Header Ads

ປະທານສະພາ ຢ້ຽມຢາມສັນທະວະໄມຕີ ລາຊະອານາຈັກໄທ





ທ່ານ ນາງປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດລາວ ໄດ້ເດີນທາງຢ້ຽມຢາມສັນຖະວະໄມຕີ ລາຊະອານາຈັກໄທໃນຕອນເຊົ້າວັນທີ 1 ມິຖຸນາ ໃນໂອກາດນີ້ ທ່ານປະທານສະພາແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ພົບປະສອງຝ່າຍ ກັບ ທ່ານ ພິເສດ ພອນເພັດ ພິຊິດຊົນໄຊ ປະທານສະພານິຕິບັນຍັດແຫ່ງ ລາຊະອານາຈັກໄທ ພ້ອມດ້ວຍຄະນະ.



ໃນກອງປະຊຸມ ທັງສອງຝ່າຍຕ່າງກໍຕີລາຄາສູງການພົວພັນ ແລະ ຮ່ວມມືລະຫວ່າງສອງປະເທດ ທີ່ນັບມື້ຂະຫຍາຍຕົວ ເຊິ່ງສະແດງອອກຜ່ານການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງຂອງລັດຖະບານ ແລະ ຂະແໜງການໃນລະດັບສູນກາງ ແລະ ທ້ອງຖິ່ນ.



ສອງປະເທດມີການພົວພັນຮ່ວມມືກັນຫຼາຍດ້ານຜ່ານຫຼາຍກົນໄກຮ່ວມມື, ລັດຖະບານທັງສອງປະເທດໄດ້ຮ່ວມມືກັນຮັກສາຄວາມເປັນລະບຽບຮຽບຮ້ອຍຕາມບໍລິເວນຊາຍແດນຂອງສອງປະເທດ ທັງສອງຝ່າຍຕົກລົງກັນວ່າຮອດປີ 2020 ຈະແກ້ໄຂປັກຫຼັກໝາຍຊາຍແດນທາງບົກໃຫ້ສຳເລັດ ແລະ 2021 ສຳເລັດການປັກຫຼັກໝາຍທາງນໍ້າ.  ສະເພາະການຮ່ວມມືທາງດ້ານການຄ້າໃນປີຜ່ານມາມີມູນຄ່າສອງຝ່າຍມີມູນຄ່າສູງເຖິງ 6,2 ລ້ານໂດລາສະຫະລັດ ທຽບໃສ່ປີ 2016 ເພີ່ມຂຶ້ນ 6 ສ່ວນຮ້ອຍ ໃນນີ້ການສົ່ງອອກຂອງລາວມີມູນຄ່າ 2,2 ຕື້ໂດລາສະຫະລັດ, ການນ້ຳເຂົ້າຂອງລາວຈາກໄທ ມູນຄ່າ 3,9 ຕື້ໂດລາສະຫະລັດ ຄາດປີ 2020 ມູນຄ່າການຄ້າລະຫວ່າງສອງປະເທດຈະບັນລຸ 10 ຕື້ກວ່າໂດລາສະຫະລັດ. ການລົງທຶນຂອງໄທຢູ່ລາວມາຮອດປັດຈຸບັນແມ່ນຢືນຢູ່ໃນອັນດັບ 2 ຂອງການລົງທຶນຕ່າງປະເທດຢູ່ ສປປລາວ ຖັດຈາກ ສປ ຈີນ ເຊິ່ງມີມູນຄ່າການລົງທຶນ 4,5 ຕື້ໂດລາສະຫະລັດໃນ 758 ໂຄງການ.



ການຮ່ວມມືດ້ານພະລັງງານໃນປີ 2017 ລາວໄດ້ຂາຍກະແສໄຟາຟ້າໃຫ້ຝ່າຍໄທຈຳນວນ 3.801 ເມກາວັດ ແລະ ຮອດສົກປີ 2020-2021 ຝ່າຍໄທຈະຊື້ໄຟຟ້າເພີ່ມລວມເປັນ 9,000 ເມກາວັດ. ສວ່ນການຮ່ວມມືທາງດ້ານແຮງງານ ແລະການຄ້າມະນຸດເຫັນວ່າສອງປະເທດໄດ້ເອົາ ໃຈໃສ່ໃນການປົກປ້ອງສິດທິແຮງງານລາວທີ່ໄປອອກແຮງງານໃນໄທ, ລັດຖະບານໄທຍັງຈະສືບຕໍ່ກໍ່ສ້າງສີມືແຮງງານລາວ ແລະ ສືບຕໍ່ຊ່ວຍເຫຼືອສູນພັດທະນາສັງຄົມມິດຕະພາບລາວ-ໄທ ຢູ່ແຂວງວຽງຈັນ
ສ່ວນການພົວພັນຮ່ວມມືຂອງສອງສະພາເຫັນວ່າເປັນປົກະຕິ ແລະ ຕໍ່ເນື່ອງ ຊຶ່ງສອງສະພາໄດ້ມີການແລກປ່ຽນການຢ້ຽມຢາມໃນລະດັບສູງເຖິງລະດັບວິຊາການ. ນອກນັ້ນ, ສອງສະພາ ລາວ-ໄທ ຍັງເປັນສະມາຊິກຂອງສະພາລັດຖະສະພາສາກົນ, ອົງການສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ (ໄອປາ) ອົງການສະມັດຊາສະພາພາກພື້ນຈຳນວນໜື່ງ ແລະ ມີຫລາຍໂອກາດໄດ້ເຂົ້າຮ່ວມເຄື່ອນໄຫວວຽກງານນຳອົງການດັ່ງກ່າວ ແລະ ຍັງໄດ້ມີການແລກປ່ຽນ ແລະ ປຶກສາຫາລືຮ່ວມກັນໃນຫລາຍດ້ານຕື່ມອີກ.


ຫຼັງຈາກນັ້ນ, ຄະນະກໍໄດ້ເດີນທາງຢ້ຽມຊົມໂຄງການກໍ່ສ້າງອາຄານລັດຖະສະພາຫຼັງໃໝ່ຂອງລາຊະອານາຈັກໄທ ແລະ ເຂົ້າຢ້ຽມພົບປະກັບ ທ່ານພົນ ເອກປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີ ແຫ່ງລາຊະອານາຈັກໄທ ທີ່ຫ້ອງສີງາຊ້າງ ຕຶກໄທ ຄູ່ຟ້າ ທຳນຽບລັດຖະບານ ການພົບປະໃນຄັ້ງນີ້ ປະທານສະພາແຫ່ງຊາດລາວກໍໄດ້ແຈ້ງຈຸດປະສົງໃນການຢ້ຽມຢາມ ລາຊະອານາຈັກໄທ ໃຫ້ກັບທ່ານນາຍົກລັດຖະມົນຕີແຫ່ງລາຊະອານາຈັກໄທ ແລະ ທ່ານພົນເອກ ປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີແຫ່ງລາຊະອານາຈັກໄທ ກໍໄດ້ສະແດງການຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ສັນຖະວະໄມຕີໃນຄັ້ງນີ້ ຂອງຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດລາວ ເຊິ່ງມັນເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ຖານບ້ານໃກ້ເຮືອນຄຽງທີ່ມີແຕ່ດົນນານ ລະຫວ່າງສອງປະເທດ ລາວ ແລະ ໄທ ໃຫ້ຈະເລີນງອກງາມຂື້ນ.




ຕໍ່ມາ, ຄະນະກໍໄດ້ໄປວາງພວງມາລາທີ່ອານຸສາວະລີ ພະບາດສົມເດັດພະປົກເກົ້າເຈົ້າຢູ່ຫົວ ລາຊະການທີ 7 ທີ່ຫນ້າລັດຖະສະພາ.

ສຳລັບຕອນຄໍ່າຂອງວັນດຽວກັນ ປະທານສະພານິຕິບັນຍັດແຫ່ງລາຊະອານາຈັກໄທ ໄດ້ຈັດງານລ້ຽງຕ້ອນຮັບພະນະ ທ່ານ ນາງປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ຢ່າງສົມກຽດ ເນື່ອງໃນໂອກາດທີ່ຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດລາວໄດ້ມາເຄື່ອນໄຫວຢ້ຽມຢາມສັນຖະວະໄມຕີ ທີ່ລາຊະອານາຈັກໄທໃນຄັ້ງນີ້.


ພາບ-ຂ່າວ: Lao National Radio
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
_______


Powered by Blogger.