Header Ads

ຊາວພຸດເມືອງນານຮ່ວມໃຈກັນສ້າງພະເຈົ້າໃຫຍ່ກະຈັດໄພ ໄຊຊຽງທອງເພື່ອເປັນທີ່ສັກກະລະບູຊາ







ວັນທີ 27 ມິຖຸນາ 2018 ຜ່ານມານີ້ ປະຊາຊົນຊາວພຸດ ທະສາຊະນິກະຊົນເມືອງນານ ໄດ້ຈັດພິທີອັງເຊີນ ພະເກດ ແລະປ່ອນສີມ (ປ່ອນໃຈພະ) ອົງພະເຈົ້າໃຫຍ່ກະຈັດໄພ ໄຊຊຽງທອງ ທີ່ສ້າງຂື້ນທີ່ວັດປ່າປູປໍ ດ້ວຍການເປັນສັດທາຮ່ວມຂອງຊາວພຸດ ນໍາພາໂດຍ ທ່ານ ສີວອນ ວົງຄຳຈັນ ເຈົ້າເມືອງໆນານ, ສາທຸໃຫຍ່ ທອງຈັນ ຈິດຕະຊະໂຣ ປະທານອົງການພຸດທະສາສະໜາສຳພັນລາວ ປະຈຳເມືອງນານ, ພະອາຈານ ສົມພົງ ສັງວະໂລວິຂຸ ເຈົ້າອະທິການວັດປ່າພູປໍ ໂພທິໄຊຍະຣາມ, ມີພະນັກງານ ພ້ອມດ້ວຍການຈັດຕັ້ງບ້ານ ຕະຫຼອດຮອດປະຊາຊົນເຂົ້າຮ່ວມ. 





ໃນພິທີ ໄດ້ມີການສູດປະລິຕະມຸງຄຸນ, ລັ່ນຄ້ອງໃຫຍ່ ແລະອັງເຊີນພະເກດຂື້ນອົງພະ, ພ້ອມທັງ ມີການປ່ອນສີມໄປພ້ອມ. ພະພຸດທະຮູບອົງດັ່ງກ່າວ ໄດ້ເລີ່ມລົງມືສ້າງແຕ່ຕົ້ນເດືອນ ມັງກອນ 2018, ອອກແບບໂດຍ ພະອາຈານ ສົມພົງ ສັງວະໂລວິຂຸ, ມີໜ້າຕັດ 5 ແມັດ, ລວງສູງ 7 ແມັດ. ສ່ວນທືນໃນການກໍ່ສ້າງແມ່ນໄດ້ຈາກການສົບທົບກັນ ລະຫວ່າງ ປະຊາຊົນ, ນັກທຸລະກິດທັງພາຍໃນ ແລະຕ່າງແຂວງ ຜູ້ທີມີໃຈສັດທາບໍລິຈາກທຳບຸນ ເຊິ່ງມີທັງ ວັດຖຸ ປັດໄຈຕ່າງໆ ເພື່ອນຳໃຊ້ເຂົ້າໃນການກໍ່ສ້າງ ມາຮອດປະຈຸບັນ ຍັງບໍ່ທັນສຳເລັດເທື່ອ. ຈຸດປະສົງໃນການສ້າງພະພຸດທະຮູບຂື້ນ ເພື່ອເປັນສັນຍາລັກໃຫ້ປະຊາຊົນ ຊາວພຸດ ກະທຳແຕ່ຄວາມດີ ແລະເປັນສູນລວມຈິດໃຈຂອງຊາວພຸດທະສາສະໜາທັງຫຼາຍ ໃຫ້ໄດ້ມາເຄົາລົບບູຊາກາບໄຫວ້ ແລະພັດທະນາວັດປ່າພູປໍ ໃຫ້ເປັນແຫຼ່ງທ່ອງທຽວທາງສາສະໜາຕື່ມອີກ.




ໂດຍ: ນາງ ພອນພຸດ ວັນນະສຸກ ນັກຂ່າວເມືອງນານ (Lao National Radio)
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
______
Powered by Blogger.