Header Ads

ໄຂກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VIII ຢ່າງເປັນທາງການ







ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 5 ມິຖຸນາ 2018 ໂດຍການເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ. ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ທ່ານ ທອງລຸນ ສີສຸລິດ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ, ມີບັນດາການນຳພັກ-ລັດ, ອະດີດການນຳຂັ້່ນສູງ, ສະມາຊິກສະພາແຫ່ງຊາດທຸກເຂດເລືອກຕັ້ງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.



ໃນໂອກາດກ່າວໄຂກອງປະຊຸມ ທ່ານ ນ ປານີ ຢາທໍ່ຕູ້ ໄດ້ກ່າວວ່າ: ກອງປະຊຸມໃນຄັ້ງນີ້ ຈະໄດ້ພິຈະລະນາຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈຳນວນ 13 ສະບັບ. ໃນນັ້ນ, ປະກອບມີກົດໝາຍຂົງເຂດຍຸຕິທຳ 2 ສະບັບ, ຂົງເຂດເສດຖະກິດສັງຄົມ 8 ສະບັບ, ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ອົງການແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນຈຳນວນ 3 ສະບັບ ເຊິ່ງບັນດາຮ່າງກົດໝາຍດັ່ງກ່າວ ແມ່ນມີຄວາມໝາຍສຳຄັນ ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ທີ່ກຳນົດໄວ້ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ກໍ່ຄື ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ໃຫ້ກາຍເປັນນິຕິກຳລະອຽດ ເພື່ອເປັນເຄື່ອງມືໃນການຄຸ້ມຄອງລັດ-ຄຸ້ມຄອງເສດຖະກິດ-ສັງຄົມ ຢູ່ໃນແຕ່ລະຂົງເຂດວຽກງານ ໃຫ້ເປັນລະບົບຄົບຖ້ວນກວ່າເກົ່າ. ພ້ອມນັ້ນ ກອງປະຊຸມ ຍັງຈະໄດ້ຮັບຟັງການລາຍງານ ແລະ ປະກອບຄຳຄິດເຫັນໃສ່ບົດລາຍງານ ຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ 4 ເດືອນຜ່ານມາ, ຄາດຄະເນ 6 ເດືອນຕົ້ນປີ ແລະ ທິດທາງວຽກງານຈຸດສຸມປະຈຳ 6 ເດືອນທ້າຍ ປີ 2018; ພິຈາລະນາບົດລາຍງານຂອງລັດຖະບານ ກ່ຽວກັບການປະຕິບັດມະຕິ ຂອງກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການອອກນິຕິກຳລຸ່ມກົດໝາຍ ແລະ ຜົນກະທົບຈາກການນຳໃຊ້ສານເຄມີອັນຕະລາຍ ເກີນຄ່າມາດຕະຖານຕໍ່ສິ່ງແວດລ້ອມ, ສັງຄົມ ແລະ ທຳມະຊາດ; ພິຈາລະນາ ແລະ ຮັບຮອງບົດລາຍງານຂອງລັດຖະບານ ກ່ຽວກັບແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ; ພິຈາລະນາ ແລະ ຮັບຮອງບົດລາຍງານຂອງລັດຖະບານ ກ່ຽວກັບໂຄງປະກອບລາຄານ້ຳມັນ, ການຈັດຕັ້ງປະຕິບັດວຽກງານ 3 ສ້າງ ຕິດພັນກັບ ການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ມາດຕະການ, ວິທີແກ້ໄຂຕໍ່ປະກົດການຫຍໍ້ທໍ້ໃນສັງຄົມ ແລະ ອື່ນໆ; ພິຈາລະນາ ແລະ ຮັບຮອງການສະເໜີແຕ່ງຕັ້ງ ສະມາຊິກສະພາຜູ້ພິພາກສາ ຂອງສານປະຊາຊົນສູງສຸດ ແລະ ພິຈາລະນາບົດລາຍງານການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2018 ຂອງຄະນະປະຈຳສະພາແຫ່ງຊາດ.

​ໂອກາດເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ທ່ານ ທອງລຸນ ສີສຸລິດ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ລາຍງານໃຫ້ຊາບກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ 4 ເດືອນຜ່ານມາ, ຄາດຄະເນ 6 ເດືອນຕົ້ນປີ ແລະ ທິດທາງວຽກງານຈຸດສຸມປະຈຳ 6 ເດືອນທ້າຍ ປີ 2018 ຄື: ໃນໄລຍະ 4 ເດືອນຜ່ານມາ, ລັດຖະບານ ໄດ້ຈັດຕັ້ງປະຕິບັດວຽກງານຈຸດສຸມຂອງຕົນ ຕາມທີ່ໄດ້ສະເໜີໃນກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ VIII ໃນເດືອນ ຕຸລາ 2017 ໂດຍໄດ້ຈັດຕັ້ງຜັນຂະຫຍາຍບັນດາມະຕິ ຂອງສະພາແຫ່ງຊາດໃນຄັ້ງນັ້ນ ເປັນແຜນວຽກຕົວຈິງ ເຮັດໃຫ້ການຄຸ້ມຄອງລັດ ກໍ່ຄື ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ດໍາເນີນໄປຕາມຄາດໝາຍ ແລະ ແຜນການທີ່ວາງໄວ້. ດ້ວຍຄວາມຮັບຜິດຊອບໃນການບໍລິຫານປະເທດ ຕາມລະບຽບກົດໝາຍຢ່າງເຂັ້ມງວດ ແລະ ມີປະສິດທິຜົນນັ້ນ ລັດຖະບານ ໄດ້ຄົ້ນຄວ້າບັນຫາ ແລະ ໄດ້ສຶກສາຄົ້ນຄວ້າຢ່າງເລິກເຊິ່ງ, ຖີ່ຖ້ວນ ເຖິງທ່າແຮງ, ຄວາມອາດສາມາດບົ່ມຊ້ອນຂອງປະເທດເຮົາ. ໃນເວລາດຽວກັນ, ກໍ່ຊອກເຫັນສິ່ງທ້າທາຍທົດສອບ ແລະ ບັນຫາທີ່ມີຄວາມຈໍາເປັນ ຕ້ອງໄດ້ແກ້ໄຂຢ່າງຈິງຈັງ, ຮີບດ່ວນ ແລະ ພາວະວິໄສ. ດັ່ງນັ້ນ, ລັດຖະບານ ຈະສືບຕໍ່ເຮັດໜ້າທີ່ຂອງຕົນ ດ້ວຍຄວາມຮັບຜິດຊອບສູງ, ດ້ວຍຄວາມບໍລິສຸດໃຈ ແລະ ດ້ວຍນໍ້າໃຈເສຍສະຫຼະ, ສະມາຊິກລັດຖະບານ ຈະສືບຕໍ່ເປັນປຶກແຜ່ນແໜ້ນໜຽວ, ມີຄວາມສາມັກຄີເປັນເອກະພາບສູງ ຕໍ່ແນວທາງນະໂຍບາຍຂອງພັກ, ຈະຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດກົດໝາຍ ແລະ ມະຕິຕົກລົງ ທີ່ສະພາແຫ່ງຊາດ ໄດ້ເປັນເອກະພາບ ຢ່າງເຂັ້ມງວດ ແລະ ມີປະສິດທິຜົນ. ພ້ອມດຽວກັນນີ້, ລັດຖະບານ ຈະສືບຕໍ່ລົງເລິກຫັນກຽວໃຫ້ແໜ້ນເຂົ້າຕື່ມ ແລະ ແກ້ໄຂບັນຫາທີ່ຄົງຄ້າງໃຫ້ໄດ້, ຈະບໍ່ຢຸດຈຶ້ງ ຫຼື ຖອຍຫຼັງເດັດຂາດ ເພື່ອນໍາເອົາປະເທດຊາດ ກ້າວໄປດ້ວຍບາດຍ່າງທີ່ໜັກແໜ້ນ, ສ້າງສາພັດທະນາປະເທດຊາດ ໃຫ້ໄປຕາມເສັ້ນທາງລັດມັ່ງຄັ່ງ-ເຂັ້ມແຂງ, ປະຊາຊົນຮັ່ງມີ-ຜາສຸກ, ສັງຄົມມີປະຊາທິປະໄຕ ແລະ ສີວິໄລ ເພື່ອກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ.

ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VIII ໃນຄັ້ງນີ້ ​ຈະໄດ້ດໍາເນີນແຕ່ວັນທີ 5-28/06/2018.


ແຫລ່ງ: ກົມ​ປະ​ຊາ​ສຳ​ພັນ, ພະ​ແນກ​ໂຄ​ສະ​ນາ 
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
_______
Powered by Blogger.