Header Ads

ທ່ານນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ





ໃນຕອນບ່າຍຂອງວັນທີ 2 ກໍລະກົດ 2018 ຢູ່ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເລ ແທັງ ລອງ ລັດຖະມົນຕີກະຊວງຍຸຕິທໍາ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ເນື່ອງໃນໂອກາດເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການ ແຕ່ວັນທີ 2-4 ກໍລະກົດ 2018.



ໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເດີນທາງມາເຄື່ອນໄຫວຢ້ຽມ ແລະ ເຮັດວຽກຢູ່ ສປປ ລາວ ຂອງ ທ່ານ ເລ ແທັງ ລອງ ພ້ອມດ້ວຍຄະນະໃນຄັ້ງນີ້, ໂດຍສະເພາະແມ່ນການເດີນທາງມາເຂົ້າຮ່ວມກອງປະຊຸມ ວຽກງານຍຸຕິທໍາບັນດາແຂວງຊາຍແດນ ລາວ-ຫວຽດນາມ ເປີດກວ້າງ ຄັ້ງທີ IV ເຊິ່ງຈະໄດ້ຈັດຂຶ້ນໃນວັນທີ 3 ກໍລະກົດ 2018 ຢູ່ທີ່ນະຄອນຫຼວງວຽງຈັນ. ພ້ອມດຽວກັນນີ້, ທ່ານນາຍົກລັດ ຖະມົນຕີ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືໃນຂົງເຂດວຽກງານຍຸຕິທໍາຂອງສອງປະເທດ ໃນໄລຍະທີ່ຜ່ານມາ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍການຊ່ວຍເຫຼືອກ່ຽວກັບບັນຫາທາງແພ່ງ ແລະ ອາຍາ ລະ ຫວ່າງ ລາວ-ຫວຽດນາມ; ວຽກງານການຄຸ້ມຄອງທະບຽນຄອບຄົວ ແລະ ວຽກງານສັນຊາດ ຢູ່ຕາມບໍລິ ເວນຊາຍແດນ, ການປຶກສາຫາລືແລກປ່ຽນບົດຮຽນ, ການຍົກລະດັບຄວາມຮູ້ຄວາມສາມາດໃຫ້ພະນັກງານຂະແໜງຍຸຕິທໍາ ແລະ ອື່ນໆ ເຊິ່ງເປັນການປະກອບສ່ວນສໍາຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ກໍ່ຄື ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ຈະເລີນງອກງາມ ແລະ ໄດ້ຮັບໝາກຜົນຕົວຈິງ. ນອກນັ້ນ, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈ ຕໍ່ພັກ, ລັດຖະບານ ກໍ່ຄື ປະຊາຊົນ ຫວຽດນາມ ທີ່ໄດ້ໃຫ້ການຊຸກຍູ້ຊ່ວຍເຫຼືອ ສປປ ລາວ ຕະຫຼອດມາ.

ໂອກາດດຽວກັນນີ້, ທ່ານ ເລ ແທັງ ລອງ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ທອງລຸນ ສີສຸລິດ ທີ່ໄດ້ເສຍສະ ຫຼະເວລາອັນມີຄ່າໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງ ຢັ້ງຢືນຕື່ມວ່າຈະສືບຕໍ່ພົວພັນຮ່ວມມື ແລະ ເສີມຂະ ຫຍາຍສາຍພົວພັນທີ່ເປັນມູນເຊື້ອ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ ເວົ້າລວມ, ເວົ້າສະເພາະແມ່ນ ຂົງເຂດວຽກງານຍຸຕິທໍາຂອງ ສປປ ລາວ ຕໍ່ໄປ.

ແຫລ່ງ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ 
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
_______



Powered by Blogger.