Header Ads

ເປີດໂຄງການກໍ່ສ້າງ ອະນຸສາວະລີ ພຣະເຈົ້າໄຊຍະເຊດຖາທິຣາດ ໃນເນື້ອທີ່ເກືອບ 2 ເຮັກຕາ ຈຸດສາມແຍກ ບ້ານຫາດຊາຍຂາວ ເມືອງໄຊເຊດຖາ ແຂວງອັດຕະປື






ວັນທີ 21 ມີຖຸນາ 2018 ຢູ່ທີ່ເມືອງໄຊເຊດຖາ ແຂວງອັດຕະປື ໄດ້ຈັດພິທີວາງສີລະລຶກໂຄງການກໍ່ສ້າງອານຸສາວະລີພຣະເຈົ້າໄຊຍະເຊດຖາທິຣາດວິລະກະສັດອົງທີ່ມີຄວາມປີຊາສາມາດໃນສະໄຫມອະນາຈັກລາວລ້ານຊ້າງຂຶ້ນ ໂດຍໃຫ້ເຂົ້າຮ່ວມຂອງ ທ່ານ ຈູມມາລີ ໄຊຍະສອນ ອະດີດ ເລຂາທິການໃຫຍ່ ອະດີດປະທານປະເທດແຫ່ງ ສປປລາວ ພ້ອມພັນລະຍາ, ມີ ທ່ານ ເລັດໄຊຍະພອນ ເລຂາພັກແຂວງ ເຈົ້າແຂວງອັດຕະປື, ມີເຈົ້າແຂວງເຊກອງ, ຮອງເຈົ້າແຂວງອ້ອມຂ້າງ, ຮອງລັດຖະມົນຕີກະຊວງ ຖວທ, ແຂກຖືກເຊີນຈາກສູນກາງ ແລະ ຊາວແຂວງອັດຕະປືເຂົ້າຮ່ວມ.






ໃນພິທີ ເບຶ້ອງຕົ້ນໄດ້ມີການ ສະແດງສີລະປະວັນນະຄະດີ, ມີການລານງານຄວາມເປັນມາ ແລະ ລາຍງານຄວາມພ້ອມຂອງໂຄງການກໍ່ສ້າງ ພ້ອມນີ້ກໍ່ໄດ້ມີພິທີທາງສາສະໜາ. ທ່ານ ພົງໄຊຊະນະ ໄຊຍະເສນາ ຜູ້ອຳນວຍການໃຫຍ່ບໍລິສັດ ວັງຕັດຂຸດຄົ້ນບໍ່ແຮ່ ເຊິ່ງເປັນບໍລິສັດຮັບເຫມົາໂຄງການກໍ່ສ້າງດັ່ງກ່າວ ໄດ້ຍົກໃຫ້ເຫັນວ່າ: ໂຄງການນີ້ຕັ້ງຢູ່ຈຸດສາມແຍກ ບ້ານຫາດຊາຍຂາວ ເຂດພະເມືອງ ເມືອງໄຊເຊດຖາ ແຂວງອັດຕະປື ໃຊ້ເນື້ອທີ່ໃນການກໍ່ສ້າງທັງຫມົດ 1,8 ເຮັກຕາ, ລັກສະນະຮູບປັ່ນຫລໍ່ນຸສາວະລີຂອງພຣະອົງ ແມ່ນມີລັກສະນະຂີ່ຊ້າງຂ້າເຊິກ ແລະ ນັ່ງສະຫງ່າຢູ່ຫລັງຊ້າງ ປິ່ນຫນ້າໄປທາງທິດຕາເວັນອອກ, ມີຂະໜາດ 14 ມx 22,8 ມ, ມູນຄ່າການກໍ່ສ້າງ 25 ຕື້ກີບ ໃນໄລຍະເວລາການກໍ່ສ້າງ 18 ເດືອນ.



ບໍລິເວນດ້ານໃນຂອງສວນຈະມີ ນໍ້າພຸ, ມີຫໍມູນເຊື້ອ, ເປັນບ່ອນນັ່ງພັກຜ່ອນ, ພ້ອມນີ້ພາຍໃນສວນ ຍັງເປັນບ່ອນຈັດກິດຈະກຳຕ່າງໆ ຂອງແຂວງ, ເມືອງຕື່ມອີກ. ຕອນທ້າຍຂອງພິທີ ທ່ານ ຈູມມາລີ ໄຊຍະສອນ ພ້ອມດ້ວຍຄະນະນຳ 4 ແຂວງ ແລະ ປະທານບໍລິສັດ ກໍ່ໄດ້ພ້ອມກັນວາງແຜນສີລາລຶກ, ຕອກເສົາເງິນ, ເສົາຄຳໃສ ່4 ແຈ, ປ່ອນບື-ແຜນເງິນ, ແຜນທອງ, ເຄື່ອງ ແລະ ໂຮຍດອກໄມ້ເປັນສີລິມຸງຄຸນໃນການກໍ່ສ້າງ ພ້ອມກັບລັ່ນຄ້ອງ 9 ບາດ ແລະ ປ່ອຍປຸມເປົ້າ ເພື່ອເປີດການກໍ່ສ້າງໂຄງການດັ່ງກ່າວຢ່າງເປັນທາງການ.






 ໂດຍ: ມາລາທິບ  ນສພ ເສດຖະກິດ-ການຄ້າ 
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com

_______


Powered by Blogger.