Header Ads

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມພິທີປູກຕົ້ນໄມ້



ໃນຕອນເຊົ້າຂອງວັນທີ 14 ກໍລະກົດ 2018 ຢູ່ທີ່ວັງເຍົາວະຊົນ ແລະ ຫໍມູນເຊື້ອຊາວໜຸ່ມ, ບ້ານດົງໝາກຄາຍ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ໄດ້ຈັດພິທີປູກຕົ້ນໄມ້ຂຶ້ນ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ມີ ທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ, ມີບັນດາທ່ານຮອງລັດຖະມົນຕີ, ພາກສ່ວນທີ່ກ່ຽວຂ້ອງ ພ້ອມດ້ວຍແຂກຖືກເຊີນ ແລະ ນ້ອງນ້ອຍເຍົາວະຊົນ ເຂົ້າຮ່ວມ.



ໃນພິທີດັ່ງກ່າວ, ທ່ານ ອາລຸນໄຊ ສູນນະລາດ ໄດ້ກ່າວວ່າ: ສຳລັບການຈັດກິດຈະກໍາປູກຕົ້ນ ໄມ້ໃນຄັ້ງນີ້ ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ ວັນສໍາຄັນຕ່າງໆຂອງຊາດ, ຂອງພັກ, ໂດຍສະເພາະ ວັນຄ້າຍວັນເກີດຂອງທ່ານປະທານ ສຸພານຸວົງ ຄົບຮອບ 109 ປີ; ວັນອະນຸລັກສັດນໍ້າ-ສັດປ່າ ແຫ່ງຊາດ; ວັນສ້າງຕັ້ງຄະນະບໍລິຫານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ແລະ ວັນສ້າງ ຕັ້ງກອງເຍົາວະຊົນທັນວາ ຄົບຮອບ 63 ປີ. ນອກນັ້ນ, ກໍ່ເພື່ອເປັນການກະກຽມ ໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ 03 ຂັ້ນ ໃຫ້ເປັນຂະບວນຟົດຟື້ນ ທັງເປັນການປູກຈິດສໍານຶກ ໃຫ້ຄົນຮຸ່ນໜຸ່ມ ໄດ້ຮັບຮູ້ ແລະ ເຂົ້າໃຈ ຄວາມໝາຍຄວາມສໍາຄັນຂອງປ່າໄມ້, ປະກອບສ່ວນສໍາຄັນໃນການປົກປັກຮັກສາ ແລະ ເພີ່ມເນື້ອທີ່ປ່າປົກຫຸ້ມ ທີ່ພັກ-ລັດ ວາງອອກຄື 70% ໃນປີ 2020.



ໃນວັນດຽວກັນ, ທ່ານ ສອນໄຊ ສີພັນດອນ ຍັງໄດ້ເຂົ້າຮ່ວມພິທີປູກຕົ້ນໄມ້ຢູ່ທີ່ ບໍລິສັດ​ບົວລະພາ ກະສິກໍາ-ປ່າໄມ້ ຈໍາກັດ ທີ່ບ້ານນາບົງ ແລະ ຢ້ຽມຊົມສູນພັດທະນາຊາວໜຸ່ມ ດອນ ບອດສະໂກ້ ທີ່ບ້ານດົງໝາກຄາຍ, ເມືອງໄຊທານີ ຕື່ມອີກ.






ແຫລ່ງ: ກົມ​ປະ​ຊາ​ສຳ​ພັນ, ພະ​ແນກ​ໂຄ​ສະ​ນາ 
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
_______


Powered by Blogger.