Header Ads

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ເອກອັກຄະລັດຖະທູດ ແຫ່ງ ຮົງກາລີ ປະຈຳ ສປປ ລາວ




ໃນຕອນເຊົ້າຂອງວັນທີ 02 ກໍລະກົດ 2018, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໄດ້ຮັບການເຂົ້າຢ້ຽມອຳລາຂອງ ທ່ານ Peter Jakab, ເອກອັກຄະລັດຖະທູດ ຮົງກາຣີ, ໃນໂອກາດທີ່ຈະໝົດໜ້າທີ່ການດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດ ແຫ່ງ ຮົງກາຣີ ປະຈຳ ສປປ ລາວ.



ໃນໂອກາດນີ້, ທ່ານ ສະຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການປະກອບສ່ວນອັນສຳຄັນໃນການປະຕິບັດໜ້າທີ່ເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ຮົງກາຣີ ປະຈຳ ສປປ ລາວ ໃນໄລຍະຜ່ານມາ, ທີ່ໄດ້ປະກອບສ່ວນເຂົ້າໃນການຊຸກຍູ້ ແລະ ສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສອງປະເທດ ໃນໄລຍະໃໝ່ໄດ້ຮັບການຂະຫຍາຍຕົວຕໍ່ເນື່ອງ.

ໃນໂອກາດດັ່ງກ່າວ ທັງສອງຝ່າຍໄດ້ຕີລາຄາສູງ ຕໍ່ສະພາບການພົວພັນຮ່ວມມືສອງຝ່າຍ ເຖິງວ່າ ສອງປະເທດ ຈະບໍ່ມີສະຖານທູດຕັ້ງຢູ່ໃນປະເທດຂອງກັນ ແລະ ກັນ ກໍຕາມ, ແຕ່ກໍຍັງຮັກສາສາຍພົວພັນທີ່ມີມູນເຊື້ອນຳກັນຕະຫຼອດມາ. ໃນນີ້, ທ່ານທູດຮົງກາຣີ ໄດ້ກ່າວໃຫ້ຄໍາໝັ້ນສັນຍາວ່າ, ຕົນເອງຈະສືບຕໍ່ປະກອບສ່ວນຊຸກຍູ້ຝ່າຍຮົງກາຣີ ເພື່ອເຮັດແນວໃດໃຫ້ການພົວພັນ ລາວ-ຮົງກາຣີ ມີບາດກ້າວໃໝ່ໃນຕໍ່ໜ້າ.

ໃນຕອນທ້າຍ, ທ່ານລັດຖະມົນຕີ ໄດ້ອວຍພອນໃຫ້ ທ່ານທູດເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສຳເລັດໃນການປະຕິບັດໜ້າທີ່ອັນໃໝ່ຂອງເພິ່ນ.

ທ່ານທູດ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບ ແລະ ການອຳນວຍຄວາມສະດວກຕ່າງໆ ໃນໄລຍະການປະຕິບັດໜ້າທີ່ຂອງທ່ານ ປະຈຳ ສປປ ລາວ.


ພາບ ແລະ ຂ່າວ: ກະຊວງການຕ່າງປະເທດ 
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
_______


Powered by Blogger.