Header Ads

ນາຍົກລັດຖະມົນຕີ ໂອ້ລົມຕໍ່ ກອງປະຊຸມສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ປະຈຳປີ 2017 ຂອງກະຊວງການຕ່າງປະເທດ




ໃນວັນທີ 08 ມິຖຸນາ 2018 ຜ່ານມານີ້, ທີ່ ສູນຝຶກອົບຮົມ ແລະ ການຮ່ວມມືສາກົນ (ICTC), ສະຫາຍ ທອງລຸນ ສີສຸລິດ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ມີຄຳເຫັນໂອ້ລົມຊີ້ນຳຕໍ່ ກອງປະຊຸມສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ປະຈຳປີ 2017 ຂອງກະຊວງການຕ່າງປະເທດ, ຊຶ່ງໄດ້ດຳເນີນມາເປັນເວລາ 2 ວັນ, ແຕ່ວັນທີ 07-08 ມິຖຸນາ 2018, ໂດຍມີບັນດາສະຫາຍຄະນະພັກ, ຄະນະນຳກະຊວງ, ສະມາຊິກພັກ, ພະນັກງານ-ລັດຖະກອນ ແລະ ພະນັກງານອາວຸໂສບຳນານ ຈຳນວນ 300 ກວ່າສະຫາຍ ເຂົ້າຮ່ວມຢ່າງພ້ອມພຽງ.



ໃນໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ, ໃນນາມຕາງໜ້າໃຫ້ກົມການເມືອງສູນກາງພັກ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານອັນພົ້ນເດັ່ນ ທີ່ກະຊວງການຕ່າງປະເທດ ຍາດມາໄດ້ໃນໄລຍະຜ່ານມາ ໂດຍພາຍໃຕ້ການຊີ້ນຳ-ນຳພາຂອງຄະນະພັກ, ຄະນະນຳແຕ່ລະຂັ້ນ ທັງຢູ່ພາຍໃນ ແລະ ສຳນັກງານຜູ້ຕາງໜ້າການທູດຢູ່ຕ່າງປະເທດ, ໃນສະພາບແວດລ້ອມພາກພື້ນ-ສາກົນ ມີການຜັນແປຢ່າງໄວວາ, ສະຫຼັບສັບຊ້ອນ, ສັບສົນ ແລະ ວຸ້ນວາຍ ຍາກທີ່ຈະສາມາດຄາດຄະເນໄດ້ຢ່າງແນ່ນອນ ອັນເນື່ອງມາຈາກຫຼາຍສາເຫດ, ເປັນຕົ້ນ ດ້ານການເມືອງ ແລະ ເສດຖະກິດ-ສັງຄົມ.

ພ້ອມດຽວກັນນີ້, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ເນັ້ນໜັກໃຫ້ຄະນະພັກ, ຄະນະນຳແຕ່ລະຂັ້ນຂອງກະຊວງການຕ່າງປະເທດ ທັງຢູ່ພາຍໃນ ແລະ ຕ່າງປະເທດ ໃຫ້ສືບຕໍ່ຄົ້ນຄວ້າເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ໂດຍສະເພາະແມ່ນມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ X ກໍ່ຄື ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງການຕ່າງປະເທດ ຄັ້ງທີ III ໃຫ້ເລິກເຊິ່ງ, ເຖິງຖອງກວ່າ ເກົ່າ, ໃຫ້ຖືກຕ້ອງ, ສອດຄ່ອງ ແລະ ເປັນເອກະພາບກັນຢູ່ໃນຮາກຖານພັກ ທັງຢູ່ພາຍໃນ ແລະ ຕ່າງປະເທດ, ແລະ ມະຕິກອງປະຊຸມຄົບຄະນະ ຄັ້ງທີ 5 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X; ສືບຕໍ່ປະຕິບັດແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື ຢ່າງສະເໝີຕົ້ນສະເໝີປາຍ, ເປີດກວ້າງອອກສູ່ຫຼາຍທິດ, ຫຼາຍຝ່າຍກັບບັນດາປະເທດຢູ່ພາກພື້ນ ແລະ ໃນໂລກ; ສືບຕໍ່ຜັນຂະຫຍາຍຜົນສຳເລັດບັ້ນດຳເນີນຊີວິດການເມືອງ ປັບປຸງປົວແປງພັກ ປີ 2017 ໃຫ້ເຂົ້າສູ່ລວງເລິກ ແລະ ສືບຕໍ່ຕີລາຄາປະເມີນຜົນກ່ຽວກັບນ້ຳໃຈຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ ທີ່ໄດ້ຮັບມອບໝາຍທັງຂອງລວມໝູ່ ແລະ ຂອງບຸກຄົນ; ປະຕິບັດກົດລະບຽບຂອງພັກສະໄໝທີ X ທີ່ໄດ້ກຳນົດທາດແທ້ຂອງພັກ, ລັກສະນະຂອງພັກ, ຫຼັກການ-ເນື້ອໃນ ແນວທາງດ້ານການຈັດຕັ້ງໃນການເຄື່ອນໄຫວຂອງຄະນະພັກແຕ່ລະຂັ້ນ ຂອງສະມາຊິກພັກແຕ່ລະສະຫາຍ; ເພີ່ມທະວີເອົາໃຈໃສ່ ຈັດຕັ້ງປະຕິບັດ ຕາມທິດຊີ້ນຳຂອງກົມການເມືອງສູນກາງພັກ ວ່າດ້ວຍ ການນຳພາວຽກງານການເມືອງແນວຄິດ, ນຳພາປະຕິບັດພາລະບົດບາດ, ສິດໜ້າທີ່ ແລະ ຄວາມຮັບຜິດຊອບຂອງໜ່ວຍພັກ, ອົງການຈັດຕັ້ງມະຫາຊົນ, ນຳພາວຽກງານກໍ່ສ້າງ-ປັບປຸງການຈັດຕັ້ງ ແລະ ວຽກງານຂະຫຍາຍພັກ ເພື່ອເຮັດໃຫ້ໜ່ວຍພັກ, ສະມາຊິກພັກເຊື່ອມຊຶມ, ກຳແໜ້ນ ແລະ ມີຄວາມຮັບຜິດຊອບເປັນເອກະພາບຕໍ່ແນວທາງ, ແຜນນະໂຍບາຍ, ມະຕິ, ຄຳສັ່ງ, ກົດລະບຽບຂອງພັກ, ກົດໝາຍ ແລະ ລະບຽບຂອງລັດ, ຮຽນຮູ້ພື້ນຖານທິດສະດີມາກ-ເລນິນ, ແນວຄິດປະທານ ໄກສອນ ພົມວິຫານ, ນຳພາສຶກສາອົບຮົມການເມືອງແນວຄິດ ໃຫ້ແກ່ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ທີ່ຢູ່ໃນຄວາມຮັບຜິດຊອບຂອງໜ່ວຍພັກຕົນ ໃຫ້ກຳແໜ້ນແນວທາງ, ແຜນນະໂຍບາຍ, ມະຕິ, ຄຳສັ່ງ, ລະບຽບຂອງພັກ, ກົດໝາຍ, ລະບຽບການຕ່າງໆຂອງລັດ ແລະ ນຳພາຈັດຕັ້ງປະຕິບັດໃຫ້ຖືກຕ້ອງສອດຄ່ອງ ແລະ ມີຜົນສຳເລັດ; ໃຫ້ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ມີສະຕິເຄົາລົບລະບຽບກົດໝາຍ ແລະ ຕ້ານທຸກກົນອຸບາຍຂອງສັດຕູ, ສ້າງໄດ້ແນວຄິດ, ການກະທຳທີ່ດີ, ມີຄວາມຍຸຕິທຳ ແລະ ອະລິຍະທຳທີ່ກ້າວໜ້າ, ເປັນເຈົ້າການຈັດຕັ້ງປະຕິບັດ ມະຕິ, ຄໍາສັ່ງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ທີ່ພັກ-ລັດ ວາງອອກ ໃນແຕ່ລະໄລຍະ ໃຫ້ມີໝາກຜົນຕົວຈິງ ຢ່າງບໍ່ຢຸດຢັ້ງ.

ພ້ອມດຽວກັນນີ້, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ຢໍ້າໃຫ້ສືບຕໍ່ ການບຳລຸງກໍ່ສ້າງພະນັກງານ ເພື່ອຍົກສູງຄຸນນະພາບຂອງພະນັກງານແຕ່ລະຂັ້ນ-ແຕ່ລະປະເພດ ຂຶ້ນສູ່ລະດັບໃໝ່, ແນ່ໃສ່ເຮັດລ້ອນໜ້າທີ່ການເມືອງທີ່ພັກ-ລັດ ມອບໝາຍໃຫ້, ສູ້ຊົນສ້າງແຜນງານກຳນົດພະນັກງານໃຫ້ມີຄຸນນະພາບອັນໃໝ່ ຕາມມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍ ການສ້າງແຜນກຳນົດພະນັກງານຢ່າງຖືກຕ້ອງ ໃນນັ້ນ ກໍ່ໃຫ້ສູ້ຊົນຫັນເປັນໜຸ່ມ ໂດຍມີການຈັດວາງເປັນລະບົບໃຫ້ມີ ອາວຸໂສ-ປານກາງ-ໜຸ່ມແໜ້ນ, ມີທັງເພດຍິງ ແລະ ຊົນເຜົ່າ. ການສ້າງ ແລະ ບຳລຸງພະນັກງານ ຕ້ອງເຮັດຢ່າງຮອບດ້ານ-ຈິງໃຈ, ເນັ້ນໃສ່ຄຸນນະພາບເປັນຕົ້ນຕໍ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວ ຄິດ, ມີຄວາມຮູ້ດ້ານວິຊາການ-ດ້ານພາສາຕ່າງປະເທດ, ມີຄວາມສາມາດໃນການນຳພາຕົວຈິງ, ມີຄວາມຮູ້ວຽກງານຄຸ້ມຄອງລັດ-ຄຸ້ມຄອງເສດຖະກິດ-ສັງຄົມ ຕາມລັດຖະທຳມະນູນ ແລະ ກົດໝາຍ; ຕ້ອງມີແບບແຜນການເຮັດວຽກທີ່ມີວິທະຍາສາດ ແລະ ຖືກຕ້ອງຕາມຫຼັກການຂອງພັກ, ມີແບບແຜນດຳລົງຊີວິດທີ່ປອດໃສຂາວສະອາດ; ຮູບການກໍ່ສ້າງ-ບຳລຸງ ແມ່ນໃຫ້ເນັ້ນໃສ່ສ້າງໃນຂະບວນການຕົວຈິງ ສ້າງຢູ່ຮາກຖານ-ກົມກອງ ແລະ ສ້າງໃນຂະບວນການມະຫາຊົນເປັນຕົ້ນຕໍ. ພ້ອມກັນນີ້, ການຈັດວາງສັບຊ້ອນພະນັກງານເຂົ້າໃນຕຳແໜ່ງງານ ກໍ່ຄື ຕຳແໜ່ງນຳພາ-ຄຸ້ມຄອງແຕ່ລະຂັ້ນ ຕ້ອງໃຫ້ອີງໃສ່ມາດຖານ, ເງື່ອນໄຂພະນັກງານແຕ່ລະປະເພດ ທີ່ກົມການເມືອງໄດ້ກຳນົດໄວ້, ມີກົນໄກໃນການຄັດເລືອກພະນັກງານເຂົ້າໃນຕຳແໜ່ງຕ່າງໆ ຢ່າງໂປງໃສ່, ຍຸຕິທຳ ແລະ ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ; ຄຽງຄູ່ກັບການຍົກຍ້າຍຕຳແໜ່ງ ບໍ່ວ່າຈະກໍລະນີໃດກໍ່ຕາມ ຈະຕ້ອງມີການສຳຫຼວດ, ກວດກາ, ຕີລາຄາຄຸນນະພາບຂອງແຕ່ລະສະຫາຍ ຢ່າງຈະແຈ້ງ. ໃນຂະນະດຽວກັນ, ກໍ່ຄວນຫຼີກເວັ້ນການວາງນະໂຍບາຍໃຫ້ກັນແບບບໍ່ສອດຄ່ອງກັບນະໂຍບາຍລວມຂອງພັກ-ລັດຖະບານ ວາງອອກ; ຕ້ອງເດັດດ່ຽວປະຕິບັດວິໄນຕໍ່ພະນັກງານຜູ້ທີ່ມີແນວຄິດ ແລະ ການກະທຳສໍ້ລາດບັງຫຼວງ, ອາດຍາສິດ, ສວຍໃຊ້ໜ້າທີ່ ເພື່ອຜົນປະໂຫຍດສ່ວນຕົວ, ລະເມີດລະບຽບກົດໝາຍ, ສ້າງຄວາມເສຍຫາຍໃຫ້ລັດ, ລວມໝູ່ ແລະ ປະຊາຊົນ ທັງຮູບການທາງກົງ ແລະ ທາງອ້ອມ.


ໃນຕອນທ້າຍຂອງກອງປະຊຸມ, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ຮຽກຮ້ອງໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ທັງໝົດໃນຂະແໜງການຕ່າງປະເທດ ຈົ່ງເຊີດຊູຄວາມເປັນເຈົ້າການ, ສຸມທຸກເຫື່ອແຮງ ແລະ ສະຕິປັນຍາ, ເພີ່ມທະວີຫົວຄິດປະດິດສ້າງ,​ ອົດທົນສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ ພ້ອມທັງເອົາໃຈໃສ່ປະສານງານພາຍໃນ-ພາຍນອກໃຫ້ດີ ເພື່ອເຮັດໃຫ້ວຽກງານທີ່ກ່າວມາຂ້າງເທິງນັ້ນ ຜ່ານພົ້ນໄປດ້ວຍຜົນສຳເລັດອັນຈົບງາມ, ເຮັດໃຫ້ບົດບາດ, ຊື່ສຽງ ແລະ ອິດທິພົນຂອງລາວເຮົາ ໃຫ້ສູງຂຶ້ນອີກບາດກ້າວໜຶ່ງ.

ຂໍ້ມູນກະຊວງການຕ່າງປະເທດ 
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com

_______




Powered by Blogger.