Header Ads

ກອງປະຊຸມປຶກສາຫາລືກ່ຽວກັບໂຄງການທາງລົດໄຟລາວ-ຈີນ





ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນ ກາງພັກ ຄະນະເລຂາທິການ ສູນກາງພັກ ຮອງນາຍົກລັດຖະ ມົນຕີ ປະທານຄະນະກວດກາ ສູນກາງພັກ ອົງການກວດກາ ລັດຖະບານ ແລະ ຫົວໜ້າອົງ ການຕ້ານການສໍ້ລາດບັງຫຼວງ ຂັ້ນສູນກາງ ໃຫ້ກຽດເປັນປະ ທານກອງປະຊຸມປຶກສາຫາລື ກ່ຽວກັບການປະສານງານວຽກ ງານ ປກສ-ປກຊ ຂອງໂຄງການ ທາງລົດໄຟ ລາວ-ຈີນ ທີ່ນະຄອນ-ຫຼວງພະບາງ ໃນວັນທີ 22 ມິຖຸນາຜ່ານມາ ໂດຍມີເຈົ້າ ແຂວງ, ຮອງເຈົ້າແຂວງບັນດາແຂວງທີ່ທາງລົດໄຟຜ່ານ, ຮອງ ລັດຖະມົນຕີ ບັນດາກະຊວງທີ່ກ່ຽວຂ້ອງ, ບໍລິສັດລົດໄຟລາວ-ຈີນ, ຕາງ ໜ້າບໍລິສັດຮັບເໝົາກໍ່ສ້າງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າ ຮ່ວມ ທັງໝົດ 75 ທ່ານ.



ໃນກອງປະຊຸມທ່ານຮອງ ນາຍົກລັດຖະມົນຕີ, ປະທານ ອົງການກວດກາລັດຖະບານ ໄດ້ຮັບຟັງການລາຍງານສະ ພາບການຄຸ້ມຄອງປ້ອງກັນ ຄວາມສະຫງົບໂຄງການກໍ່ສ້າງ ທາງລົດໄຟລາວ-ຈີນ ແຕ່ລະ ໄລຍະ, ແຕ່ລະຊ່ວງ, ສະພາບ ຄວາມຫຍຸ້ງຍາກ ແລະ ປະກົດ ການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນ ໄລຍະຜ່ານມາ, ການຊອກຫາ ວິທີແກ້ໄຂ, ການປ້ອງກັນ ຄວາມສະຫງົບໃນຂອບເຂດບໍ ລິເວນໂຄງການກໍ່ສ້າງ ຈາກ ບັນດາພາກສ່ວນທີ່ກ່ຽວຂ້ອງ.

ຈາກນັ້ນຜູ້ເຂົ້າຮ່ວມກອງປະ ຊຸມໄດ້ພ້ອມກັນປະກອບຄຳ ເຫັນຕໍ່ກັບດ້ານດີ-ດ້ານອ່ອນ ແລະ ຂໍ້ຄົງຄ້າງ, ກ່ຽວກັບການ ປະສານງານວຽກງານ ປກສ-ປກຊ ເພື່ອເປັນທິດທາງໃນ ການແກ້ໄຂບັນຫາ ແລະ ຮ່ວມ ມືກັນແກ້ໄຂໃນຕໍ່ໜ້າ. ຈາກນັ້ນທ່ານຮອງນາຍົກ ລັດຖະມົນຕີ ປະທານອົງການ ກວດກາລັດຖະບານ ໄດ້ໃຫ້ກຽດ ໂອ້ລົມຕໍ່ກອງປະຊຸມໂດຍ ທ່ານໄດ້ສະແດງຄວາມຊົມ ເຊີຍຕໍ່ບັນດາພາກສ່ວນທີ່ກ່ຽວ ຂ້ອງທີ່ໄດ້ເອົາໃຈໃສ່ປະຕິບັດ ໜ້າທີ່ວຽກງານຂອງຕົນຢ່າງຕັ້ງ ໜ້າ ອັນໄດ້ປະກອບສ່ວນເຮັດ ໃຫ້ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ດຳເນີນໄປຢ່າງສະດວກວ່ອງໄວ ແລະ ໄດ້ຕາມລ ດັບຄາດໝາຍທີ່ໄດ້ກຳນົດໄວ້, ພ້ອມກັນນັ້ນ ທ່ານຍັງໃຫ້ທິດຊີ້ ນຳຕໍ່ວຽກງານ ປກສ-ປກຊ ບໍ່ ໃຫ້ມີປະກົດການຫຍໍ້ທໍ້ທີ່ບໍ່ດີ ເກີດຂຶ້ນ ແລະ ພ້ອມທັງຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງ ກໍຄືທຸກຂະແໜງການຂອງສູນ ກາງ ແລະ ທ້ອງຖິ່ນ ໂດຍສະ ເພາະຄະນະຄຸ້ມຄອງໂຄງການ ກໍ່ສ້າງທາງລົດໄຟລາວ-ຈີນ, ກະຊວງປ້ອງກັນປະເທດ, ກະ ຊວງປ້ອງກັນຄວາມສະຫງົບ, ບັນດາແຂວງທີ່ທາງລົດໄຟ ຜ່ານ, ບໍລິສັດຮັບເໝົາກໍ່ສ້າງ ໃນແຕ່ລະສັນຍາ (1-6) ໃຫ້ ພ້ອມກັນເອົາໃຈໃສ່ສ້າງແບບ ແຜນໃນການປະສານງານຢ່າງ ກົມກຽວແໜ້ນ, ປະຕິບັດໜ້າທີ່ ຂອງໃຜລາວໃຫ້ມີປະສິດທິ ພາບສູງກວ່າເກົ່າ, ຮັບປະກັນ ໃຫ້ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ດຳເນີນໄປດ້ວຍ ຄວາມສະຫງົບປອດໄພ ແລະ ສຳເລັດຕາມແຜນການທີ່ວາງ ໄວ້.

ພາບ-ຂ່າວ: ຄະນະກວດກາ ສູນກາງພັກ
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
____

Powered by Blogger.