Header Ads

ທ່ານນາຍົກລັດຖະມົນຕີ ໃຫ້ກຽດໂອ້ລົມຕໍ່ກອງປະຊຸມວຽກງານແກ້ໄຂຄວາມທຸກຍາກ




​ໃນຕອນບ່າຍ ຂອງວັນທີ 17 ກໍລະກົດ 2018 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມໂອ້ລົມຕໍ່ກອງປະຊຸມເຜີຍແຜ່ແນະນຳ ການຈັດຕັ້ງຜັນຂະຫຍາຍດຳລັດ ເລກທີ 348/ລບ, ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ, ມີທ່ານລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ບັນດາລັດຖະມົນຕີກະຊວງ-ອົງການທຽບເທົ່າກະຊວງ, ເຈົ້າແຂວງ, ຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍ ບັນດາຄະນະກົມ ທີ່ຂຶ້ນກັບກະຊວງກະສິກຳ ແລະ ປ່າໄມ້, ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ປະຈຳແຂວງ ແລະ ນະຄອນຫຼວງວຽງຈັນ ໃນທົ່ວປະເທດເຂົ້າຮ່ວມ.


ກ່ອນອື່ນ, ທ່ານນາຍົກລັດຖະມົນຕີ ໄດ້ຮັບຟັງການລາຍງານ ກ່ຽວກັບ ສະພາບການດຳເນີນກອງປະຊຸມ ໄລຍະ 2 ວັນທີ່ຜ່ານມາ ລວມທັງ ສະພາບການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ໃນໄລຍະ 2 ປີຜ່ານ ມາ ຈາກທ່ານລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ເຊິ່ງເຫັນວ່າ: ເປົ້າໝາຍຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອເຜີຍແຜ່ເນື້ອໃນ ຂອງດຳລັດ 348/ລບ ແລະ ບົດແນະນຳ 0830/ກປ ໃຫ້ບັນດາກະຊວງ, ອົງການທຽບເທົ່າ ແລະ ອົງການປົກຄອງທ້ອງຖິ່ນ ຮັບຮູ້ເຂົ້າໃຈເປັນເອກະພາບ ແລະ ດຳເນີນການຈັດຕັ້ງຜັນຂະຫຍາຍ ຕາມພາລະບົດບາດໜ້າທີ່ຂອງຕົນ; ເຮັດໃຫ້ບັນດາເປົ້າໝາຍຈັດຕັ້ງປະຕິບັດ, ນັບແຕ່ບັນດາຂະແໜງການ ອົງການທຽບເທົ່າຂັ້ນສູນກາງ ມີບ່ອນອີງສໍາລັບປັບປຸງມາດຕະຖານຂອງຕົນ, ບັນດາທ້ອງຖີ່ນ ແລະ ຮາກຖານ ມີເນື້ອໃນພື້ນຖານ ເພື່ອກະກຽມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງທ້ອງຖິ່ນ. 


ສຳລັບຜົນສຳເລັດທີ່ສາມາດປະຕິບັດໄດ້ ອັນພົ້ນເດັ່ນແມ່ນ: ພື້ນຖານໂຄງລ່າງ ແລະ ການບໍລິການຢູ່ຊົນນະບົດ ໂດຍສະເພາະ ເສັ້ນທາງສາມາດທຽວໄດ້ຕະຫຼອດປີ ເພີ່ມຂຶ້ນຈາກຈຳນວນ 7.158 ບ້ານ ໃນປີ 2015 ເປັນ 7.230 ບ້ານ ກວມເອົາ 85,27% ຂອງຈຳນວນບ້ານທັງໝົດ; ຈຳນວນບ້ານທີ່ມີໄຟຟ້າໃຊ້ເພີ່ມຂຶ້ນ ຈາກ 6.722 ບ້ານ ໃນປີ 2015 ເປັນ 6.802 ບ້ານ ກວມເອົາ 79,36% ຂອງຈຳນວນບ້ານທັງໝົດ; ພະນັກງານຫຼັກແຫຼ່ງຢູ່ກຸ່ມບ້ານ ແລະ ຂັ້ນບ້ານ ຫຼາຍກວ່າ 7.500 ຄົນ ໄດ້ຮັບການຝຶກອົບຮົມວຽກງານນຳພາ, ບໍລິຫານ ແລະ ການຄຸ້ມຄອງໂຄງການ ຢູ່ພາຍໃນ ແລະ ຕ່າງປະເທດ, ຄອບຄົວທຸກຍາກຫຼຸດລົງຕື່ມ 1,25%, ບ້ານທຸກຍາກຫຼຸດລົງ 2,37%. ປະຈຸບັນ ໃນທົ່ວປະເທດ ຍັງເຫຼືອຄອບຄົວທຸກຍາກ ກວມ 5,34% ແລະ ບ້ານທຸກຍາກ ກວມ 18,13%.


​ໃນໂອກາດດຽວກັນ, ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມຕໍ່ຜູ້ເຂົ້າຮ່ວມກອງປະຊຸມ ໂດຍໄດ້ກ່າວຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດ ທີ່ຂະແໜງການກ່ຽວຂ້ອງ ສາມາດປະຕິບັດໄດ້ໃນໄລຍະທີ່ຜ່ານມາ. ພ້ອມກັນນັ້ນ ທ່ານກໍ່ຍົກໃຫ້ເຫັນທີ່ຕັ້ງ, ຄວາມໝາຍຄວາມສຳຄັນ ຂອງວຽກງານການພັດທະນາຊົນນະບົດ ກໍ່ຄື ການແກ້ໄຂຄວາມທຸກຍາກປະຊາຊົນບັນດາເຜົ່າ ທີ່ດຳລົງຊີວິດຢູ່ເຂດຊົນນະບົດຫ່າງໄກສອກຫຼີກ ແລະ ໃຫ້ທັດສະນະ ຕໍ່ກັບການນຳເອົາປະເທດຊາດ ຫຼຸດພົ້ນອອກຈາກສະຖານະພາບຄວາມດ້ອຍພັດທະນາ ກັບການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ; ຜົນປະໂຫຍດໃນການເປັນປະເທດດ້ອຍພັດທະນາ; ສິ່ງທ້າທາຍ ແລະ ຄວນເອົາໃຈໃສ່ ພາຍຫຼັງຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາໃໝ່; ການພົວພັນລະຫວ່າງ ວຽກງານກະສິກຳ ກັບຊົນນະບົດ, ເນື້ອໃນຂອງຊົນນະບົດໃໝ່, ສິ່ງທ້າທາຍ ໃນການຈັດຕັ້ງຜັນຂະຫຍາຍ ບັນດານິຕິກຳຂອງພັກ ແລະ ລັດຖະບານ. ອັນສຳຄັນ, ທ່ານນາຍົກລັດຖະມົນຕີ ໄດ້ຍົກເອົາບາງບັນຫາ ເພື່ອແລກປ່ຽນແນວຄວາມຄິດກັບຜູ້ເຂົ້າຮ່ວມ ເປັນຕົ້ນ ພວກເຮົາຈະຂຸດຄົ້ນ ແລະ ນຳໃຊ້ທ່າແຮງ ຄວາມອຸດົມສົມບູນ ແລະ ຮັ່ງມີຂອງປະເທດ ໃຫ້ເກີດປະໂຫດສູງສຸດ ຕໍ່ປະເທດຊາດ ແລະ ປະຊາຊົນຄືແນວໃດ?; ເຖິງເວລາແລ້ວບໍ ພວກເຮົາຕ້ອງຫັນປ່ຽນ: 



ຈິນຕະນາການ, ວິຖີດຳລົງຊີວິດ-ການທຳມາຫາກິນ, ການປະຢັດມັດທະຍັດ, ການປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ...? ຄຽງຄູ່ກັບການນຳພາປະຊາຊົນຜະລິດເປັນສິນຄ້າ ໃນເມືອພວກເຮົາມີຫຼາຍຕົວແບບແລ້ວ ໃຫ້ພ້ອມກັນເສີມຂະຫຍາຍໃຫ້ກວ້າງອອກ, ຜູ້ນຳພາປະຊາຊົນເຮັດ ບໍ່ແມ່ນເອົາພະນັກງານ ທີ່ເຕັມໄປດ້ວຍພະຍາດອາດຍາສິດ, ບໍ່ຮູ້ເລື່ອງໃນວຽກງານ ແລະ ມີແຕ່ຕຳສັ່ງຊີນຳ, ບໍ່ພາເຮັດ ອັນນີ້ປະຊາຊົນບໍ່ຕ້ອງການ; ພວກເຮົາຕ້ອງເຮັດໃຫ້ປະຊາຊົນເປັນເຈົ້າ ນັບມື້ຫຼາຍຂຶ້ນ ແລະ ນັບມື້ດີຂຶ້ນ; ຕ້ອງສົ່ງເສີມໃຫ້ປະຊາຊົນເປັນເຈົ້າຕົນເອງ ໃນການນຳໃຊ້ຊັບພະຍາກອນທຳມະຊາດ, ທີ່ດິນ, ເປັນເຈົ້າວາງແຜນ, ເປັນເຈົ້າການຊອກຕະຫຼາດ, ບັນດາບົດຮຽນອັນດີເລີດ ຈາກທ້ອງຖິ່ນ ແມ່ນຂະຫຍາຍໃຫ້ກວ້າງອອກເລື້ອຍໆ”.​

ແຫລ່ງ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
_______


Powered by Blogger.