Header Ads

2 ດ່ານ ລາວ-ຈີນ ຈັດກອງປະຊຸມປະຈຳໄຕມາດ I ປະຈຳປີ 2018




ກອງປະຊຸມພົບປະ ປະຈໍາໄຕມາດ I ປະຈໍາປີ 2018 ລະຫວ່າງ ດ່ານ ຕມ ສາກົນບໍເຕ່ນ ແຂວງຫຼວງນໍ້າທາ ສປປ ລາວ ກັບດ່ານກວດກາຄົນເຂົ້າ-ອອກເມືອງສາກົນບໍຫານ ແຫ່ງ ສປ ຈີນ ໄດ້ຈັດຂຶ້ນໃນວັນທີ 29 ພຶດສະພາ 2018, ຝ່າຍລາວນໍາໂດຍ ພັຕ ສຸລິວັນ ຍົມມະນີ ຫົວໜ້າດ່ານ ຕມ ສາກົນບໍເຕ່ນ ພ້ອມດ້ວຍຄະນະ, ຝ່າຍຈີນນໍາໂດຍ ພັອ ຈຽງປີງ ຫົວໜ້າດ່ານກວດກາຄົນເຂົ້າ-ອອກເມືອງສາກົນບໍຫານ ພ້ອມຄະນະ.



ກອງປະຊຸມ, ທັງສອງຝ່າຍກໍ ໄດ້ຜັດປ່ຽນກັນຂຶ້ນລາຍງານສະພາບໂດຍລວມໃນໄລຍະ 3 ເດືອນຜ່ານມາ, ໂດຍສະເພາະແມ່ນວຽກງານຖອດຖອນບົດຮຽນຈາກການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ເຫັນວ່າທັງສອງດ່ານໄດ້ເອົາໃຈໃສ່ພົວພັນຮ່ວມມືແລກປ່ຽນທາງດ້ານວິຊາສະເພາະ ແລະ ອອກເຄື່ອນໄຫວລາດຕະເວນຢູ່ຂອບເຂດຄວາມຮັບຜິດຊອບຂອງຕົນຢ່າງເປັນປົກກະຕິ ແລະ ມີຄວາມສະຫງົບໂດຍພື້ນຖານ, ເອົາໃຈໃສ່ແກ້ໄຂບັນຫາເຂດຊາຍແດນ ລາວ-ຈີນ ແລະ ອຳນວຍຄວາມສະດວກໃຫ້ແກ່ການເຂົ້າ-ອອກໄປມາຫາສູ່ກັນ ລະຫວ່າງປະຊາຊົນທັງສອງຊາດ ມີຄວາມສະດວກປອດໄພ. ໃນໄລຍະ 3 ເດືອນຜ່ານມາ, ມີຄົນເຂົ້າ-ອອກເມືອງທັງໝົດ 418.383 ຄົນ ຍິງ 133.041 ຄົນ, ເດັກ 6.100 ຄົນ. ໃນນັ້ນ, ຄົນເຂົ້າເມືອງ ມີທັງໝົດ 210.655 ຄົນ ຍິງ 66.786 ຄົນ, ເດັກ 2.969 ຄົນ, ຄົນອອກເມືອງ ມີທັງໝົດ 207.728 ຄົນ ຍິງ 66.255 ຄົນ, ເດັກ 3.131 ຄົນ, ພາຫະນະເຂົ້າ-ອອກເມືອງທັງໝົດ 106.191 ຄັນ, ພາຫະນະເຂົ້າເມືອງທັງໝົດ 54.246 ຄັນ, ພາຫະນະອອກເມືອງ ທັງໝົດ 51.945 ຄັນ, ອອກວີຊາກັບດ່ານ 39 ປະເທດ, 64.410 ຄົນ, ກວດກາຄະນະນັກທ່ອງທ່ຽວເຂົ້າ-ອອກເມືອງ 3.316 ຄະນະ, ມີ 98.704 ຄົນ ຍິງ 55.780 ຄົນ, ອອກເຄື່ອນໄຫວລາດຕະເວນຮ່ວມກັນ ມີ 8 ຄັ້ງ ມີ 24 ສະຫາຍ, ມອບຜູ້ຖືກຫາເປັນພົນລະເມືອງຈີນເຂົ້າເມືອງຜິດກົດໝາຍໃຫ້ເຈົ້າໜ້າທີ່ຈີນ 8 ຄັ້ງ ມີ 17 ຄົນ, ຮັບຜູ້ຖືກຫາພົນລະເມືອງລາວ ຈາກເຈົ້າໜ້າທີ່ຈີນ 2 ຄັ້ງ ມີ 2 ຄົນ.


ໂອກາດດຽວກັນ, ຜູ້ແທນທັງສອງຝ່າຍກໍໄດ້ພ້ອມກັນປຶກສາຫາລືຜັດປ່ຽນກັນແລກປ່ຽນຄຳຄິດຄຳເຫັນບາງບັນຫາທີເຫັນວ່າ ຍັງເປັນຂໍ້ຄົງຄ້າງທີ່ຈະໄດ້ສືບຕໍ່ແກ້ໄຂໃນຕໍ່ໜ້າ ເຊິ່ງທັງສອງຝ່າຍເຫັນດີພ້ອມກັນສືບຕໍ່ການພົວພັນຮ່ວມມືໃຫ້ມີຄວາມໜັກແໜ້ນ ແລະ ແຂງແຮງໃນກໍລະນີມີບັນຫາທີ່ເກີດຂຶ້ນໃນຂອບເຂດຄວາມຮັບຜິດຊອບຂອງທັງສອງດ່ານ, ພ້ອມກັນແກ້ໄຂບັນຫານຳກັນ, ສືບຕໍ່ສຶກສາອົບຮົມພົນລະເມືອງ ຈີນ-ລາວ ໃຫ້ເຂົ້າແກ້ໄຂຕໍ່ລະບຽບກົດໝາຍເຂົ້າ-ອອກເມືອງຂອງສອງປະເທດ ໂດຍສະເພາະເພີ່ມທະວີເຄື່ອນໄຫວຮ່ວມກັນຕາມຊາຍແດນ ແລະ ສະກັດກັ້ນການລັກລອບເຂົ້າ-ອອກເມືອງທີ່ຜິດກົດໝາຍຕາມເສັ້ນທາງນ້ອຍ, ສືບຕໍ່ເອົາໃຈໃສ່ສະກັດກັ້ນ ແລະ ສຶກສາອົບຮົມປະຊາຊົນທັງສອງຝ່າຍໃຫ້ເຂົ້າໃຈຕໍ່ການຕົກເປັນເຫຍື່ອ ແລະ ມີຄວາມສ່ຽງຕໍ່ການຄ້າມະນຸດສູງຂຶ້ນຕື່ມ.


ພາບ ແລະ ຂ່າວ: ນສພ ຄວາມສະຫງົບ 
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
_______


Powered by Blogger.