Header Ads

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ປະກາດການຈັດຕັ້ງ ຮັກສາການກົມ ຂື້ນເປັນ ຫົວໜ້າກົມ



ເພື່ອເປັນການຈັດຕັ້ງປະຕິບັດໜ້າທີ່ຂອງພັກ-ລັດ ແລະ ເຮັດພາລະກິດປ່ຽນແປງໃໝ່ຂອງພັກມີບາດກ້າວໃໝ່ ແລະ ເຂັ້ມແຂງເປັນກ້າວໆເວົ້າລວມ, ເວົ້າສະເພາະ ອິງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ຂອງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ(ຮສສ) ພິທີໄດ້ຈັດຂຶ້ນໃນວັນທີ 18 ກໍລະກົດ 2018 ທີ່ ຫ້ອງປະຊຸມໃຫຍ່ກະຊວງ ຮສສ, ໄດ້ມີພິທີປະກາດການຈັດຕັ້ງຂື້ນ ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ປອ ຄຳແພງ ໄຊສົມແພງ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີບັນດາຄະນະກົມ, ຄະນະພະແນກ, ພ້ອມດ້ວຍພະນັກງານ - ສະມະຊິກພັກ, ພະນັກງານຫລັກແຫລ່ງຈາກກົມ ກະຊວງ ຮສສ ເຂົ້າຮ່ວມຢ່າງພ້ອມພຽງ.



ໃນພິທີ ທ່ານ ຄຳຂານ ພິນສະຫວັນ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ໄດ້ຂຶ້ນຜ່ານ ດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງ ຫົວໜ້າກົມກວດກາ, ສະບັບເລກທີ 243/ນຍ, ລົງວັນທີ 03/07/2018 ໂດຍແຕ່ງຕັ້ງ ທ່ານ ສາຍທອງ ສິງອິດທິພົນ ວ່າການຫົວໜ້າກົມກວດກາເປັນຫົວໜ້າກົມກວດກາ ແລະ ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງ ສະບັບເລກທີ 244/ນຍ, ລົງວັນທີ 03/07/2018 ໂດຍແຕ່ງຕັ້ງ ທ່ານ ນາງ ອະນຸສອນ ຄຳສິງສະຫວັດ ຮັກສາການຫົວໜ້າກົມພັດທະນາສີມືແຮງງານ ແລະ ຈັດຫາງານ ຂື້ນເປັນຫົວໜ້າກົມພັດທະນາສີມືແຮງງານ ແລະ ຈັດຫາງານ. 



ໃນພິທີດັ່ງກ່າວ: ທ່ານ ປອ ຄຳແພງ ໄຊສົມແພງ ກໍ່ໄດ້ໃຫ້ກຽດໂອ້ລົມ, ກ່ອນອື່ນໝົດທ່ານກໍ່ໄດ້ຊົມເຊີຍ ບັນດາທ່ານທີ່ຖືກແຕ່ງຕັ້ງ ໃໝ່ຊຶ່ງລ້ວນແລ້ວແຕ່ແມ່ນບຸກຄົນ ທີ່ມີຄວາມຮູ້ຄວາມສາມາດ, ມີປະສົບການ, ມີຜົນງານໃນຫຼາຍດ້ານທີ່ຜ່ານການບຸກບືນ-ຝຶກຝົນຫຼໍ່ຫຼອມຕົນເອງ ເຮັດໃຫ້ຕົນເອງມີການ ເຕີບໃຫຍ່ເຂັ້ມແຂງຂຶ້ນເປັນແຕ່ລະບາດກ້າວ ແລະ ໄດ້ຮັບຄວາມ ໄວ້ເນື້ອເຊື່ອໃຈ ຈາກການຈັດຕັ້ງເປັນຢ່າງດີ.



ທ່ານ ໄດ້ເນັ້ນໜັກໃຫ້ ຜູ້ທີ່ໄດ້ຮັບການແຕ່ງຕັ້ງ ຈົ່ງສືບຕໍ່ສຸມທຸກເຫື່ອແຮງ, ສະຕິປັນຍາ, ຍົກລະດັບຄວາມຮູ້ ຄວາມສາມາດ, ຮັກສາຄວາມສາມັກຄີພາຍໃນເປັນປຶກແຜ່ນ, ສືບຕໍ່ປັບປຸງແບບແຜນວິທີເຮັດວຽກ ໃຫ້ຖືກຕ້ອງ, ສອດຄ່ອງຕົວຈິງ, ຮັບປະກັນວຽກໃຫ້ສຳເລັດວ່ອງໄວ, ໂປ່ງໃສ ແລະ ມີຄຸນນະພາບ, ພ້ອມກັນສຸມເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ເວົ້າລວມ, ເວົ້າສະເພາະ ແມ່ນວຽກງານໃນຂົງເຂດທີ່ຕົນເອງຮັບຜິດຊອບ ກໍຄືວຽກງານ ຮສສ ໃຫ້ໄດ້ຮັບໝາກຜົນຍິ່ງໃຫຍ່ກວ່າເກົ່າ.


ພາບ ແລະ ຂ່າວ: ຄຳເມິງ - ນັກຂ່າວກະຊວງ ຮສສ ລາຍງານ
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
_______


Powered by Blogger.