Header Ads

ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສະເພາະກິດ ແກ້ໄຂໄພພິບັດລະດັບຊາດ ຢ້ຽມຢາມສາງເກັບເຄື່ອງຊ່ວຍເຫຼືອຜູ້ປະສົບໄພ




ໃນຕອນເຊົ້າ ວັນທີ 10 ສິງຫາ 2018 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສະເພາະກິດ ແກ້ໄຂໄພພິບັດລະດັບຊາດ ໄດ້ໄປຢ້ຽມຢາມສາງເກັບມ້ຽນ ເຄື່ອງຊ່ວຍເຫຼືອບັນເທົາທຸກ ຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທີ່ຫຼັກ 17 (ເຂດບ້ານດົງໝາກຄາຍ) ເມືອງໄຊທານີ, ນະຄອນຫຼວງວຽງຈັນ ໂດຍມີທ່ານ ນ. ໃບຄຳ ຂັດທິຍະ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມຄະນະ ໃຫ້ການຕ້ອນຮັບ.





ໃນໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ລາຍງານໃຫ້ທ່ານຮອງນາຍົກລັດຖະມົນຕີ ໄດ້ຮັບຊາບ ກ່ຽວກັບ ສະພາບການຄຸ້ມຄອງສາງດັ່ງກ່າວ ເປັນຕົ້ນ ການຮັບເຄື່ອງເຂົ້າສາງ, ການນຳເຄື່ອງອອກສາງໄປແຈກຢາຍ, ການຄັດແຍກປະເພດເຄື່ອງ, ກ ານກວດກາຄຸນນະພາບເຄື່ອງ ແລະ ການເກັບມ້ຽນເຄື່ອງ ໃຫ້ມີຄວາມເປັນລະ ບຽບຮຽບຮ້ອຍ, ຂໍ້ມູນຊັດເຈນ, ຄຸ້ມຄອງສະດວກ, ນຳໄປແຈກຢາຍງ່າຍ, ຮັບປະກັນຄວາມໂປ່ງໃສ ແລະ ອື່ນໆ. ເຊິ່ງເຄື່ອງຢູ່ໃນສາງດັ່ງກ່າວ ປະກອບມີ ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ຄົວເຮືອນ, ເຂົ້າສານ, ອາຫານສຳເລັດຮູບ, ນໍ້າດື່ມ, ເຕັ້ນ, ເຮືອ, ຈັກໄຟຟ້າ, ເຄື່ອງໃຊ້ໄຟ້າ ແລະ ອື່ນໆ. ໃນໂອກາດດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ໄດ້ຊີ້ນຳໃຫ້ພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ເອົາໃຈ ໃສ່ ເກັບກຳບັນຊີເຄື່ອງເຂົ້າ-ອອກ ໃຫ້ລະອຽດຊັດເຈນ; ສືບຕໍ່ຄັດແຍກເຄື່ອງອອກເປັນແຕ່ລະປະເພດ ແລະ ກວດກາຄຸນນະພາບ ໄປພ້ອມໆກັນ ໂດຍສະເພາະແມ່ນ ອາຫານທີ່ມີຄວາມສ່ຽງຈະໝົດອາຍຸ, ບູດເນົ່າ, ເສື່ອມຄຸນນະພາບ ໃນເວລາອັນໃກ້ໆນີ້, ພ້ອມທັງ ເກັບມ້ຽນໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ປອດໄພ, ນຳໄປໃຊ້ສະດວກ...; ນຳເຄື່ອງອຸປະໂພກບໍລິໂພກ ທີ່ມີອາຍຸການບໍລິໂພກຈຳກັດ ລວມທັງ ເຄື່ອງທີ່ຜູ້ປະສົບໄພ ມີຄວາມຮຽກຮ້ອງຕ້ອງການ ໄປແຈກຢາຍໃຫ້ແກ່ຜູ້ປະສົບໄພພິບັດ ຢ່າງຮີບດ່ວນ, ທັນສະພາບການ ແລະ ທົ່ວເຖິງ.

ທີ່ມາ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ 
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
_______


Powered by Blogger.