Header Ads

ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນຝົນຕົກໜັກ ແລະ ລົມພັດແຮງ ໄລຍະວັນທີ 16-18 ກໍລະກົດ 2018 ນີ້



ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນເລກທີ 0769/ກອຕທ ລົງວັນທີ 16 ກໍລະກົດ 2018 ເລື່ອງ : ຝົນຕົກໜັກ ແລະ ລົມພັດແຮງ.  ເນື່ອງຈາກຮ່ອງຄວາມກົດອາກາດຕໍ່າຍັງຈະສືບຕໍ່ພາດຜ່ານເຂດພາກເໜືອ ຫາ ພາກກາງຂອງປະເທດລາວ, ປ່ອງເຂົ້າໃສ່ບໍລິເວນກົດອາກາດຕໍ່າມີກໍາລັງແຮງຢູ່ທະເລຈີນໃຕ້ຕອນເໜືອ (ໃກ້ກັບແຄມຝັ່ງປະເທດຫວຽດນາມ) ແລະ ເຮັດໃຫ້ມີລົມມໍລະສຸມຕາເວັນຕົກສຽງໃຕ້ພັດປົກຄຸມພາກກາງ ແລະ ພາກໃຕ້ຂອງປະເທດລາວ ມີກໍາລັງແຮງເພີ່ມຂື້ນ. 

ຊື່ງຈະເຮັດໃຫ້ມີຝົນຕົກໃນລະດັບປານກາງເປັນບໍລິເວນກ້ວາງ ແລະ ຕົກໜັກ. ພ້ອມມີລົມແຮງຢູ່ບາງທ້ອງຖິ່ນ ແຂວງຫົວພັນ, ຊຽງຂວາງ, ຫຼວງພະບາງ, ໄຊຍະບູລີ, ນະຄອນຫຼວງວຽງຈັນ, ໄຊສົມບູນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ຈໍາປາສັກ, ເຊກອງ ແລະ ແຂວງອັດຕາປື ໃນໄລຍະວັນທີ 16-18 ກໍລະກົດ 2018.


ດັ່ງນັ້ນ, ຈຶ່ງແຈ້ງເຕືອນ ເຖິງປະຊາຊົນບັນດາເຜົ່າ, ອໍານາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນທີ່ອາໃສຢູ່ບນດາແຂວງດັ່ງກ່າວ  ຈົ່ງສະຕິກຽມພ້ອມຮັບມືກັບສະພາບນໍ້າຖ້ວມຊຸ, ດິນເຈື່ອນ, ນໍ້າຖ້ວມອັ່ງ, ລົມພັດແຮງ ຊື່ງເປັນອັນຕະລາຍຕໍ່ຊີວິດ ແລະ ຊັບສີນອັນມີຄ່າຂອງພໍ່ແມ່ປະຊາຊົນ, ພ້ອມນີ້ກໍໃຫ້ກະກຽມເຄື່ອນຍ້າຍວັດຖຸສິງຂອງ ແລະ ສັດລ້ຽງໄປໄວ້ບ່ອນທີ່ປອດໄພ. 

ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ແລະ ລະດັບນໍ້າ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະ 1-3 ວັນຕໍ່ໜ້ານີ້.






© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
_______


Powered by Blogger.