Header Ads

ທ່ານ ຮອງນາຍົກລັດຖະມົນຕີ ຢ້ຽມຢາມບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນ






ໃນຕອນເຊົ້າຂອງວັນທີ 18 ມິຖຸນາ 2018 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສ​ປ​ປ ລາວ, ປະທານຄະນະກໍາມະການສົ່ງເສີມການລົງທຶນຂັ້ນສູນກາງ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ບໍລິສັດຕາຂ່າຍໄຟຟ້າພາກໃຕ້ ທີ່ນະຄອນກວາງໂຈ, ແຂວງກວາງຕຸ້ງ, ສປ ຈີນ, ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ປີ ຢ້າສົງ ຮອງປະທານບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນ.

ໃນໂອກາດມາຢ້ຽມຢາມຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ຮັບຟັງການລາຍງານ ກ່ຽວກັບສະພາບຂອງການຈັດຕັ້ງປະຕິບັດ ວຽກງານຂອງບໍລິສັດ ວ່າ: ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນ ຕັ້ງຢູ່ເມືອງກວາງໂຈ, ແຂວງກວາງຕຸງ ເຊິ່ງຮັບຜິດຊອບການສະໜອງໄຟຟ້າ ໃນພື້ນທີ່ທັງໝົດ 7.434 ກິໂລຕາແມັດ, ໄດ້ບໍລິການໃຫ້ຜູ້ຊົມໃຊ້ໄຟຟ້າ ຫຼາຍກວ່າ 14 ລ້ານຄົນ, ມີລູກຄ້າ 5.700.000 ກວ່າ ຄອບຄົວ, ມີລູກຄ້ານໍາໃຊ້ເຂົ້າໃນອຸດສາຫະກໍາ 4 ແສນກວ່າຫົວໜ່ວຍ ທົ່ວບໍລິສັດມີພະນັກງານ 10.600 ຄົນ, ມີສະຖານີທັງໝົດ 335 ແຫ່ງ, ມີສາຍສົ່ງຍາວ 7.244 ກິໂລແມັດ, ສາມາດສະໜອງໄຟຟ້າ 83 ຕື້ກິໂລວັດໂມງຕໍ່ປີ, ໂດຍຜ່ານສະມາດມິດເຕີ 100% ແລະ ສາມາດສ້າງລາຍຮັບໄດ້ໃນແຕ່ລະເດືອນ ໃນການເກັບຄ່າໄຟຟ້າ ສູງສຸດໄດ້ເຖິງ 6,3 ຕື້ຢວນ. ຜ່ານການເຮັດວຽກຕົວຈິງ ສາມາດເວົ້າໄດ້ວ່າ ຮັບປະກັນການສະໜອງພະລັງງານໄຟຟ້າ ໃຫ້ແກ່ຜູ້ຊົມໃຊ້ ພາຍໃຕ້ຂອບເຂດຄວາມຮັບຜິດຊອບຂອງຕົນ ໄດ້ເປັນຢ່າງດີ ແລະ ສາມາດແກ້ໄຂບັນຫາ ໃນກໍລະນີສຸກເສີນ ໄດ້ຢ່າງວ່ອງໄວ ແລະ ທັນການ.

ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ທີ່ບໍລິສັດເຮັດສໍາເລັດໃນໄລຍະຜ່ານມາ ຊຶ່ງສາມາດຮັບປະກັນຄວາມມີສະຖຽນລະພາບ ດ້ານການສະໜອງໄຟຟ້າ ແລະ ຮັບປະກັນລະບົບເຄືອຂ່າຍ ໃນຂອບເຂດຄວາມຮັບຜິດຊອບຂອງບໍລິສັດ ສິ່ງສໍາຄັນແມ່ນ ສາມາດສ້າງລາຍຮັບໄດ້ເປັນຈຳນວນຫຼວງຫຼາຍ ແລະ ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ. ໃນໂອກາດດຽວກັນນີ້, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ສະເໜີໃຫ້ຮູ້ກ່ຽວກັບສະພາບການຊົມໃຊ້ ແລະ ການລົງທຶນການຜະລິດໄຟຟ້າຢູ່ ສປປ ລາວ ໂດຍອີງໃສ່ທີ່ຕັ້ງ ແລະ ພູມສັນຖານຂອງປະເທດ ເຫັນວ່າ ສປປ ລາວ ມີທ່າແຮງໃນການຜະລິດກະແສໄຟຟ້າ ໂດຍອີງໃສ່ບົດຣຽນ ແລະ ປະສົບການຕົວຈິງຂອງບໍລິສັດ ຈິ່ງຢາກສະເໜີໃຫ້ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນ ຮ່ວມມືກັບພາກສ່ວນທີ່ກ່ຽວຂ້ອງຂອງລາວ ເພື່ອສຶກສາຄົ້ນຄວ້າ ແລະ ວາງແຜນການພັດທະນາລະບົບໄຟຟ້າຢູ່ລາວ ເພື່ອເຮັດໃຫ້ການນໍາໃຊ້ມີປະສິດທິຜົນສູງ ແລະ ຮັບປະກັນ ໃນການສະໜອງພະລັງງານໄຟຟ້າໃນສັງຄົມ ສິ່ງສໍາຄັນແມ່ນ ສາມາດສ້າງລາຍຮັບໃຫ້ຫຼາຍຂຶ້ນ. ໂດຍສະເພາະ ໄລຍະອັນຮີບດ່ວນນີ້ ແມ່ນການຄຸ້ມຄອງ ແລະ ການສະໜອງໄຟຟ້າ ໃຫ້ແກ່ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ.

ພ້ອມດ​ຽວ​ກັນ​ນີ້, ທ່ານ ສອນໄຊ ສີພັນດອນ ຍັງໄດ້​ຢ້ຽມຊົມ ສູນບັນຊາ ແລະ ສູນຄວບຄຸມລະບົບໄຟຟ້າ ບໍລິສັດການສະໜອງໄຟຟ້າກວາງໂຈ ແລະ ເຂື່ອນ Pumped Storage ທີ່ເມືອງ ຮຸ້ຍໂຈ່ ຕື່ມອີກ.


ແຫລ່ງ: ກົມ​ປະ​ຊາ​ສຳ​ພັນ, ພະ​ແນກ​ໂຄ​ສະ​ນາ 
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
_______


Powered by Blogger.