກ່າວນີ້ ແມ່ນສອດຄ່ອງ ກັບ ນະໂຍບາຍການຫັນປະເທດ ທີ່ບໍ່ມີຊາຍແດນຕິດກັບທະເລ ໄປເປັນປະເທດເຊື່ອມຈອດ ຂອງ ສປປ ລາວ, ລັດຖະບານລາວ ກໍ່ໄດ້ສຸມໃສ່ພັດທະນາລະບົບພື້ນຖານໂຄງລ່າງ ເພື່ອເຊື່ອມຈອດພາຍໃນປະເທດ ໃຫ້ທົ່ວເຖິງ ແລະ ລະຫວ່າງ ສປປ ລາວ ກັບ ປະເທດເພື່ອນບ້ານ ໃຫ້ເປັນຮູບປະທຳ ເທື່ອລະກ້າວ. ຕໍ່ກັບການຮ່ວມມືສອງຝ່າຍ, ກ່ຽວກັບການຄ້າ ລະຫວ່າງ ສປປ ລາວ ແລະ ສປ ຈີນ ແມ່ນມີມູນຄ່າເພີ່ມຂຶ້ນທຸກປີ, ສະເພາະໃນປີ 2017 ມູນຄ່າການຄ້າສອງຝ່າຍ ແມ່ນບັນລຸໄດ້ເກືອບ 3 ຕື້ 2 ແສນໂດລາສະຫະລັດ, ເພີ່ມຂຶ້ນຫຼາຍກວ່າປີ 2016 ຈໍານວນ 28,6% ເຮັດໃຫ້ ສປ ຈີນ ກາຍເປັນຄູ່ຄ້າທີ່ໃຫຍ່ອັນດັບສອງ ຂອງ ສປປ ລາວ, ສ່ວນການລົງທຶນ ຂອງ ສປ ຈີນ ຢູ່ລາວ ແມ່ນຈັດຢູ່ໃນອັນດັບທີໜຶ່ງ, ເຊິ່ງໃນ 5 ປີ ຜ່ານມາ ມູນຄ່າການລົງທຶນ ຂອງ ສປ ຈີນ ຄິດເປັນມູນຄ່າ 6 ຕື້ 100 ລ້ານໂດລາສະຫະລັດ ໃນຈຳນວນ 775 ໂຄງການ, ເຊິ່ງເຫັນໄດ້ວ່າລັດຖະບານ ແຫ່ງ ສປປ ລາວ ໄດ້ໃຫ້ຄວາມສຳຄັນ ໃນການເປີດກ້ວາງການຮ່ວມມື ແລະ ສົ່ງເສີມການລົງທຶນ ຂອງຕ່າງປະເທດ ເປັນຕົ້ນແມ່ນ ການລົງທຶນໃນເຂດເສດຖະກິດພິເສດ, ການລົງທຶນ ໃນຂະແໜງບໍ່ແຮ່ ແລະ ຂະແໜງ ພະລັງງານໄຟຟ້າ.


ອີກຂະແໜງການໜຶ່ງ ທີ່ທັງສອງປະເທດມີທ່າແຮງ ແມ່ນການທ່ອງທ່ຽວ ຊຶ່ງເຫັນວ່າ ຕົວເລກຂອງການໄປມາຫາສູ່ ລະຫວ່າງ ປະຊາຊົນ ສອງຊາດ ນັບມື້ນັບເພີ່ມຂຶ້ນ ຊຶ່ງໃນປີຜ່ານມາຕົວເລກນັກທ່ອງທ່ຽວຈີນ ເຂົ້າໄປ ສປປ ລາວ ແມ່ນສູງເຖິງ 7 ແສນ 6 ໝື່ນ ເທື່ອຄົນ ແລະ ໂດຍສະເພາະປີ 2018 ນີ້, ລັດຖະບານ ສປປ ລາວ ໄດ້ປະກາດໃຫ້ເປັນປີທ່ອງທ່ຽວລາວ ໂດຍໄດ້ມີການກະກຽມແຜນການ ທ່ອງທ່ຽວ ຢ່າງຫຼາກຫຼາຍ ໃນທົ່ວປະເທດ, ພ້ອມທັງ ໄດ້ປັບປຸງສະຖານທີ່ທ່ອງທ່ຽວ, ໂຮງແຮມ, ຮ້ານອາຫານ ແລະ ສິ່ງອຳນວຍຄວາມສະດວກ ອື່ນໆ ເພື່ອໃຫ້ປີທ່ອງ ທ່ຽວ 2018 ນີ້ ປະສົບຜົນສຳເລັດ ແລະ ສາມາດດຶງດູດນັກທ່ອງທ່ຽວ ໄດ້ຕາມເປົ້າໝາຍ. ຈຶ່ງຂໍຖືໂອກາດນີ້ ເຊີນຊວນບັນດາເພື່ອນມິດຈາກ ສປ ຈີນ ແລະ ປະ ເທດຕ່າງໆ ໄປຢ້ຽມຢາມ ແລະ ທ່ອງທ່ຽວ ເພື່ອຄົ້ນຄວ້າສຶກສາກາລະໂອກາດ ໃນການລົງທຶນດ້ານຕ່າງໆ ຢູ່ ສປປ ລາວ.

ພາຍຫຼັງສໍາເລັດ ພິທີເປີດງານວາງສະແດງ ທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຍັງໄດ້ເດີນທາງໄປຢ້ຽມຢາມ ​ບັນດາຫ້າງຮ້ານທຸລະກິດ ທີ່ເປັນຕົວແທນຈາກ ສປປ ລາວ ແລະ ບັນດາຫ້າງຮ້ານຕ່າງໆ ທີ່ມາຈັດຢູ່ພາຍໃນງານ ຕື່ມອີກ.

ພາບ ແລະ ຂ່າວ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ 
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
_______


Powered by Blogger.