Header Ads

ຄະນະສູນບັນຊາການພາກສະໜາມ ລົງກວດກາສະພາບພື້ນທີ່ບ້ານຫີນລາດ ເມືອງສະໜາມໄຊ ແຂວງອັດຕະປື




ໃນຕອນເຊົ້າຂອງວັນທີ 9 ສິງຫາ 2018, ທ່ານ ພົນຈັດຕະວາ ຄຳເພັດ ສີຊານົນ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ແລະ ກຳມະການໃນຄະນະຮັບຜິດຊອບຊີ້ນຳກອບກູ້ໄພພິບັດທາງທໍາມະຊາດພາກສະໜາມຢູ່ແຂວງອັດຕະປື ພ້ອມຄະນະຊີ້ນໍາກອງພົນທີ 5 ໄດ້ລົງເຄື່ອນໄຫວກວດສະພາບພື້ນທີ່ຂອງບ້ານຫີນລາດ ແລະ ຊຸກຍູ້ພາລະກິດການຄົ້ນຫາຜູ້ຫາຍສາບສູນຢູ່ບ້ານດັ່ງກ່າວ ເຊິ່ງເປັນໜຶ່ງໃນບ້ານທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກອຸປະຕິເຫດຄູກັນນໍ້າເຂື່ອນເຊປຽນ-ເຊນໍ້ານ້ອຍແຕກຫັກເມື່ອວັນທີ 23 ກໍລະກົດ 2018 ທີ່ຜ່ານມາ. 



ໃນໂອກາດນີ້, ທ່ານ ພົນຈັດຕະວາ ຄໍາເພັດ ສີຊານົນ ໄດ້ຊີ້ນໍາ ແລະ ໃຫ້ກໍາລັງໃຈຕໍ່ອ້າຍນ້ອງທີ່ກໍາລັງປະຕິບັດພາລະກິດຊອກຄົ້ນຫາຜູ້ສູນຫາຍຈາກໄພພິບັດນໍ້າຖ້ວມໃນຄັ້ງນີ້, ເຊິ່ງນັບແຕ່ມື້ເກີດເຫດເປັນຕົ້ນມາ, ຄະນະບັນຊາພາກສະໜາມໄດ້ສົ່ງກຳລັງກອງພົນທີ 5 ມາຊອກຄົ້ນຫາຢູ່ເຂດບ້ານ ຫີນລາດ ເປັນຄັ້ງທີ່ 4 ແລ້ວ ເຫັນວ່າບໍ່ພົບຜູ້ສູນຫາຍ. ດັ່ງນັ້ນ, ສຳລັບແຜນການຕໍ່ໜ້າ ແມ່ນຈະໄດ້ມອບພື້ນທີ່ບ້ານຫີນລາດໃຫ້ອຳນາດການປົກທ້ອງຖິ່ນ ເພື່ອນໍາເອົາປະຊາຊົນເຂົ້າມາ; ສ່ວນອ້າຍນ້ອງທະຫານນັ້ນ ແມ່ນຈະໄດ້ສືບຕໍ່ຂະຫຍາຍພື້ນທີ່ການຊອກຄົ້ນຫາໃຫ້ກ້ວາງອອກຕື່ມອີກ. 



ທ່ານຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ຍັງໃຫ້ຮູ້ຕື່ມວ່າ: ໜ້າທີ່ຫຼັກຂອງກໍາລັງກອບກູ້ໄພພິບັດ ກະຊວງປ້ອງກັນປະເທດຂອງພວກເຮົາ ແມ່ນການຊອກຄົ້ນຫາຜູ້ສູນຫາຍ ແລະ ຜູ້ເສຍຊີວິດ ເຊິ່ງໄດ້ນຳໃຊ້ກຳລັງໄປດຳເນີນການຊອກຄົ້ນຫາ ຕາມແລວນ້ຳເຊປຽນ-ເຊນ້ຳນ້ອຍ, ໃນນີ້ກຳລັງຫຼັກໃນການຊອກຄົ້ນຫາ ແມ່ນມາຈາກກອງພົນທີ 5 ແລະ ກອງບັນຊາການທະຫານແຂວງອັດຕະປື. 


ພາບ ແລະ ຂ່າວ: ວສລ 
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
_______



Powered by Blogger.