Header Ads

ລັດຖະບານ ແຫ່ງ ສປປ ລາວ ປະກາດໃຫ້ການຊ່ວຍເຫລືອ ອິນໂດເນເຊຍ ຕໍ່ເຫດການແຜ່ນດິນໄຫວ ແລະ ຄື້ນຊຶນາມິ




ລັດຖະບານ ແຫ່ງ ສປປ ລາວ ໄດ້ປະກາດໃຫ້ການຊ່ວຍເຫລືອ ອິນໂດເນເຊຍໃນມູນຄ່າ 100.000 ໂດລາສະຫະລັດ ເພື່ອປະກອບສ່ວນເຂົ້າໃນການແກ້ໄຂຜົນກະທົບ ຈາກໄພພິບັດແຜ່ນດິນໄຫວ ແລະ ຄື້ນຊຶນາມິ ທີ່ເກີດຂຶ້ນໃນວັນທີ 28 ກັນຍາ 2018 ຢູ່ ແຂວງສຸລາເວຊີກາງ, ອິນໂດເນເຊຍ ອັນໄດ້ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍໃຫ້ແກ່ຊີວິດ ແລະ ຊັບສິນຂອງປະຊາຊົນ ອິນໂດເນເຊຍ ຢູ່ເຂດດັ່ງກ່າວ, ຊຶ່ງເຮັດໃຫ້ມີຜູ້ເສຍຊີວິດ ຫຼາຍກວ່າ 1,500 ຄົນ, ບາດເຈັບ 1,000 ກວ່າຄົນ ແລະ ປະຊາຊົນ ຈຳນວນ 70.000 ກວ່າຄົນ ບໍ່ມີທີ່ພັກອາໄສ. ການປະກອບສ່ວນຊ່ວຍເຫຼືອແກ້ໄຂຜົນກະທົບຂອງໄພພິບັດດັ່ງກ່າວທີ່ເກີດຂຶ້ນ ຢູ່ ອິນໂດເນເຊຍ ຂອງລັດຖະບານແຫ່ງ ສປປ ລາວ ໃນຄັ້ງນີ້ ແມ່ນສະແດງເຖິງນໍ້າໃຈ ແລະ ຄວາມສາມັກຄີ ຂອງລັດຖະບານ ກໍຄືປະຊາຊົນລາວ ທີ່ມີຕໍ່ລັດຖະບານ ແລະ ປະຊາຊົນອິນໂດເນເຊຍເພື່ອນມິດ.



ທີ່ມາ: ກະຊວງການຕ່າງປະເທດ 
© ໂຕະນໍ້າຊາຂ່າວ |  www.tonamcha.com
_____


Powered by Blogger.