Header Ads

ເມືອງແກ່ນທ້າວ ແຂວງໄຊຍະບູລີ ເປີດຂະບວນການອະນາໄມ ປ້ອງກັນພະຍາດໄຂ້ຍຸງລາຍ





ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ເປີດຂະບວນການອະນາໄມ ປ້ອງກັນພະຍາດໄຂ້ຍຸງລາຍຂຶ້ນ ໃນວັນທີ 20 ມິຖຸນາ 2018 ນີ້, ຢູ່ທີ່ສະໂມສອນຂອງເມືອງ. ໂດຍການເປັນກຽດເຂົ້າຮ່ວຂອງທ່ານ ນາງ ບຸນພັກ ອິນທະປັນຍາ ຮອງເຈົ້າແຂວງໄຊຍະບູລີ, ທ່ານ ສີຄານ ແກ່ນມະນີ ຮອງເຈົ້າເມືອງແກ່ນທ້າວ, ທ່ານ ນາງ ຄໍາຜິວ ພູທອນສີ ຫົວໜ້າພະແນກສາທາລະນະສຸກແຂວງໄຊຍະບູລີ, ມີຫົວໜ້າ, ຮອງຫົວໜ້າຫ້ອງການ, ຄະນະກໍາມະການຕ້ານແລະຄວບຄຸມພະຍາດຕິດຕໍ່ຂັ້ນເມືອງ, ກົມກອງ, ອົງການຈັດຕັ້ງ, ລັດວິສາຫະກິດ, ພະນັກງານ, ທະຫານ-ຕໍາຫຼວດ, ນາຍບ້ານ ແລະ ຜູ້ຊ່ວຍວຽກແຕ່ລະຂະແໜງການຂອງບ້ານເຂົ້າຮ່ວມຢ່າງຫຼວງຫຼາຍ.




ດຣ ບຸນຍັງ ພັນທະວົງ ຫົວໜ້າຫ້ອງການສາທາລະນະສຸກເມືອງ ໄດ້ລາຍງານວ່າ: ທົ່ວເມືອງແກ່ນທ້າວ ມີຈຸດເຝົ້າລະວັງພະຍາດລະບາດ 12 ຈຸດ. ໃນນີ້ ຂັ້ນເມືອງ 2 ຈຸດ ແລະ ຮາກຖານ 10 ຈຸດ. ການຈັດຕັ້ງປະຕິບັດກ່ອນເກີດກໍລະນີໄຂ້ເລືອດອອກ ທາງຫ້ອງການສາທາລະນະສຸກເມືອງ ໄດ້ມີມາດຕະການໃນການປ້ອງກັນ ດ້ວຍການລົງສຸຂະສຶກສາ ກ່ຽວກັບຜົນຮ້າຍ, ຄວາມເປັນອັນຕະລາຍຮ້າຍຂອງໄຂ້ຍຸງລາຍ ແລະ ວິທີປ້ອງກັນ, ສ້າງຂະບວນການອະນາໄມທໍາລາຍແຫຼ່ງເພາະພັນຍຸງລາຍ ຢູ່ແຕ່ລະບ້ານ, ລົງສໍຫຼວດໜອນນໍ້າ ເພື່ອມາປະເມີນຄວາມສ່ຽງທີ່ອາດຈະເກີດການລະບາດ, ຕິດປ້າຍໂຄສະນາ 5 ປໍຕາມຊຸມຊົນ, ແຕ່ງຕັ້ງທີມທີມງານຕອບຕ້ານພະຍາດລະບາດ, ທີມງານບົ່ງມະຕິປິ່ນປົວ ແລະ ທີມ ສຸຂະສຶກສາ ໃຫ້ມີຄວາມພ້ອມໃນກໍລະນີມີພະຍາດລະບາດເກີດຂຶ້ນຢູ່ສະເໝີ, ກຽມອຸປະກອນທາງການແພດ, ຢາຮັບໃຊ້, ເລືອດ, ຈັດຝຶກອົບຮົມວິທີການຄຸ້ມຄອງກໍລະນີ ໃຫ້ພະນັກງານແພດໝໍ, ພະຍາບານ.










ວັນທີ 5 ມິຖຸນາ 2018 ໄດ້ກວດພົບຄົນເຈັບພະຍາດໄຂ້ເລືອດອອກ ເປັນກໍລະນີທໍາອິດຢູ່ບ້ານ ຫົວຂົວ ແລະ ພົບກໍລະນີທີ 2 ຢູ່ບ້ານໜອງ ແຕ່ເປັນກໍລະນີໄຂ້ຍຸງລາຍຮ້າຍແຮງ (ຕາຍ). ມາຮອດປັດຈຸບັນນີ້ ພົບກໍລະນີພະຍາດໄຂ້ຍຸງລາຍ ທັງໝົດ 45 ກໍລະນີ, ຍິງ 24 ກໍລະນີ. ເຂົ້ານອນປິ່ນປົວຢູ່ໂຮງໝໍຊຸມຊົນ 32 ກໍລະນີ, ຍິງ 16 ກໍລະນີ, ເຂົ້ານອນປິ່ນປົວຢູ່ໂຮງໝໍນ້ອຍ 13 ກໍລະນີ, ຍິງ 8 ກໍລະນີ, ເຝົ້າລະວັງຕິດຕາມຢູ່ບ້ານ 89 ກໍລະນີ, ເຊິ່ງກະຈາຍຢູ່ 6 ບ້ານຄື: ບ້ານຫົວຂົວ, ປາກຕົມ, ປົ່ງແດງ, ຂຸ່ມສ້ຽວ, ຈອມແກ້ວ ແລະ ບ້ານໜອງ.




ຈາກນັ້ນ, ນາງ ບຸນພັກ ອິນທະປັນຍາ ຮອງເຈົ້ງແຂວງໄຊຍະບູລີ ໄດ້ກ່າວເປີດພິທີຢ່ງເປັນທາງການ ແລະ ຮຽກຮ້ອງມາຍັງຄະນະຮັບຜິດຊອບ, ພະແນກການທີ່ກ່ຽວຂ້ອງ, ສໍານັກງານ, ກົມກອງ,ຫ້ອງການ, ໂຮງຮຽນ, ໂຮງໝໍ, ບໍລິສັດ, ຕະຫຼອດຮອດອົງການປົກຄອງບ້ານ ແລະ ຫົວໜ່ວຍຄອບຄົວຕ້ອງເອົາໃຈໃສ່ປ້ອງກັນພະຍາດໄຂ້ຍຸງລາຍ ດ້ວຍການປະຕິບັດ 5 ປໍ.


ໃນພິທີ ຍັງມີຂະບວນຍ່າງແຫ່ປ້າຍເປີດຂະບວນການອະນາໄມ ປ້ອງກັນພະຍາດໄຂ້ຍຸງລາຍ ແລະ ອະນາໄມຕາມແຄມທາງ, ເດີ່ນບ້ານພາຍໃນເທດສະບານຢ່າງເປັນຂະບວນກ້ວາງຂວາງ ເພື່ອປ້ອງກັນ,ຕ້ານ ແລະ ຄວບຄຸມພະຍາດດັ່ງກ່າວທັນທີ.


ທີ່ມາ: ຖວທ ເມືອງແກ່ນທ້າວ 
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
_______


Powered by Blogger.