ກົມອຸຕຸນິຍົມ ແລະ ອຸທົກກະສາດແຈ້ງເຕືອນຈະມີຝົນຕົກໜັກ ແລະ ລົມພັດແຮງ ນັບແຕ່ວັນທີ 10-13 ສິງຫາ 2018 ນີ້
ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກແຈ້ງເຕືອນ ເລກທີ 0896/ກອຕທ ລົງວັນທີ 10 ສິງຫາ 2018 ເລື່ອງຈະຝົນຕົກໜັກ ແລະ ລົມພັດແຮງນັບແຕ່ວັນທີ 10-13 ສິງຫາ 2018 ນີ້.
ເນື່ອງຈາກຮ່ອງຄວາມກົດອາກາດຕໍ່າຍັງຈະສຶບຕໍ່ພາດຜ່ານພາກເໜືອ ຫາ ພາກກາງຂອງປະເທດລາວຢ່ອງເຂົ້າໃສ່ພະຍຸໜູນເຂດຮ້ອນທີ່ປົກຄຸມຢູ່ບໍລິເວນເກາະໄຮໜານ ປະເທດ ສສ ຫວຽດນາມ. ພ້ອມກັບດຽວກັນລົມມໍລະສຸມຕາເວັນຕົກສຽງໃຕ້ປົກຄຸມດ້ວນກໍາລັງປານກາງຫາແຮງ. ຊິ່ງຈະເຮັດໃຫ້ມີຝົນຕົກ, ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍຫາປານກາງ ແລະ ຕົກໜັກ ເປັນບໍລິເວນກວ້າງ ພ້ອມກັບມີລົມພັດແຮງຢູ່ບາງທ້ອງຖິ່ນບັນດາແຂວງ ຜົ້ງສາລີ, ຫົວພັນ, ຊຽງຂວາງ, ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ໄຊສົມບູນ, ບໍລິຄໍາໄຊ,ຄໍາມ່ວນ ແລະ ສະຫວັນນະເຂດ ໃນໄລຍະວັນທີ 10-13 ສິງຫາ 2018 ນີ້.
ດັ່ງນັ້ນ, ຈື່ງແຈ້ງເຕືອນ ເຖິງປະຊາຊົນບັນດາເຜົ່າ, ອໍານາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນທີ່ອາໄສຢູ່ບັນດາແຂວງດັ່ງກ່າວ ຈົ່ງມີສະຕິກຽມພ້ອມຮັລມືກັບສະພາບນໍ້າຊູ, ດິນເຈື່ອນ, ນໍ້າຖ້ວມອັ່ງ ແລະ ລົມພັດແຮງ ຊື່ງດປັນອັນຕະລາຍຕໍ່ຊີວິດ ແລະ ຊັບສີນອັນມີຄ່າຂອງພໍ່ແມ່ປະຊາຊົນ.ພ້ອມນີ້ກໍໃຫ້ກະກຽມເຄື່ອນຍ້າຍ ວັດຖຸສິ່ງຂອງ ແລະ ສັດລ້ຽງໄປໄວ້ບ່ອນທີ່ປອດໄພ. ຂໍໃຫຕິດຕາມຂ່າວພະຍາກອນອາກາດ ແລະ ລະດັບນໍ້າ ຈາກ ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະ 1-3 ວັນຕໍ່ໜ້ານີ້.
ຂໍ້ມູນ: ກົມອຸຕຸນິຍົມ ແລະ ອຸທົກກະສາດ
© ໂຕະນໍ້າຊາ | www.tonamcha.com | www.tonamchanews.com
_______
Post a Comment