Header Ads

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຈະເດີນທາງເຂົ້າຮ່ວມ ກອງປະຊຸມສຸດຍອດ ຍຸດທະ ສາດການຮ່ວມມື ດ້ານເສດຖະກິດ ແມ່ນໍ້າ ອີຣະວະດີ-ແມ່ນໍ້າເຈົ້າພະຍາ-ແມ່ນໍ້າຂອງ (ACMECS) ຄັ້ງທີ 8






ໃນວັນທີ 15 ມິຖຸນາ 2018, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນ ສປປ ລາວ ເດີນທາງເຂົ້າຮ່ວມ ກອງປະຊຸມສຸດຍອດຍຸດທະສາດ ການຮ່ວມມືດ້ານເສດຖະກິດ ແມ່ນໍ້າອີຣະວະດີ-ແມ່ນໍ້າເຈົ້າພະຍາ-ແມ່ນໍ້າຂອງ ຫລື ແອັກແມັກ (ACMECS)  ຄັ້ງທີ 8 ແລະ ກອງປະຊຸມສຸດຍອດຂອບການຮ່ວມມື ກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ  ຫລື ຊີແອວແອັມວີ (CLMV) ຄັ້ງທີ 9,  ໃນວັນທີ 15-16 ມິຖຸນາ 2018, ທີ່ ບາງກອກ, ປະເທດໄທ,  ຕາມການເຊື້ອເຊີນ ຂອງ ທ່ານ ປຣະຍຸດ ຈັນ​ໂອ​ຊາ  ນາຍົກລັດຖະມົນຕີ ແຫ່ງ ຣາຊະ​ອານາ​ຈັກ​ໄທ,  ​ປະທານ​ກອງ​ປະຊຸມສຸດຍອດ ACMECS ຄັ້ງທີ 8   ​ແລະ  ສົມ​ເດັດ ​ເຕ​ໂຊ ຮຸນ​ເຊັນ,  ນາຍົກລັດຖະມົນຕີ ແຫ່ງ ຣາຊະ​ອານາ​ຈັກ ກໍາປູ​ເຈຍ,  ປະທານ​ກອງ​ປະຊຸມສຸດຍອດ CLMV ຄັ້ງທີ 9. 

ກອງປະຊຸມສຸດຍອດ ACMECS ຄັ້ງທີ 8 ຈະ​ດໍາ​ເນີນ​ໄປພາຍ​ໃຕ້​ຫົວ​ຂໍ້  “ກ້າວ​ໄປ​ສູ່​ກາ​ນ​ເຊື່ອມ​ໂຍງ ແລະ ເຊື່ອມຈອດປະຊາ​ຄົມ​ແມ່​ນໍ້າຂອງ  (Towards an Integrated and Connected Mekong Community) ”  ​ເພື່ອ​ໃຫ້​ບັນດາ​ຜູ້​ນໍາ​ໄດ້​ແລກປ່ຽນທັດສະນະ  ກ່ຽວກັບ ການທົບ​ທວນ ແລະ ຕີ​ລາຄາ​ຄືນການ​ຮ່ວມມື ​ໃນ​ໄລຍະ​ຜ່ານ​ມາ ​ແລະ ທິດ​ທາງ​ໃນ​ຕໍ່ໜ້າ  ແນໃສ່ສ້າງຄວາມເຂັ້ມແຂງ ໃນຂະ​ບວນການ​ຮ່ວມ​ມື ​ແລະ ​ເຊື່ອມ​​ໂຍງ​ເສດຖະກິດ​ພາກ​ພື້ນ  ​ແລະ ສາກົນ ແລະ ​ສອດ​ຄ່ອງ​ກັບ ໃນໄລຍະຂ້າມຜ່ານຂອງ​ຍຸກໄໝແຫ່ງ​ໂລກາ​ພິວັດ.  ກອງ​ປະຊຸມ​ຄັ້ງ​ນີ້, ຈະຮັບຮອງເອົາຖະແຫລງການບາງກອກ  ແລະ ​ແຜນ​ແມ່​ບົດ​ແອັກ​ແມັກ​  2019-2023   ເພື່ອເປັນທິດທາງການຮ່ວມມືໃນຕໍ່ໜ້າ. 

ກອງປະຊຸມສຸດຍອດ (CLMV) ຄັ້ງທີ 9  ​ຈະ​ດໍາ​ເນີນໄປ​ພາຍ​ໃຕ້​ຫົວ​ຂໍ້  “ ເພື່ອການເຊື່ອມໂຍງເສດຖະກິດ ແລະ ເຊື່ອມຈອດໃຫ້ຫລາຍຂຶ້ນກວ່າເກົ່າ  (For Greater Economic Integration and Connectivity)”  ເພື່ອໃຫ້ຜູ້ນໍາ 4 ປະເທດ ໄດ້ຕີລາຄາຄືນ ຜົນການຈັດຕັ້ງຜັນຂະຫຍາຍ ຜົນກອງປະຊຸມສຸດຍອດ CLMV ຄັ້ງທີ 8  ໃນປີ 2016 ຜ່ານມາ ແລະ ທິດທາງການຮ່ວມມືໃນ  2 ປີ ຕໍ່ໜ້າ. ທັງນີ້, ກໍເພື່ອແນໃສ່ຮັດແຄບຊ່ອງຫວ່າງ ຄວາມແຕກໂຕນດ້ານການພັດທະນາ  ລະຫວ່າງ ປະເທດ ກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV)  ແລະ ສະມາຊິກອາຊຽນເກົ່າ ໃຫ້ຍັບເຂົ້າໃກ້ກັນເທື່ອລະກ້າວ  ແລະ ປະ ກອບສ່ວນເຂົ້າ ໃນການສ້າງປະຊາຄົມອາຊຽນ. ກອງປະຊຸມຄັ້ງນີ້, ຈະຮັບຮອງເອົາຖະແຫລງການຮ່ວມ ເພື່ອ ເປັນທິດທາງໃນການຮ່ວມມືໃນຕໍ່ໜ້າ.

ໃນໂອກາດດັ່ງກ່າວ, ​ກອງ​ປະຊຸມ ACMECS CEO Forum   ຈະຖືກຈັດຂຶ້ນເປັນຄັ້ງທໍາອິດ  ເພື່ອໂຄສະນາເຜີຍແຜ່ ບັນດາທ່າແຮງບົ່ມຊ້ອນ  ແລະ ກາລະໂອກາດໃນບັນດາປະເທດແອັກແມັກ  ໃຫ້ແກ່ພາກເອກະຊົນ, ຄູ່ຮ່ວມພັດທະນາ,  ສະຖາບັນການເງິນ ແລະ ອົງການຈັດຕັ້ງພາກພື້ນ ແລະ ສາກົນ  ລວມທັງບັນດາປະເທດທີ່ມີຄວາມສົນໃຈ ຕໍ່ຂອບການຮ່ວມມືແອັກແມັກ  ແນໃສ່ສົ່ງເສີມການຄ້າ, ການລົງທຶນ  ແລະ ການທ່ອງທ່ຽວໃນພາກພື້ນນີ້  ໃຫ້ນັບມື້ນັບຫລາຍຂຶ້ນ. ຄຽງຄູ່ກັນນີ້, ຈະມີການຈັດງານວາງ ສະແດງຮູບພາບ  ແລະ ວີດີໂອ ທີ່ສະທ້ອນໃຫ້ເຫັນເຖິງຜົນສໍາເລັດ  ແລະ ຄວາມຄາດຫວັງຂອງການຮ່ວມມື ໃນອະນາຄົດ ຂອງຂອບການຮ່ວມມືດັ່ງກ່າວ. 

ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງນີ້, ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຈະພົບປະສອງຝ່າຍ  ກັບທ່ານນາຍົກລັດຖະມົນຕີຫວຽດນາມ  ແລະ ທ່ານ ນາຍົກລັດຖະມົນຕີໄທ ອີກດ້ວຍ.        


ຂ່າວ: ກົມເສດຖະກິດ (ຂປລ)
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
_______
Powered by Blogger.