Header Ads

ທະນາຄານໂລກ ສະໜອງເງິນກູ້ ປັບປຸງ-ສ້ອມແປງເສັ້ນທາງແຕ່ສີເກີດ-ໂພນໂຮງ



ທະ­ນາ­ຄານ​ໂລກ (WB) ສະ­ໜອງ​ເງິນ​ກູ້ 320 ຕື້​ກີບ ຫຼື ປະ­ມານ 40 ລ້ານ​ໂດ​ລາ​ສະ­ຫະ­ລັດ ໃຫ້​ລັດ­ຖະ­ບານ​ລາວ ເພື່ອ​ປະ­ກອບ­ສ່ວນ​ນຳ​ໃຊ້​ເຂົ້າ​ໃນ​ການ​ປັບ­ປຸງ ແລະ ສ້ອມ­ແປງ​ເສັ້ນ­ທາງ​ເລກ​ທີ 13 ເໜືອ ນັບ​ແຕ່​ບ້ານ​ສີ​ເກີດ ນະ­ຄອນ­ຫຼວງ​ວຽງ​ຈັນ-ໂພນ​ໂຮງ ແຂວງ​ວຽງ​ຈັນ (ກິ­ໂລ­ແມັດ​ທີ 12-ກິ­ໂລ­ແມັດ​ທີ 70) ເພື່ອ​ແນ­ໃສ່​ປັບ­ປຸງ​ສະ­ພາບ​ເສັ້ນ­ທາງ ຄວາມ​ປອດ​ໄພ​ທາງ​ຖະ­ໜົນ ແລະ ຄວາມ​ທົນ​ທານ​ຂອງ​ຖະ­ໜົນ​ຕໍ່​ການ​ປ່ຽນ­ແປງ​ຂອງ​ດິນ​ຟ້າ​ອາ­ກາດ ເຊິ່ງ​ທາງ​ເລກ​ທີ 13 ເໜືອ​ເປັນ​ເສັ້ນ­ທາງ​ສຳ­ຄັນ​ທີ່​ເຊື່ອມ​ຕໍ່​ລະ­ຫວ່າງ​ພາຍ​ໃນ​ປະ­ເທດ ກໍ່​ຄື ສປປ ລາວ ກັບ​ພາກ​ພື້ນ.
ພິ­ທີ​ລົງ​ນາມ​ສັນ­ຍາ​ເງິນ​ກູ້​ດັ່ງ­ກ່າວ ຈັດ​ຂຶ້ນ​ວັນ​ທີ 23 ກໍ­ລະ­ກົດ 2018 ຢູ່​ກະ­ຊວງ​ການ​ເງິນ ລະ­ຫວ່າງ​ທ່ານ​ນາງ ທິບ​ພະ​ກອນ ຈັນ­ທະ​ວົງ­ສາ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ເງິນ ແລະ ທ່ານ ນິ​ໂກ​ລາ ປອນ​ຕາ​ຣາ ຫົວ­ໜ້າ​ຫ້ອງ­ການ WB ປະ­ຈຳ​ລາວ ມີ​ທ່ານ ສັນ­ຕິ​ສຸກ ສິມ​ມາ­ລາ​ວົງ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ ຍທຂ ພ້ອມ​ດ້ວຍ​ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ນີ້ ຈະ​ເລີ່ມ​ແຕ່​ປີ 2018-2023 ໂດຍ​ກະ­ຊວງ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ (ຍທຂ) ໃນ​ນີ້ ແຫຼ່ງ​ທຶນ​ແມ່ນ​ໄດ້​ຈາກ​ສະ­ມາ­ຄົມ​ເພື່ອ​ການ​ພັດ­ທະ­ນາ​ສາ­ກົນ WB 40 ລ້ານ​ໂດ​ລາ​ສະ­ຫະ­ລັດ ທຶນ​ສົມ­ທົບ​ຈາກ​ທະ­ນາ­ຄານ​ເພື່ອ​ການ​ລົງ­ທຶນ​ໃນ​ພື້ນ­ຖານ​ໂຄງ​ລ່າງ (AIIB) 40 ລ້ານ​ໂດ​ລາ​ສະ­ຫະ­ລັດ ລັດ­ຖະ­ບານ​ລາວ 308 ຕື້​ກີບ ຫຼື ປະ­ມານ 38,5 ລ້ານ​ໂດ​ລາ​ສະ­ຫະ­ລັດ ກອງ​ທຶນ​ພັດ­ທະ­ນາ​ນໍ​ດິກ (NDF) ປະ­ມານ 76 ຕື້​ກີບ ຫຼື 9,5 ລ້ານ​ໂດ​ລາ​ສະ­ຫະ­ລັດ.

ທ່ານ​ລັດ­ຖະ­ມົນ­ຕີ​ກະ­ຊວງ ຍທຂ ກ່າວ​ວ່າ: ເສັ້ນ­ທາງ​ເລກ​ທີ 13 ມີ​ຄວາມ​ສຳ­ຄັນ​ຫຼາຍ​ຕໍ່​ເສດ­ຖະ­ກິດ ດັ່ງ­ນັ້ນ​ການ​ຍົກ​ລະ­ດັບ ຟື້ນ​ຟູ ແລະ ປັບ­ປຸງ​ຮັກ­ສາ​ເສັ້ນ­ທາງ​ດັ່ງ­ກ່າວ​ຈະ​ສາ­ມາດ​ຊ່ວຍ​ປັບ­ປຸງ​ການ​ເຂົ້າ​ເຖິງ​ຕະ­ຫຼາດ ບ່ອນ​ເຮັດ​ວຽກ ແລະ ການ​ບໍ­ລິ­ການ​ດ້ານ​ສາ­ທາ­ລະ­ນະ​ໃຫ້​ດີ​ຂຶ້ນ ແລະ ມີ​ຄວາມ​ປອດ​ໄພ​ໃນ​ການ​ສັນ­ຈອນ ນອກ​ນີ້ ຍັງ​ຈະ​ຊ່ວຍ​ໃຫ້ ສປປ ລາວ ຫຍັບ​ເຂົ້າ​ໃກ້​ເປົ້າ​ໝາຍ​ໃນ​ການ​ເຕີບ​ໂຕ​ຢ່າງ­ຮອບ­ດ້ານ.

ທ່ານ ນິ​ໂກ​ລາ ປອນ​ຕາ​ຣາ ກໍ່​ໄດ້​ກ່າວ​ວ່າ: ການ​ຍົກ​ລະ­ດັບ ຟື້ນ​ຟູ ແລະ ປັບ­ປຸງ​ຮັກ­ສາ​ເສັ້ນ­ທາງ​ດັ່ງ­ກ່າວ​ຈະ​ສາ­ມາດ​ເຮັດ​ໃຫ້­ການ​ສັນ­ຈອນ​ມີ​ຄວາມ​ປອດ​ໄພ​ສູງ​ຂຶ້ນ ເຖິງ​ທີ່​ໝາຍ​ໄວ​ຂຶ້ນ ແລະ ຮັບ­ປະ­ກັນ​ຕໍ່​ການ​ນຳ​ໃຊ້ ເຊິ່ງ​ຈະ​ສາ­ມາດ​ຊຸກ­ຍູ້​ການ​ເຕີບ​ໂຕ​ແບບ​ຮອບ­ດ້ານ ແລະ ເຮັດ​ໃຫ້​ບັນ­ຫາ​ການ​ດຳ­ເນີນ​ທຸ­ລະ​ກິດ​ຂອງ​ປະ­ເທດ​ດີ​ຂຶ້ນ.

ພາບ-ຂ່າວ: ນສພ ວຽງຈັນໃຫ່ມ
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
_______



Powered by Blogger.