Header Ads

ປີ 2017 ນະຄອນຫລວງວຽງຈັນ ສາມາດມ້າງ 759 ຄະດີຢາເສບຕິດ




ໃນປີ 2017 ຜ່ານມາ, ນະຄອນຫລວງວຽງຈັນ ສາມາດມ້າງຄະດີຢາເສບຕິດໄດ້ 759 ຄັ້ງ, ກັກຕົວຜູ້ກະທຳຜິດໄດ້ 1.062 ຄົນ, ຍິງ 123 ຄົນ, ໃນນີ້ມີຄົນຕ່າງປະເທດ 12 ຄົນ, ຍິງ 2 ຄົນ. ຢາເສບຕິດ ແລະ ສິ່ງຂອງທີ່ຢຶດໄດ້ ລວມມີ: ຢາບ້າ 398.930 ເມັດ, ຢາບ້າເປື່ອຍ 0,3 ກຼາມ, ເຮໂລອິນ 34 ແທ່ງ, ກັບ 844,49 ກຼາມ ແລະ 1 ຖົງນ້ອຍ, ຢາໄອສ໌ 199 ກິໂລ, ກັບ 844,13 ກຼາມ ແລະ 12 ຖົງນ້ອຍ, ໂຄເຄນ 2 ຖົງນ້ອຍ, ຢາອີ 2 ເມັດ, ກັນຊາ 11 ແທ່ງ, ຝຸ່ນປະສົມຢາບ້າສີແດງ 34 ກຼາມ, ຝຸ່ນປະສົມຢາບ້າສີຂາວ 15,9 ກຼາມ, ລົດໃຫຍ່ 13 ຄັນ, ລົດຈັກ 17 ຄັນ, ປືນກາລະບິນ 1 ກະບອກ, ປືນສັ້ນ 7 ກະບອກ, ຫມາກແຕກ 1 ຫນ່ວຍ ແລະ ອື່ນໆອີກຈຳນວນຫນຶ່ງ.



ຂໍ້ມູນທັງຫມົດນີ້ ແມ່ນໄດ້ຮັບການເປີດເຜີຍໃນພິທີທຳລາຍຢາເສບຕິດເພື່ອສະເຫລີມສະຫລອງວັນແຫ່ງຊາດຕ້ານຢາເສບຕິດ ວັນທີ 12 ຕຸລາ ຄົບຮອບ 17 ປີ ເຊິ່ງຈັດຂຶ້ນໃນວັນທີ 10 ຕຸລາ 2018 ນີ້ ທີ່ເດີ່ນຫ້ອງວ່າການ ເມືອງ ໄຊທານີ ຫລັງໃຫມ່, ໂດຍແມ່ນ ທ່ານພົນຈັດຕະວາ ບຸບຜາ ສີພົມມາ, ຫົວຫນ້າກອງບັນຊາການປ້ອງກັນຄວາມສະຫງົບນະຄອນຫລວງວຽງຈັນ ເປັນຜູ້ລາຍງານ. ໃຫ້ກຽດເຂົ້າຮ່ວມພິທີ ມີທ່ານ ສິນລະວົງ ຄຸດໄພທູນ, ເຈົ້າຄອງນະຄອນຫລວງວຽງຈັນ, ບັນດາທູຕານຸທູດປະເທດຕ່າງໆ, ຜູ້ຕາງຫນ້າອົງການຈັດຕັ້ງສາກົນ ແລະ ແຂກຮັບເຊີນ ເຂົ້າຮ່ວມ. ເວົ້າສະເພາະຢາເສບຕິດທີ່ນຳມາທຳລາຍໃນຄັ້ງນີ້ ລວມມີທັງຫມົດ 388,4 ກິໂລ, ໃນນີ້ ປະກອບມີ: ຢາບ້າ 50 ກິໂລ, ກັນຊາແຫ້ງ 308 ກິໂລ, ຢາໄອສ໌ ເກືອບ 5,9 ກິໂລ, ແປ້ງເຮັດຢາບ້າ 1,5 ກິໂລ, ຄາເຟແນ 23 ກິໂລ.



ໃນໂອກາດນີ້, ທ່ານພົນຈັດຕະວາ ບຸບຜາ ສີພົມມາ, ຫົວຫນ້າກອງບັນຊາການປ້ອງກັນຄວາມສະຫງົບນະຄອນ ຫລວງວຽງຈັນ ໄດ້ກ່າວວ່າ: ຢາເສບຕິດຍັງຄົງເປັນໄພອັນຕະລາຍຮ້າຍແຮງຕໍ່ມວນມະນຸດ, ແລະ ມີທ່າອ່ຽງແຜ່ລະບາດ ແລະ ຂະຫຍາຍຕົວຢູ່ໃນຫລາຍທ້ອງຖິ່ນໃນລາວ ເຮົາ ກໍຄື ຢູ່ນະຄອນຫລວງວຽງຈັນຢ່າງຫນ້າເປັນຫ່ວງ ເພາະມັນສົ່ງຜົນກະທົບຕໍ່ຄວາມຫມັ້ນຄົງ, ຄວາມສະຫງົບ ແລະ ຄວາມປອດໄພຂອງຊາດ. ພັກ ແລະ ລັດຖະບານເຮົາ ກໍ່ຄື ອົງການປົກຄອງນະຄອນຫລວງວຽງຈັນ ຈິ່ງຖືເອົາການສະກັດກັ້ນ ແລະ ການຕ້ານຢາເສບຕິດເປັນຫນ້າທີ່ສຳຄັນ ແລະ ທັງໄດ້ຊີ້ນຳ-ນຳພາໃນການຈັດຈັ້ງປະຕິບັດວຽກງານວິຊາສະເພາະຢ່າງຈົດຈໍ່ ແລະ ຈິງຈັງຕະຫລອດມາ. ພ້ອມນີ້ ທ່ານຍັງໄດ້ສະແດງຄວາມຂອບໃຈຕໍ່ບັນດາປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ, ສະຖາບັນການເງິນລະຫວ່າງປະເທດ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອແກ່ລາວ ເວົ້າລວມ, ເວົ້າສະເພາະແມ່ນນະຄອນຫລວງວຽງຈັນ ໃນການແກ້ໄຂບັນຫາຢາເສບຕິດໃນໄລຍະຜ່ານມາ.


ພາບ ແລະ ຂ່າວ: ບຸນຕຽງ ຈັນທະວົງ 
© ໂຕະນໍ້າຊາຂ່າວ |  www.tonamcha.com
_____


Powered by Blogger.