Header Ads

ສານຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດ ວັນສາກົນຕ້ານການລັກລອບຊື້-ຂາຍ ແລະ ຊົມໃຊ້ຢາເສບຕິດ ຄົບຮອບ 31 ປີ






ພີ່ນ້ອງຮ່ວມຊາດ ທີ່ ຮັກແພງ ທັງຫຼາຍ

ເປັນທີ່ຊາບນຳກັນແລ້ວວ່າ: ຢາເສບຕິດ ແມ່ນບັນຫາກວມລວມຂອງໂລກ ທີ່ເປັນໄພອັນຕະລາຍຕໍ່ມວນມະນຸດ, ເປັນບໍ່ເກີດແຫ່ງການກໍ່ອາຊະຍາກຳ, ການສໍ້ລາດບັງຫຼວງ, ກົດໜ່ວງທ່ວງດຶງ ການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ທັງຍັງໄດ້ສ້າງຄວາມເສຍຫາຍຢ່າງໃຫຍ່ຫຼວງ ຕໍ່ບຸກຄົນ ແລະ ຄອບຄົວ ຜູ້ທີ່ຕົກເປັນທາດຂອງມັນ ຢາເສບຕິດຍັງສືບຕໍ່ເປັນບັນຫາໃຫຍ່ ທີ່ເປັນພິດໄພຕໍ່ສັງຄົມລາວ. ປະຈຸບັນ, ຍັງມີການລັກລອບຄ້າຂາຍຢາເສບຕິດ, ມີການສົມຮູ້ຮ່ວມຄິດ ລະຫວ່າງ ຄົນລາວ ແລະ ຄົນຕ່າງປະເທດ, ມີການເຄື່ອນໄຫວຂອງກຸ່ມຄົນຂາຍຢາເສບຕິດຂ້າມຊາດ, ມີການນຳໃຊ້ພາຫະນະ-ເຕັກນິກທີ່ທັນສະໄໝ ເຂົ້າໃນການລັກລອບຂົນສົ່ງຄ້າຂາຍ ທີ່ເລິກແລບແນບນຽນທີ່ສຸດ ແລະ ສິ່ງທີ່ໜ້າເປັນຫ່ວງທີ່ສຸດ ແມ່ນຢາເສບຕິດໄດ້ຊຶມເລິກເຂົ້າຫຼາຍຊັ້ນຄົນໃນສັງຄົມ, ໄດ້ສ້າງຜົນເສຍຫາຍ ທາງດ້ານເສດຖະກິດ, ວັດທະນະທຳ-ສັງຄົມ, ສ້າງຄວາມບໍ່ສະຫງົບໃຫ້ແກ່ປະເທດຊາດ-ບ້ານເມືອງ, ທຳລາຍຖັນແຖວໄວໜຸ່ມ-ເຍົາວະຊົນ, ກໍ່ໃຫ້ເກີດມີການຫຼິ້ນກິນຟຸມຟືອຍ, ເປັນນັກເລງອັນທະພານ, ຂີ້ລັກງັດແງະ, ປຸ້ນຈີ້ຊິງຊັບ, ອາລະວາດຕີກັນ. ນອກນີ້, ຢາເສບຕິດຍັງເປັນສາຍເຫດ ໃຫ້ເກີດການຟອກເງິນ, ການຊື້ຈ້າງ ແລະ ໃຫ້ສິນບົນ, ໄດ້ສ້າງຄວາມເສຍຫາຍໃຫ້ແກ່ຖັນແຖວພະນັກງານ ແລະ ເຈົ້າໜ້າທີ່ຕ່າງໆ ເປັນຈໍານວນຫຼວງຫຼາຍ.

ຍ້ອນບັນຫາດັ່ງກ່າວນັ້ນ, ໃນຊຸມປີຜ່ານມາຈົນເຖິງປະຈຸບັນ, ພັກ ແລະ ລັດຖະບານເຮົາ ຈຶ່ງໄດ້ຖືເອົາການສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດ ເປັນໜ້າທີ່ສຳຄັນຕົ້ນຕໍ ແລະ ໄດ້ຊີ້ນໍາ-ນຳພາການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຢ່າງຈົດຈໍ່ ແລະ ເອົາຈິງເອົາຈັງຕະຫຼອດມາ ໂດຍໄດ້ເອົາໃຈໃສ່ສຶກສາອົບຮົມ ໃຫ້ປະຊາຊົນ, ບັນດາຊັ້ນຄົນ ເປັນຕົ້ນແມ່ນ ຊາວໜຸ່ມ-ເຍົາວະຊົນ ໄດ້ຮັບຮູ້-ເຂົ້າໃຈຢ່າງຖືກຕ້ອງ ກ່ຽວກັບພິດໄພ ແລະ ຜົນຮ້າຍຂອງຢາເສບຕິດ; ຄຽງຄູ່ກັນນັ້ນ, ລັດຖະບານ ກໍໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສຳຄັນ ຕໍ່ການປະຕິບັດມາດຕະການທາງດ້ານກົດໝາຍ ຕໍ່ຜູ້ກະທຳຄວາມຜິດ ໂດຍສະເພາະໄດ້ຈັບກຸມຜູ້ກະທໍາຜິດ ແລະ ກັກຕົວບັນດາຫົວໂປ່ຕົວ ການຄ້າຂາຍຢາເສບຕິດລາຍໃຫຍ່ຈຳນວນໜຶ່ງ ມາດຳເນີນຄະດີຕາມກົດໝາຍ ແລະ ລະບຽບການ; ພ້ອມກັນນັ້ນ, ໄດ້ມີການພົວພັນຮ່ວມມືຢ່າງໃກ້ຊິດ, ເປັນເຈົ້າການ ແລະ ສະເໝີຕົ້ນສະເໝີປາຍ ກັບບັນດາປະເທດເພື່ອນມິດ ໂດຍສະເພາະກັບປະເທດບ້ານໃກ້ເຮືອນຄຽງ ແລະ ອົງການຈັດຕັ້ງສາກົນຕ່າງໆຕະຫຼອດມາ.

ນະໂອກາດນີ້, ຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າ ຂໍສະແດງຄວາມຍ້ອງຍໍຊົມເຊີຍ ເຈົ້າໜ້າທີ່ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ທຸກພາກສ່ວນທີ່ກ່ຽວ ຂ້ອງ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ແລະ ປະຊາຊົນ ບັນດາຊັ້ນຄົນໃນທົ່ວປະເທດ ທີ່ໄດ້ຕັ້ງໜ້າເຂົ້າຮ່ວມໃນການສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດ. ພ້ອມກັນນີ້, ກໍຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ມາຍັງບັນດາປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ, ສະຖາບັນການເງິນລະຫວ່າງປະເທດ, ອົງການບໍ່ສັງກັດລັດຖະບານ ແລະ ບັນດາຜູ້ປະກອບການ ທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ໃຫ້ການສະໜັບສະໜູນ, ອູ້ມຊູຊ່ວຍເຫຼືອໃຫ້ແກ່ລັດຖະບານ ແລະ ປະຊາຊົນລາວ ໃນການສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດ ຢ່າງໄດ້ຮັບຜົນດີເປັນຂັ້ນໆມາ.

ເພື່ອນຮ່ວມຊາດ ທີ່ຮັກແພງ,

ຢາເສບຕິດ ເປັນບັນຫາຂອງຊາດ ແລະ ຂອງສາກົນ ທີ່ກຳລັງເປັນໄພຂົ່ມຂູ່ຕໍ່ຄວາມສະຫງົບສຸກ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ຄວາມໝັ້ນຄົງ ຂອງຊາດລາວເຮົາ. ດັ່ງນັ້ນ, ອີກເທື່ອໜຶ່ງ, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນ ທຸກຊັ້ນຄົນ, ທຸກເພດໄວ ຈົ່ງໄດ້ພ້ອມກັນເປັນເຈົ້າການ ເຂົ້າຮ່ວມໃນການສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດ ໃຫ້ຫຼຸດໜ້ອຍຖອຍລົງ ແລະ ໝົດໄປຈາກສັງຄົມລາວ. ຂ້າພະເຈົ້າຫວັງເປັນຢ່າງຍິ່ງວ່າ ບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ຈະສືບຕໍ່ໃຫ້ການສະໜັບສະໜູນ, ຮ່ວມມືຊ່ວຍເຫຼື​ອດ້ານທຶນຮອນ, ບົດຮຽນ ແລະ ປະສົບການ ແກ່ລັດຖະບານ ແລະ ປະຊາຊົນລາວ ໃນການສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດ ໃຫ້ໄດ້ຮັບຜົນດີ, ເຮັດໃຫ້ພາກພື້ນນີ້ຂອງໂລກ ປອດຢາເສບຕິດຢ່າງເປັນຮູບປະທຳ.


ແຫລ່ງ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ 
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
_______


Powered by Blogger.