Header Ads

ນັກທຸລະກິດຈີນສຶກສາຄວາມເປັນໄປໄດ້ຈະກໍ່ສ້າງສະໜາມບິນສາກົນ ຢູ່ເມືອງປາກຊ່ອງ




ກຸ່ມບໍລິສັດກວາງສາຍລົງທຶນສາກົນ ຈຳກັດ ປະເທດຈີນ ຮ່ວມກັບພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ(ພຊສ) ແຂວງຈຳປາສັກ ແລະ ອົງການປົກຄອງເມືອງປາກຊ່ອງ ໄດ້ຈັດກອງປະຊຸມຄົ້ນຄວ້າປຶກສາຫາລືກ່ຽວກັບການສຶກສາສຳຫຼວດຄວາມເປັນໄປໄດ້ໃນການພັດທະນາໂຄງການກໍ່ສ້າງສະໜາມບິນສາກົນ, ໂຄງການພັດທະນາຕົວເມືອງທັນສະໄໝ ແລະ ແຫຼ່ງທ່ອງທ່ຽວທຳມະຊາດ, ໂຄງການສຳປະທານທີ່ດິນ ເພື່ອສ້າງເປັນນິຄົມກະສິກຳ( ປູກຝັງ ແລະ ລ້ຽງສັດ ), ສົ່ງເສີມການຜະລິດກະສິກຳປອດສານພິດ ແລະ ສ້າງຕັ້ງໂຮງງານປຸງແຕ່ງຜະລິດຕະພັນກະສິກຳຢູ່ເຂດພູພຽງບໍລິເວນ ເມືອງປາກຊ່ອງ.

ກອງປະຊຸມປຶກສາຫາລືຄັ້ງນີ້ ຈັດຂຶ້ນທີ່ຫ້ອງປະຊຸມຮ້ານອາຫານພູເຂົາທອງ ເມືອງປາກຊ່ອງ ໂດຍການເປັນປະທານຂອງທ່ານ ສຸປານີ ສິລິປຸນໂຍ ກໍາມະການພັກແຂວງ ຫົວໜ້າ ພຊສ ແຂວງ. ມີທ່ານ ວິຈິດ ແກ້ວບົວພາ ເລຂາພັກເມືອງ ເຈົ້າເມືອງໆປາກຊ່ອງ, ທ່ານ ອ່ານ ຄ່າງ ປະທານກຸ່ມບໍລິສັດກວາງສາຍລົງທຶນສາກົນ ຈຳກັດ ພ້ອມດ້ວຍບັນດາທ່ານຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງຂອງແຂວງ ແລະ ເມືອງເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ສອນເພັດ ເລືອງຜີວແສນ ປະທານກຸ່ມບໍລິສັດດີເຄລາວສຳຫຼວດອອກແບບ ແລະ ກໍ່ສ້າງ ຈຳກັດ ຕາງໜ້າໃຫ້ກຸ່ມບໍລິສັດກວາງສາຍລົງທຶນສາກົນ ຈຳກັດ ລາຍງານວ່າ: ຈຸດປະສົງຂອງການສຶກສາສຳຫຼວດຄວາມເປັນໄປໄດ້ຂອງບັນດາໂຄງການໃນຄັ້ງນີ້ແມ່ນການສຳຫຼວດຂໍ້ມູນພື້ນຖານ ເພື່ອປະກອບຂໍ້ມູນເຂົ້າໃນການຂຽນບົດວິພາກເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມຂອງໂຄງການ ຕາມບົດບັນທຶກ ( MOU ) ເຂດເສດຖະກິດໃໝ່ພູພຽງບໍລິເວນທີ່ສາມາດນຳໄປພັດທະນາເປັນແມ່ບົດໂຄງການໃນອະນາຄົດ.


ຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມ ກໍ່ໄດ້ພ້ອມກັນຄົົ້ນຄວ້າປະກອບຄຳຄິດເຫັນເພື່ອສ້າງຄວາມເຂົ້າໃຈ ແລະ ເປັນເອກະພາບໃນຂັ້ນຕອນຂອງການຈັດຕັ້ງປະຕິບັດການສຶກສາສຳຫຼວດຄວາມເປັນໄປໄດ້ໃນຄັ້ງນີ້ຕື່ມອີກ.

ຂ່າວ: ສອນໄຊ- Champamai Newspaper 
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
_______



Powered by Blogger.