Header Ads

ໂຄງການບູລະນະ ບັນດາຖໍ້າ ແລະເຮືອນທ່ານຜູ້ນຳ ຢູ່ເມືອງວຽງໄຊ ມີຄວາມຄືບໜ້າ 82,1%



ໂຄງການບູລະນະ ແລະ ສ້ອມແປງບັນດາຖໍ້າຢູ່ເມືອງວຽງໄຊ ເປັນໂຄງການລົງທືນຈາກຫຼາຍພາກສ່ວນ ລວມມູນຄ່າທັງໝົດ 8 ຕື້ 339 ລ້ານກວ່າກີບ ເຊິ່ງໄດ້ຈັດຕັ້ງປະຕິບັດມາແຕ່ຕົ້ນປີ 2018 ມາຮອດປະຈຸບັນໜ້າວຽກຕ່າງໆມີຄວາມຄືບໜ້າ 82,1% ຂອງໜ້າວຽກທັງໝົດ.





ຖໍ້າ ແລະ ເຮືອນທ່ານຜູ້ນຳ ທີ່ໄດ້ຮັບການບູລະນະ ແລະ ສ້ອມແປງປະກອບມີ 10 ຖໍ້າຄື: ໂຄງການສ້ອມແປງເຮືອນທ່ານ ຄຳໄຕ ສີພັນດອນ ແລະ ທ່ານ ໜູຮັກ ພູມສະຫວັນ ແມ່ນທຶນທີ່ໄດ້ຈາກການລະດົມຂອງທ່ານ ສອນໄຊ ສີພັນດອນ ມູນຄ່າ 400 ລ້ານກີບ ປະຈຸບັນໄດ້ສຳເລັດ 100%, ໂຄງການບູລະນະຖໍ້າຕໍ່ສູ້ການເມືອງ ແມ່ນທືນລະດົມຂອງກະຊວງການຕ່າງປະເທດ ມູນຄ່າ 996 ລ້ານກວ່າກີບ ປະຈຸບັນມີຄວາມຄືບໜ້າ 95%, ໂຄງການບູລະນະຖໍ້າແກ້ວ-ຖໍ້າກາງ ບ້ານຊຽງລວງ ແມ່ນທືນຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ມູນຄ່າ 250 ລ້ານກີບ ປະຈຸບັນມີຄວາມຄືບໜ້າ 85%, ໂຄງການບູລະນະຖໍ້າທະນະຄານ ແມ່ນທຶນລະດົມຂອງທະນາຄານແຫ່ງ ສປປ ລາວ ມູນຄ່າ 1 ຕື້ 500 ລ້ານກີບ ປະຈຸບັນມີຄວາມຄືບໜ້າ 95%, ໂຄງການບູລະນະຖໍ້າທ່ານ ພູມີ ວົງວິຈິດ ແມ່ນທຶນທີ່ແຂວງຫົວພັນໄດ້ຮັບການອຸປະຖໍາຈາກກອງປະຊຸມລັດຖະບານ ເຊິ່ງຈັດຢູ່ເມືອງວຽງໄຊ ຄັ້ງວັນທີ 22-23 ມີນາ 2018 ມູນຄ່າ 160 ລ້ານກີບ ປະຈຸບັນໄດ້ສຳເລັດ 100%



ໂຄງການສ້ອມແປງສະໂມສອນຢູ່ເຂດຖໍ້າ ປະທານ ໄກສອນ ພົມວິຫານ ແມ່ນທຶນລະດົມຈາກຜູ້ແທນກອງປະຊຸມລັດຖະບານ ເຊິ່ງຈັດຢູ່ເມືອງວຽງໄຊ ຄັ້ງວັນທີ 22-23 ມີນາ 2018 ມູນຄ່າ 140 ລ້ານກີບ ປະຈຸບັນໄດ້ສຳເລັດ 100%, ໂຄງການສ້ອມແປງອາຄານ 2 ຊັ້ນ ເຂດຖໍ້າປະທານ ໄກສອນ ພົມວິຫານ ແມ່ນທຶນລະດົມຂອງທ່ານ ສັນຕິພາບ ພົມວິຫານ ມູນຄ່າ 240 ລ້ານກີບ ປະຈຸບັນຄືບໜ້າ 90%, ໂຄງການບູລະນະຖໍ້າຄະນະຈັດຕັ້ງສູນກາງພັກ ແມ່ນທຶນລະດົມຂອງຄະນະຈັດຕັ້ງສູນກາງພັກ ມູນຄ່າ 300 ລ້ານກີບ ປະຈຸບັນໄດ້ສຳເລັດ 100%, ໂຄງການພັດທະນາຖໍ້າພາລາທິການ ແມ່ນທືນກະຊວງປ້ອງກັນປະເທດ ມູນຄ່າ 900 ລ້ານກວ່າກີບ ປະຈຸບັນຄືບໜ້າ 45% ແລະ ໂຄງການກໍ່ສ້າງເຮືອນວາງສະແດງ ພາຫະນະຮັບໃຊ້ສົງຄາມ ແມ່ນທືນຂອງກະຊວງປ້ອງກັນປະເທດ ມູນຄ່າ 3 ຕື້ 452 ລ້ານກວ່າກີບ ປະຈຸບັນຄືບໜ້າ 11%.



ໃນການບູລະນະ ແລະ ສ້ອມແປງ 10 ໂຄງການດັ່ງກ່າວນີ້ ກໍ່ເພື່ອສະແດງເຖີງຄວາມຮູ້ບຸນຄຸນ-ກະຕັນຍູຕໍ່ຜົນງານອັນລໍ້າເລີດ ແລະ ຄຸນງາມຄວາມດີອັນໃຫຍ່ຫຼວງຂອງການນຳຮຸ່ນກ່ອນ, ຂອງກອງທັບ ແລະ ປະຊາຊົນບັນດາເຜົ່າ ທີ່ໄດ້ນຳພາພາລະກິດປະຕິບັດຕໍ່ສູ້ປົດປ່ອຍຊາດ ຍາດໄດ້ໄຊຊະນະ ກ້າວໄປເຖິງການສ້າງຕັ້ງເມືອງວຽງໄຊ ເປັນຖານທີ່ໝັ້ນຂອງການປະຕິວັດລາວ ແລະ ສືບຕໍ່ນຳພາປະເທດຊາດກ້າວສູ່ສັງກາດໃໝ່ ແຫ່ງການປົກປັກຮັກສາ ແລະ ພັດທະນາປະເທດຊາດ ຈົນເຖິງປະຈຸບັນ.


ຂ່າວ-ພາບ: ອາລຸນໄຊ
© ໂຕະນໍ້າຊາຂ່າວ |  www.tonamcha.com
_____


Powered by Blogger.