Header Ads

ພິທີມອບ-ຮັບ ຕຳແໜ່ງຫົວໜ້າຫ້ອງການຜູ້ເກົ່າ ແລະ ຜູ້ໃໝ່ ແລະ ປະກາດການແຕ່ງຕັ້ງບັນດາຫົວໜ້າກົມຄົນໃໝ່ ຂອງກະຊວງການຕ່າງປະເທດ






ໃນຕອນບ່າຍຂອງວັນທີ 20 ມິຖຸນາ 2018, ກົມຈັດຕັ້ງ ແລະ ພະນັກງານ, ກະຊວງການຕ່າງປະເທດ, ໄດ້ຈັດຕັ້ງພິທີປະກາດການແຕ່ງຕັ້ງຫົວໜ້າກົມໃໝ່ 4 ກົມ ຄື: ຫ້ອງການກະຊວງ, ກົມເອີຣົບ ແລະ ອາເມລິກາ, ກົມກົງສຸນ, ຫ້ອງການບໍລິການສະຖານທູດ ແລະ ໄດ້ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງ ຫົວໜ້າກົມຜູ້ເກົ່າ ແລະ ຜູ້ໃໝ່, ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຄີພິຍານໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ, ບັນດາຮອງລັດຖະມົນຕີ, ຫົວໜ້າກົມ ແລະ ຮອງຫົວໜ້າກົມ ຂອງກະຊວງການຕ່າງປະເທດ ທີ່ໄດ້ຖືກເຊີນເຂົ້າຮ່ວມໃນພີທີຄັ້ງນີ້ ມີຈຳນວນທັງໝົດ 25 ທ່ານ. ໃນພີທີໄດ້ປະກາດການແຕ່ງຕັ້ງ ດັ່ງນີ້:




1.  ແຕ່ງຕັ້ງ ທ່ານ ໂພໄຊ ໄຂຄຳພິທູນ, ເປັນຫົວໜ້າຫ້ອງການກະຊວງ ຕາມ​ດຳລັດ​ວ່າ​ດ້ວຍ​ການ​ແຕ່ງຕັ້ງຫົວໜ້າ​ຫ້ອງການກະຊວງ ສະບັບ​ເລກທີ 190/ນຍ, ລົງ​ວັນ​ທີ 7/6/2018;

2.​  ແຕ່ງຕັ້ງ ທ່ານ ບຸນເຫຼືອ ພັນດານຸວົງ, ​ເປັນ​ຫົວໜ້າ​ກົມ​ກົງສຸນ, ຕາມດໍາລັດ​ວ່າ​ດ້ວຍ​ການ​ແຕ່ງຕັ້ງຫົວໜ້າ​ກົມ​ກົງສຸນ ສະບັບ​ເລກທີ 189/ນຍ, ລົງ​ວັນ​ທີ 7/6/2018;

3.  ແຕ່ງຕັ້ງ ທ່ານ ພົມມາ ຄຳມະນີຈັນ, ເປັນຫົວໜ້າກົມເອີຣົບ ແລະ ອາເມລິກາ, ຕາມດຳລັດວ່າດ້ວຍການແຕ່ງຕັ້ງຫົວໜ້າກົມເອີຣົບ ແລະ ອາເມລິກາ ສະບັບເລກທີ 191 ລົງວັນທີ 7/6/2018;

4.  ແຕ່ງຕັ້ງ ທ່ານ ສິນໃຈ ມະນີວັນ, ​ເປັນ​ຫົວໜ້າ​ຫ້ອງການບໍລິການສະຖານທູດ, ຕາມດຳລັດ​ວ່າ​ດ້ວຍ​ການ​ແຕ່ງຕັ້ງຫົວໜ້າຫ້ອງການບໍລິການສະຖານທູດ ສະບັບ​ເລກທີ 193/ນຍ, ລົງ​ວັນ​ທີ 7/6/2018.




ສະນັ້ນ, ​ເພື່ອ​ປະຕິບັດ​ຕາມ​ດຳລັດ​ວ່າ​ດ້ວຍ​ການ​ແຕ່ງຕັ້ງຫົວໜ້າ​ກົມ​ດັ່ງກ່າວ, ຈຶ່ງ​ໄດ້​ມີ​ພິທີ​ລົງນາມມອບ​-ຮັບ​ໜ້າ​ທີ່ ​ຫົວໜ້າ​ກົມຜູ້​ເກົ່າ ​ແລະ ຜູ້​ໃໝ່ ຄື:  ລະຫວ່າງ ທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຫ້ອງການກະຊວງ ຜູ້ເກົ່າ ແລະ ທ່ານ ໂພໄຊ ໄຂຄຳພິທູນ, ຫົວໜ້າຫ້ອງການກະຊວງ ຜູ້ໃໝ່ ແລະ ລະຫວ່າງ ທ່ານ ຂວັນຕາ ຜາລີວົງ, ຫົວໜ້າກົມເອີຣົບ ແລະ ອາເມລິກາ ຜູ້ເກົ່າ ແລະ ທ່ານ ພົມມາ ຄຳມະນີຈັນ, ຫົວໜ້າກົມເອີຣົບ ແລະ ອາເມລິກາ ຜູ້ໃໝ່.


ໃນພິທີມອບ-ຮັບໜ້າທີ່ໃໝ່ໃນຄັ້ງນີ້, ທ່ານ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ ກໍໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ຄຳໂອວາດແກ່ ບັນດາຫົວໜ້າກົມທີ່ໄດ້ຮັບການແຕ່ງຕັ້ງໃໝ່ ໃຫ້ມີຄວາມໝັກແໜ້ນ ແລະ ຍົກສຸງຄວາມເປັນແບບຢ່າງນຳໜ້າທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ແບບແຜນການນຳພາ, ຄວາມເສຍສະຫຼະເພື່ອສ່ວນລວມ, ຄວາມສາມັກຄີ ແລະ ເປັນເອກະພາບກັນ, ເດັດດ່ຽວສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ຕ່າງໆ. ຕ້ານແນວຄິດສວຍໂອກາດ, ສວຍໃຊ້ໜ້າທີ່ຕຳແໜ່ງ, ພະຍາດອາດຍາສິດ, ເອກະຊົນ, ສໍ້ລາດບັງຫຼວງ ແລະ ຂາດຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ ທີ່ໄດ້ຮັບການມອບໝາຍ.





ຂໍ້ມູນກະຊວງການຕ່າງປະເທດ
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com


_______


Powered by Blogger.