Header Ads

ທ່ານນາຍົກລັດຖະມົນຕີ ຕ້ອນຮັບລັດຖະມົນຕີຕ່າງປະເທດບຣູໄນ






​ໃນຕອນບ່າຍ ຂອງວັນທີ 5 ມິຖຸນາ 2018 ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບ ຂອງທ່ານ Dato Erywan Pehin Yusof ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ບຣູໄນ ພ້ອມດ້ວຍຄະນະ.




​ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ກ່າວຊົມເຊີຍ ຕໍ່ການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້. ຊຶ່ງເປັນການປະກອບສ່ວນເສີມສ້າງ ສາຍພົວພັນ ແລະ ການຮ່ວມມື ຂອງສອງປະເທດ ເວົ້າລວມ, ເວົ້າສະເພາະ ກໍ່ແມ່ນຂົງເຂດວຽກງານການຕ່າງປະເທດ ລາວ ແລະ ບຣູໄນ ໃຫ້ນັບມື້ແໜ້ນແຟ້ນ ແລະ ເກີດດອກອອກຜົນເປັນກ້າວໆ.



 ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີ ຍັງໄດ້ນຳສະເໜີນະໂຍບາຍສົ່ງເສີມການລົງທຶນ ໃນຂະແໜງການຕ່າງໆ ທີ່ ສປປ ລາວ ກຳລັງໃຫ້ຄວາມສຳຄັນ ໂດຍສະເພາະແມ່ນ ບັນດາຂະແໜງທີ່ຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນ ໂດຍໄດ້ເຊີນຊວນ ແລະ ກ່າວສະແດງຄວາມຍິນດີຕ້ອນຮັບນັກລົງທຶນ ຂອງບຣູໄນ ທີ່ມີຄວາມສົນໃຈມາລົງທຶນ ຢູ່ ສປປ ລາວ ຜ່ານທ່ານລັດຖະມົນຕີກະຊວງການຕ່າງປະເທດບຣູໄນ. ນອກນັ້ນ, ຫາກມີຂໍ້ສະເໜີຕ່າງໆ ທີ່ເຮັດໃຫ້ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ກໍ່ສາມາດປຶກສາຫາລືກັນ ແລະ ລົງເລິກລາຍລະອຽດ ຮ່ວມກັບລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕື່ມອີກ.



​​ໃນໂອກາດດຽວກັນ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ບຣູໄນ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບຢ່າງອົບອຸ່ນ ຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນຄັ້ງນີ້, ພ້ອມທັງ ແຈ້ງໃຫ້ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຮັບຊາບ ກ່ຽວກັບຈຸດປະສົງ ໃນການເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້.​

ແຫລ່ງ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com

_______



Powered by Blogger.