Header Ads

ທ່າແຕງ ປິດອົບຮົມການ ສ້າງບ້ານປ້ອມໝັ້ນ-ກຸ່ມບ້ານສູ້ຮົບຕິດລຽນ






ພິທີປິດຊຸດອົບຮົມການສ້າງບ້ານປ້ອມໝັ້ນ-ກຸ່ມບ້ານສູ້ລົບຕິດລຽນ ຢູ່ບ້ານ ປະຫຼາຍ ເມືອງ ທ່າແຕງ ແຂວງ ເຊກອງ ໄດ້ອັດລົງໃນວັນທີ່ 4 ມິຖຸນາ 2018 ນີ້, ພາຍຫຼັງໄດ້ດໍາເນີນມາເປັນເວລາ 15 ວັນ ໂດຍການເປັນປະທານຂອງທ່ານ ຄໍາສອນ ກອນເຍີ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງທ່າແຕງ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ຖາວອນ ພົມມະໄລລຸນ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງ ເຊກອງ ຜູ້ຊີ້ນໍາຂົງເຂດວັດທະນະທໍາສັງຄົມ, ທ່ານ ພັທ ຫຼອດ ນັນທະວົງ ຮອງຫົວໜ້າກອງບັນຊາການທະຫານແຂວງເຊກອງ, ມີຄະນະນໍາຂັ້ນແຂວງ, ຄະນະນໍາເມືອງທ່າແຕງ, ເຈົ້າເມືອງ 4 ຕົວເມືອງຄື: ເມືອງ ດັກຈຶງ, ກະລຶມ, ລະມາມ ແລະ ເມືອງ ປາກຊ່ອງ ແຂວງ ຈໍາປາສັກ, ຫົວໜ້າຫ້ອງການ, ຂະແໜ່ງການກ່ຽວຂ້ອງ, ບໍລິສັດ, ລັດວິສາຫະກິດ, ຄະນະພັກ-ຄະນະບັນຊາສອງກໍາລັງປະກອບອາວຸດ, ອຳນາດການປົກຄອງ 7 ໝູ່ບ້ານ ພ້ອມດ້ວຍນັກສໍາມະນາກອນ ແລະ ແຂກຖືກເຊີນເຂົ້າຮ່ວມ.





ໃນພິທີທ່ານ ພັທ ຄໍາຕື້ ກ້ອນມະນີ ຫົວໜ້າການເມືອງກອງບັນຊາການທະຫານເມືອງ ທ່າແຕງ ໄດ້ຜ່ານບົດສະຫຼຸບຜົນສໍາເລັດການຝືກອົບຮົມ-ຮໍ່າຮຽນການສ້າງບ້ານປ້ອມໝັ້ນສູ້ຮົບຕິດລຽນໃຫ້ 7 ບ້ານ, ເຂດຈຸດສຸ່ມພັດທະນາທີ V ຂອງເມືອງທ່າແຕງ, ໄດ້ດໍາເນີນມາແຕ່ວັນທີ 21 ພຶດສະພາ ເຖິງວັນທີ 4 ມິຖຸນາ 2018 ນີ້, ເຊິ່ງໄດ້ຍົກໃຫ້ເຫັນຜົນສຳເສັດການເຄື່ອນໄຫວຫັດແອບສ້າງບ້ານປ້ອມໝັ້ນສູ້ຮົບຕິດລຽນໃນໄລຍະ 15 ວັນຜ່ານມາວ່າ: ໄດ້ນໍາພານັກສຳມະນະກອນ ກໍາລັງກອງຫຼອນ ແລະ ປກສ 7 ບ້ານດັ່ງກ່າວ ຈໍານວນ 150 ຄົນ,ເຊື່ອມຊືມບັນດາເອກະສານຕ່າງໆ ກ່ຽວກັບການສ້າງບ້ານປ້ອມໝັ້ນ-ສູ້ຮົບຕິດລຽນ ແລະ ລົງປະຕິບັດຕົວຈິງໃນພາກສະໜາມ ເປັນຕົ້ນ: ອອກແບບແຜນວິທີສູ້ຮົບໃນເວລາພົບກັບສັດຕູ ແລະ ແບບແຜນວິທີປ້ອງກັນບ້ານ ແລະ ເຄື່ອນຍ້າຍປະຊາຊົນໄປລົບໄພຢູ່ບ່ອນປອດໃພ, ສອນວິທີເຮັດອາວຸດພື້ນເມືອງ ແລະ ກັບດັກ, ກຽມພ້ອມປ້ອງກັນເວລາເກີດອັກຄີໃພ, ຜ່ານການຝຶກອົບຮົມສາມາດຕີລາຄາວ່ານັກສຳມະນະກອນມີຄວາມຮັບຮູ້-ຄວາມເຂົ້າໃຈໄດ້ດີສົມຄວນ ເປັນຕົ້ນ: ພາກການເມືອງປະເພດເກັ່ງມີ 10 ຄົນ, ເທົ່າກັບ 10 ສ່ວນຮ້ອຍ, ກາງມີ 140 ຄົນ, ເທົ່າກັບ 93 ກວ່າສ່ວນຮ້ອຍ, ພາກສິລະປະຍຸດເກັ່ງມີ 18 ຄົນ, ເທົ່າກັບ 12 ສ່ວນຮ້ອຍ, ກາງມີ 132 ຄົນ, ເທົ່າກັບ 88 ສ່ວນຮ້ອຍ ແລະ ພາກຍຸດທະວິທີປະເພດເກັ່ງມີ 26 ຄົນ, ເທົ່າກັບ 17 ກວ່າສ່ວນຮ້ອຍ, ກາງມີ 124 ຄົນ, ເທົ່າກັບ 82 ກວ່າສ່ວນຮ້ອຍ.


ໃນຕອນທ້າຍພິທີທ່ານ ຖາວອນ ພົມມະໄລລຸນ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງ ເຊກອງ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດ ບັ້ນຝືກອົບຮົມຄັ້ງນີ້ ພ້ອມທັງຮຽກຮ້ອງໃຫ້ອຳນາດການປົກຄອງແຕ່ລະຂັ້ນ ຈົ່ງສືບຕໍ່ສຶກສາອົບຮົມການເມືອງແນວຄິດໃຫ້ກຳລັງກອງຫຼອນ-ປກສ ບ້ານ, ມີສະຕິລະວັງຕົວສູງຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງກຸ່ມຄົນບໍ່ຫວັງດີ, ພ້ອມກັນນຳເອົາບົດຮຽນທີ່ໄດ້ຮຽນມາໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ, ເອົາໃຈໃສ່ລົງກໍ່ສ້າງຮາກການເມືອງຢ່າງເນື່ອງນິດລຽນຕິດ, ປຸກລະດົມຂົນຂວາຍເຮັດໃຫ້ທຸກຄົນປະກອບສ່ວນເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ເປັນຂະບວນກ້ວາງຂວາງ ແລະ ເປັນວຽກງານຍຸດທະສາດທົ່ວປວງຊົນ ເພື່ອຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ທັງນີ້ ກໍ່ເພື່ອແນໃສ່ເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມຂອງເມືອງທ່າແຕງ ກໍ່ຄືພັດທະນາຊີວິດການເປັນຢູ່ຂອງປະຊາຊົນຊາວເມືອງທ່າແຕງ ໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.





ຂ່າວ: ພອນ ບຸນອຸທິດ  (ຂ່າວແຂວງເຊກອງ)
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com

_______


Powered by Blogger.