Header Ads

ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດນາມ ທີ່ນະຄອນຫລວງຮ່າໂນ້ຍ



ອີງຕາມການລາຍງານຂອງ ນສພ ກອງທັບ  ວ່າ: ຕອນເຊັ້າວັນທີ 17 ກໍລະກົດ 2018 ທີ່ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ, ໄດ້ມີການພົບ ປະສອງຝ່າຍ ລະຫວ່າງ ສະພາ ແຫ່ງຊາດລາວ ນໍາໂດຍ ສະຫາຍແສງນວນ ໄຊຍະລາດ, ເລຂາທິ ການສູນກາງພັກ, ຮອງປະທານ ສະພາແຫ່ງຊາດລາວ ພ້ອມດ້ວຍ ຄະນະ ແລະ ສະພາແຫ່ງຊາດ ຫວຽດນາມ ນໍາໂດຍສະຫາຍນາງ ຕ໋ອງ ທິ ຝ໋ອງ, ກໍາມະການກົມການເມືອງສູນກາງພັກກອມ ມູນິດຫວຽດນາມ, ຮອງປະທານຜູ້ປະຈໍາການສະພາແຫ່ງຊາດ ຫວຽດນາມ ພ້ອມດ້ວຍຄະນະ. ສະຫາຍ ແສງນວນ ໄຊຍະ ລາດ ໄດ້

ສະແດງຄວາມຂອບໃຈ ຢ່າງສູງຕໍ່ສະຫາຍ ນາງ ຕ໋ອງ ທິຝ໋ອງ ທີ່ໄດ້ເຊື້ອເຊີນສະຫາຍ ຮອງປະທານສະພາແຫ່ງຊາດພ້ອມດ້ວຍຄະນະຜູ້ແທນສະພາ ແຫ່ງຊາດ ແຫ່ງ ສປປ ລາວ ມາ ຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ແລະ ການຕ້ອນ ຮັບຢ່າງອົບອຸ່ນເຕັມໄປດ້ວຍໄມ ຕີຈິດມິດຕະພາບອັນດູດດື່ມ, ຄວາມສາມັກຄີ ຮັກແພງ ແລະ ອັນ ສະໜິດສະໜົມຈາກບັນດາສະ ຫາຍການນຳ ແລະ ພະນັກງານສະພາແຫ່ງຊາດຫວຽດນາມ ອ້າຍນ້ອງ; ການມາຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້ແມ່ນເພື່ອ ສືບຕໍ່ຮັດແໜ້ນສາຍພົວພັນມິດ ຕະພາບທີ່ເປັນມູນເຊື້ອ, ຄວາມ ສາມັກຄີພິເສດ ແລະ ການຮ່ວມ ມືຮອບດ້ານ ລະຫວ່າງ ສອງ ພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ທີ່ ປະທານ ໂຮ່ຈີມິນແລະ ປະທານ ໄກສອນ ພົມວິ ຫານ ເປັນຜູ້ກໍ່ຕັ້ງ ແລະ ຜູ້ນຳພັກ, ລັດ ແລະ ປະຊາຊົນລາວ ແລະຫວຽດນາມຮຸ່ນຕໍ່ໆມາໄດ້ສືບ ຕໍ່ເພີ່ມພູນຄູນສ້າງມູນເຊື້ອສາຍ ພົວພັນດັ່ງກ່າວໃຫ້ພັດທະນາ ຂຶ້ນຢ່າງບໍ່ຢຸດຢັ້ງ. ພ້ອມທັງ, ເປັນ ການເສີມຂະຫຍາຍການພົວພັນ ແລະ ຮ່ວມມືລະຫວ່າງສອງອົງ ການນິຕິບັນຍັດຂອງສອງປະ ເທດ ລາວ-ຫວຽດນາມ ທີ່ມີມາ ແຕ່ດົນນານແລ້ວນັ້ນໃຫ້ມຄວາມແໜ້ນແຟ້ນຈະເລີນງອກງາມ ແລະ ເກີດດອກອອກຜົນຍິ່ງໆ ຂຶ້ນ.

ສະຫາຍ ຮອງປະທານສະ ພາແຫ່ງຊາດລາວ ໄດ້ສະເໜີໃຫ້ ມີການສືບຕໍ່ຮັດແໜ້ນສາຍພົວ ພັນມິດຕະພາບ ແລະ ການຮ່ວມ ມືລະຫວ່າງສອງສະພາແຫ່ງ ຊາດ ກໍຄືສອງກຳມາທິການຕ່າງ ປະເທດຂອງສະພາແຫ່ງຊາດ ລາວ ແລະ ສະພາແຫ່ງຊາດ ຫວຽດ ນາມ ເພື່ອສືບຕໍ່ການແລກປ່ຽນ ຄະນະຜູ້ແທນລະດັບສູງສຸດ, ລະ ດັບກຳມາທິການ, ລະດັບວິຊາການຈາກສູນກາງ ແລະ ທ້ອງ ຖິ່ນ ແລະ ຈັດສຳມະນາ ເພື່ອແລກ ປ່ຽນບົດຮຽນໃນຫົວຂໍ້ຕ່າງໆ ກ່ຽວກັບການຍົກສູງປະສິດທິ ພາບການຈັດຕັ້ງປະຕິບັດພາລະບົດບາດຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ຕາມເນື້ອໃນຈິດໃຈຂອງບົດບັນ ທຶກຄວາມເຂົ້າໃຈວ່າດ້ວຍການ ຮ່ວມມືລະຫວ່າງສອງສະພາ ແຫ່ງຊາດ ລາວ-ຫວຽດນາມ; ສະເໜີໃຫ້ສອງກໍາມາທິການ ການຕ່າງປະເທດສະພາແຫ່ງ ຊາດ ລາວ-ຫວຽດນາມ ຮ່ວມ ກັນລົງຕິດຕາມກວດກາການແກ້ບັນຫາການຍົກຍ້າຍພູມລໍາເນົາ ຕາມລໍາພັງໃຈ ແລະ ການແຕ່ງ ດອງທີ່ບໍ່ຖືກຕ້ອງຕາມລະບຽບ ຢູ່ຕາມບໍລິເວນຊາຍແດນລາວ-ຫວຽດນາມ; ສືບຕໍ່ແລກປ່ຽນ ທັດສະນະ ແລະ ສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີປຶກ ສາຫາລືລັດຖະສະພາພາກພື້ນ ແລະ ສາກົນ ທີ່ສອງອົງການ ນິຕິບັນຍັດລາວ-ຫວຽດນາມ ໄດ້ເຂົ້າເປັນພາຄີ; ສືບຕໍ່ຕິດຕາມ ກວດກາ ແລະ ຊຸກຍູ້ການຈັດຕັ້ງ ປະຕິບັດສັນຍາ, ສົນທິສັນຍາ, ຂໍ້ ຕົກລົງ ແລະ ນິຕິກຳອື່ນໆ ທີ່ສອງ ລັດຖະບານໄດ້ລົງນາມຮ່ວມກັນ,ເປັນຕົ້ນແມ່ນການຈັດຕັ້ງປະຕິ ບັດໂຄງການກໍ່ສ້າງຫໍສະພາ ແຫ່ງຊາດລາວຫລັງໃໝ່ ເຊິ່ງໄດ້ ຮັບເງິນທຶນຊ່ວຍເຫຼືອລ້າຈາກ ພັກ ແລະ ລັດຖະບານ ຫວຽດ ນາມ; ພ້ອມນັ້ນໄດ້ແຈ້ງວ່າສະ ຫາຍປະທານສະພາແຫ່ງຊາດ ລາວ ໃຫ້ການຢືນຢັນວ່າຈະເດີນ ທາງມາຢ້ຽມຢາມສັນຖະວະໄມ ຕີ ທີ່ ສສ ຫວຽດນາມ ໃນໄຕມາດ ທີ 4 ຂອງປີ 2018 ນີ້.

ສະຫາຍ ນາງ ຕ໋ອງ ທິ ຝ໋ອງ ໄດ້ສະແດງຄວາມຕ້ອນຮັບ ສະຫາຍຮອງປະທານສະພາ ແຫ່ງຊາດລາວ ພ້ອມດ້ວຍຄະ ນະຢ່າງອົບອຸ່ນໝົດຈິດໝົດໃຈ ແລະ ໄດ້ສະແດງຄວາມເຫັນດີ ເປັນເອກະພາບຕໍ່ການສະເໜີ ຂອງສະຫາຍຮອງປະທານສະ ພາແຫ່ງຊາດໃນການສືບຕໍ່ຮັດ ແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງ ສະພາແຫ່ງຊາດ ກໍຄື ສອງກຳມາ ທິການຕ່າງປະເທດຂອງສະພາ ແຫ່ງຊາດ ລາວ ແລະ ສະພາ ແຫ່ງຊາດ ຫວຽດນາມ. ໃນໂອກາດຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ, ສະຫາຍ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພ້ອມດ້ວຍ ຄະນະຍັງໄດ້ເຂົ້າຢ້ຽມຂໍ່ານັບ ສະ ຫາຍ ນາງ ຫວຽນ ທິ ກິມ ເງິນ ປະທານສະພາແຫ່ງຊາດແຫ່ງ ສສ ຫວຽດນາມ ອີກດ້ວຍ.

ພາບ-ຂ່າວ: ນສພ ກອງທັບ
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
_______



Powered by Blogger.