Header Ads

ກອງປະຊຸມລາຍງານຜົນການກວດກາຫາສາເຫດຄູກັ້ນນໍ້າ ຂອງເຂື່ອນເຊປຽນ – ເຊນຳ້ນ້ອຍແຕກ



ຄະນະຮັບຜິດຊອບສືບສວນ-ສອບສວນສາເຫດຄູກັ້ນນໍ້າຂອງເຂື່ອນເຊປຽນ-ເຊນໍ້ານ້ອຍແຕກພັງ ໄດ້ຈັດກອງປະຊຸມລາຍງານຜົນຂອງການສໍາຫຼວດກວດກາເບື້ອງຕົ້ນຂຶ້ນໃນວັນທີ 5 ຕຸລາຜ່ານມາ ທີ່ນະຄອນປາກເຊ ແຂວງຈໍາປາສັກໂດຍການເປັນປະທານຂອງທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ທັງເປັນປະທານຄະ ນະຮັບຜິດຊອບສືບສວນ-ສອບສວນສາເຫດຄູກັ້ນນໍ້າຂອງເຂື່ອນເຊປຽນ-ເຊນໍ້ານ້ອຍແຕກພັງ ໂດຍມີທີມງານຊ່ຽວຊານ ຈາກອົງການເຂື່ອນໃຫຍ່ສາກົນ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມໄດ້ຮັບຟັງການລາຍງານຂອງຄະນະຊ່ຽວຊານອົງການເຂື່ອນໃຫຍ່ສາກົນກ່ຽວກັບການເກັບກຳຂໍ້ມູນຊອກຫາສາເຫດຂອງຄູກັ້ນນາໍ້ສັນເຂື່ອນ D ຂອງເຂື່ອນໄຟຟ້າເຊປຽນ-ເຊນາໍ້ນ້ອຍແຕກພັງໂດຍໄດ້ລົງຕົວຈິງຢູ່ພາກສະ ໜາມ ແລະ ດຳເນີນຂັ້ນຕອນການສຳຫຼວດ, ຊອກຫາຂໍ້ມູນໃນເບື້ອງຕົ້ນໃນນັ້ນແມ່ນໄດ້ເຈາະ, ຊີ ເພື່ອນຳເອົາດິນຂຶ້ນມາວິເຄາະວິໄຈ, ພິສູດ, ສົມທຽບຂໍ້ມູນການອອກແບບເບື້ອງຕົ້ນກັບຮູບແບບການກໍ່ສ້າງ, ຂໍ້ມູນຈາກພາບຖ່າຍ ແລະ ວີດີໂອ, ຂໍ້ມູນຕົວຈິງ ໃນໂຄງສ້າງສັນເຂື່ອນ D ແລະ ຂໍ້ມູນທີ່ກ່ຽວຂ້ອງອື່ນໆອີກ. ຈາກນັ້ນ ຜູ້ຕາງໜ້າລັດຖະບານ ສ.ເກົາຫຼີ, ຜູ້ຕາງໜ້າສະຖານທູດໄທ ປະຈຳລາວແລະ ຜູ້ເຂົ້າຮ່ວມກອງປະຊຸມໄດ້ຜັດປ່ຽນກັນມີຄຳຖາມຕໍ່ຊ່ຽວ ຊານ ແລະ ປະກອບຄຳຄິດຄຳເຫັນຕໍ່ກັບການສຳຫຼວດ, ຊອກຫາຂໍ້ມູນ ເພື່ອພິສູດຫາສາເຫດອັນຕົ້ນຕໍທີ່ເຮັດໃຫ້ຄູກັ້ນນາໍ້ສັນເຂື່ອນ D ຂອງເຂື່ອນໄຟຟ້າເຊປຽນ-ເຊນາໍ້ນ້ອຍແຕກພັງ.

ນໂອກາດນີ້, ທ່ານ ບຸນທອງ ຈິດມະນີ ໄດ້ຊີ້ນຳໃຫ້ທຸກພາກ ສ່ວນລວມທັງຊ່ຽວຊານຕ່າງ ປະເທດໃຫ້ຮີບຮ້ອນຮວບຮວມຂໍ້ມູນຕ່າງໆທີ່ກ່ຽວຂ້ອງ, ຈຳເປັນ ເພື່ອນຳໄປວິເຄາະໃນຂັ້ນຕອນຕໍ່ໄປ; ເພີ່ມທະວີການຮ່ວມມື, ການປະສານງານລະຫວ່າງໜ່ວຍງານພາກສະໜາມຂອງລາວກັບຄະນະຊ່ຽວຊານຕ່າງ ປະເທດ ໃນການລົງເກັບກຳຂໍ້ມູນຢູ່ພາກສະໜາມ ເພື່ອເຮັດໃຫ້ການດຳເນີນງານມີຄວາມສະດວກ, ຄ່ອງຕົວໄດ້ຂໍ້ມູນທີ່ລະອຽດ, ຊັດເຈນ ເພື່ອບັນລຸ ຕາມກຳນົດເວລາການເກັບຂໍ້ມູນ, ສຳຫຼວດທີ່ກຳນົດໄວ້.

ຂ່າວ: ແສງເພັດ ແຊ່ຈ່າວ (ນສພ ປະຊາຊົນ)
© ໂຕະນໍ້າຊາຂ່າວ |  www.tonamcha.com
_____




Powered by Blogger.