Header Ads

ທ່ານຮອງນາຍົກລັດຖະມົນຕີ ເຂົ້າຮ່ວມພິທີປູກຕົ້ນໄມ້ ທີ່ແຂວງບໍລິຄຳໄຊ




ອີງຕາມການລາຍງານຂ່າງຂອງ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ວ່າ : ​ໃນຕອນເຊົ້າ ຂອງວັນທີ 1 ມິຖຸນາ 2018 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມພິທີປູກຕົ້ນໄມ້ ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ປະຈຳປີ 2018 ຢູ່ທີ່ແຂວງບໍລິຄຳໄຊ ໃນບໍລິເວນ ອານຸສາວະລີ ທ່ານ ສີສົມພອນ ລໍວັນໄຊ ແລະ ເດີ່ນໂຮງຮຽນການເມືອງການປົກຂອງແຂວງຫຼັງໃໝ່, ໂດຍມີການນຳຂອງແຂວງ, ການນຳຂອງກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍ ພະນັກງານ-ລັດຖະກອນ, ນັກຮຽນ ແລະ ລູກຫຼານນ້ອງນ້ອຍເຍົາວະຊົນ ພາຍໃນແຂວງບໍລິຄຳໄຊ ເຂົ້າຮ່ວມ.






​ໃນພິທີ, ທ່ານ ບຸນມາ ບຸຈະເລີນ, ຮອງເຈົ້າແຂວງໆບໍລິຄຳໄຊ ໄດ້ລາຍງານໃຫ້ຮູ້ວ່າ: ພັກ ແລະ ລັດຖະບານ ຍາມໃດກໍ່ໄດ້ເຫັນຄວາມສຳຄັນ ກ່ຽວກັບວຽກງານປ່າໄມ້ ກໍ່ຄື ການປູກຕົ້ນໄມ້ (ຕົ້ນໄມ້ປະດັບ, ຕົ້ນໄມ້ອຸດສາຫະກຳ..., ການຟື້ນຟູປ່າ ແລະ ການປົກປັກຮັກສາປ່າໄມ້. ພ້ອມກັນນັ້ນ, ທຸກພາກສ່ວນໃນສັງຄົມ ກໍ່ໄດ້ກອບສ່ວນ ທາງດ້ານທຶນຮອນ, ເຫື່ອແຮງ ແລະ ສ້າງ ເງື່ອນໄຂເອື້ອອຳນວຍຕ່າງ ເຂົ້າໃນວຽກງານດັ່ງກ່າວ ຕາມຄວາມສາມາດຂອງຕົນ ແລະ ຄວາມເໝາສົມຂອງແຕ່ລະທ້ອງຖິ່ນ ເພື່ອຮັກສາສະພາບແວດລ້ອມທຳມະຊາດ ແລະ ສ້າງເສດຖະກິດຄອບຄົວ, ປະເທດຊາດ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ນັບມື້ດີຂຶ້ນ. ນອກນັ້ນ, ກໍ່ຍັງໄດ້ຊຸກຍູ້ການຄຸ້ມຄອງ, ປົກປັກຮັກສາ ແລະ ນຳໃຊ້ປ່າໄມ້ ໃຫ້ຖືກຕ້ອງຕາມ ກົດໝາຍ ແລະ ລະບຽບການຕ່າງໆ. ໃນປີ 2017 ທີ່ຜ່ານມາ ທົ່ວແຂວງບໍລິຄຳໄຊ ໄດ້ປູກໄມ້ທັງໝົດ 459 ເຮັກຕາ ແລະ ປູກໃນວັນທີ 1 ມິຖຸນາ 2017 ຈຳນວນ 20 ເຮັກຕາ, ມີເບ້ຍໄມ້ທັງໝົດ 31 ພັນກວ່າເບ້ຍ. ປີ 2018 ນີ້ ຈະປູກໃຫ້ໄດ້ 300 ເຮັກຕາ ແລະ ຜະລິດເບ້ຍໄມ້ໃຫ້ໄດ້ 3 ແສນເບ້ຍ. ສະເພາະປູກໃນວັນທີ 1 ມິຖຸນາ 2018 ນີ້ ແມ່ນຈະປູກໃຫ້ໄດ້ 15 ກວ່າເຮັກຕາ, ເບ້ຍໄມ້ທີ່ປູກ ເກືອບ 12 ພັນເບ້ຍ. 



ປະຈຸບັນ, ທົ່ວແຂວງ ມີສວນກ້າເບ້ຍໄມ້ຂອງລັດ ຈຳນວນ 6 ແຫ່ງ, ຜະລິດເບ້ຍໄມ້ໄດ້ປະມານ 45 ພັນເບ້ຍ. ນອກນັ້ນ, ຍັງມີບໍລິສັດ ຜະລິດໄດ້ປະມານ 50 ພັນເບ້ຍ, ປະຊາຊົນຜະລິດໄດ້ ປະມານ 228 ພັນເບ້ຍ, ລວມທັງໝົດທົ່ວແຂວງ ແມ່ນສາມາດຜະລິດເບ້ຍໄມ້ໄດ້ປະມານ 323 ພັນເບ້ຍ. ສຳລັບການປູກໄມ້ດັ່ງກ່າວ, ກໍ່ເພື່ອເປັນການສ້າງຂະບວນການ ປູກຈິດສຳນຶກໃຫ້ປະຊາຊົນ ຕະຫຼອດຮອດການຈັດຕັ້ງທຸກພາກສ່ວນ, ນັກຮຽນຮູ້, ລູກຫຼານທີ່ຍັງເປັນເຍົາວະຊົນ, ອານຸຊົນ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ການຄຸ້ມຄອງ, ປົກປັກຮັກສາ, ການຟື້ນຟູປ່າໄມ້ ແລະ ການປົກປັກຮັກສາສິ່ງແວດລ້ອມ, ເຮັດໃຫ້ວຽກງານນີ້ ກາຍເປັນຂະບວນການຂອງມະຫາຊົນຢ່າງແທ້ຈິງ ໂດຍສະເພາະ ແມ່ນການເພີ່ມເນື້ອທີ່ປົກຫຸ້ມຂອງປ່າໄມ້ ໃຫ້ມີຄວາມສວຍງາມ, ຮົ່ມເຢັນ, ສະຫງ່າຜ່າເຜີຍ, ມີສະເໜ່, ທຳມະຊາດ ມີຄວາມອຸດົມສົມບູນ, ມີສິ່ງແວດລ້ອມທີ່ດີ, ປົກປັກຮັກສາແຫຼ່ງນ້ຳ ກິນ-ນ້ຳໃຊ້, ຫຼຸດຜ່ອນພາວະໂລກຮ້ອນ, ຕ້ານ ແລະ ປ້ອງກັນ ໄພທຳມະຊາດຕ່າງໆ.



​ໃນຕອນທ້າຍ, ທ່ານ ບຸນມາ ບຸຈະເລີນ ໄດ້ຕາງໜ້າໃຫ້ອຳນາດການປົກຄອງແຂວງບໍລິຄຳໄຊ ກ່າວຮຽກຮ້ອງການຈັດຕັ້ງທຸກພາກສ່ວນ, ອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນທົ່ວແຂວງບໍລິຄຳໄຊ ຈົ່ງພ້ອມກັນເອົາໃຈໃສ່ປົກປັກຮັກສາປ່າໄມ້, ປູກຕົ້ນໄມ້ໃຫ້ເປັນປ່າ, ຟື້ນຟູປ່າໄມ້ໃຫ້ມີຄວາມອຸດົມສົມບູນ. ພ້ອມກັນນັ້ນ ກໍ່ສຶກສາອົບຮົມປູກຈິດສຳນຶກໃຫ້ລູກຫຼານຂອງຕົນ ໃຫ້ຮູ້ຄຸນຄ່າ ແລະ ຄຸນປະໂຫຍດຂອງປ່າໄມ້ ແລະ ຖືເອົາວຽກງານນີ້ ເປັນໜ້າທີ່ຂອງທົ່ວປວງຊົນ. ທີ່ສຳຄັນແມ່ນພ້ອມກັນປະຕິບັດຄຳຂວັນທີ່ວ່າ: “ປູກຕົ້ນໄມ້ ແລະ ຟື້ນຟູປ່າໄມ້ໃນວັນນີ້ ເພື່ອຊີວິດທີ່ດີໃນວັນໜ້າ”, “ປ່າໄມ້ສົດຊື່ນ, ຊີວິດສົດໃສ”, “ຮັກຊີວິດ ຢ່າຄິດທຳລາຍປ່າໄມ້” ໃຫ້ປະກົດຜົນເປັນຈິງ.



​​ພາຍຫຼັງການປູກຕົ້ນໄມ້ສຳເລັດ, ທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະນຳຂອງແຂວງບໍລິຄຳໄຊ ໄດ້ໄປຢ້ຽມຢາມເບິ່ງຄວາມຄືບໜ້າ ໂຄງການກໍ່ສ້າງສວນອານຸສາວະລີ ທ່ານ ສີສົມພອນ ລໍວັນໄຊ, ໂຄງການກໍ່ສ້າງໂຮງຮຽນມັດທະຍົມສົມບູນ ສີທະນາໄຊ ແລະ ໄປເບິ່ງສະໜາມກິລາຂອງແຂວງ ຕື່ມອີກ.​


ແຫລ່ງ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ 
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com

_______


Powered by Blogger.