Header Ads

ຜູ້ທຸກຍາກກວ່າ 1,2 ລ້ານຄົນໃນຊົນນະບົດ ມີຊີວິດການເປັນຢູ່ດີຂຶ້ນ



15 ປີ​ຜ່ານ​ມາ ກອງ​ທຶນ​ລຶບ​ລ້າງຄວາມ​ທຸ​ກ​ຍາກ (ທ​ລຍ) ໄດ້​ມີ​ຜົນ​ສຳ​ເລັດ​ຫລ​າຍ​ດ້ານ​ ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ ວຽກ​ງານ​ແກ້​ໄຂ​ຄວາມ​ທຸກ​ຍາກ​ ໃຫ້​ປະ​ຊາ​ຊົນ ເປັນ​ຕົ້​ນ ​ແມ່ນອົງ​ການ​ຈັດ​ຕັ້ງ, ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ ຢູ່​ໃນ​ເຂດ​ຊົນນະບົດ ​ຫ່າງ​ໄກ​ສອກຫລີກ ​ຂອງ 43 ເມືອງທຸກ​ຍາກ ​ໃນ 10 ແຂວງ ຂອງ​ລາວ ເຊິ່ງ​ຜູ້​ໄດ້​ຮັບ​ຜົນ​ປະ​ໂຫຍດ ກວມ​ເອົາ 1,2 ລ້ານກວ່າ​ຄົນ ມີ​ຊີ​ວິ​ການ​ເປັນ​ຢູ່​ທີ່​ດີ​ຂຶ້ນ.

ທ່ານ ສົມ​ສະ​ຫວາດ ເລັ່ງ​ສະ​ຫວັດ ອະ​ດີດ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ ປະ​ທານ​ສະ​ພາ​ບໍ​ລິ​ຫານ ທ​ລຍ ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ ໃນ​ໂອ​ກາດ​ການ​ສ້າງ​ຕັ້ງ​ ກອງ​ທຶນ​ລຶບ​ລ້າງ​ຄວາມ​ທຸ​ກ​ຍາກ ຄົບ​ຮອບ 15 ປີ (31/5/2003-31/5/2018) ​ວ່າ: ນັບ​ແຕ່​ສ້າງ​ຕັ້ງ ທ​ລຍ ຂຶ້ນ​ມາ​ເຫັນ​ວ່າມີ​ປະ​ສິດ​ທິ​ຜົນ ເຊິ່ງ​ສະ​ແດງ​ອອກ​ໃນ​ການ​ນຳ​ໃຊ້​ເງິນທຶນ ແມ່ນ​ມີ​ເປົ້າ​ໝາຍ​ ແລ​ະ ໄດ້​ນຳ​ເອົາ​ຜົນ​ປະ​ໂຫຍດ ໄປ​ໃຫ້​ປະ​ຊາ​ຊົນ ​ເຂດ​ຊົນນະບົດ ​ຢ່າງ​ແທ້​ຈິງ. ຍ້ອນ​ມີ​ແບບ​ແຜນ​ ໃນ​ການ​ເຮັດ​ວຽກ​ຢ່າງ​ເປັນ​ລະ​ບົບ​ ເຊິ່ງ​ພະ​ນັກ​ງານ ທ​ລຍ ໄດ້​ລົງ​ໄປ​ພົບ​ກັບ​ ປະ​ຊາ​ຊົນ​ທີ່​ຢູ່​ໃນ​ບ້ານ​ທຸກ​ຍາກ ແລະ ສຳ​ຫລວດ​ ສາ​ເຫດ​ທີ່​ພາ​ໃຫ້​ມີ​ຄວາມ​ທຸກ​ຍາກ​ ຂອງ​ປະ​ຊາ​ຊົນ, ຈາກ​ນັ້ນ, ກໍ​ໄດ້​ມີ​ການ​ພົບ​ປະ​ກັບ​ ອຳ​ນາດ​ການ​ປົກ​ຄອງ​ຂັ້ນ​ບ້ານ ​ເພື່ອ​ປຶກ​ສາ​ຫາ​ລືຂັ້ຂຕອນ​ຕ່າງໆ​ ໃນ​ການ​ແກ້​ໄຂ​ຄວາມ​ທຸກ​ຍາກ​ໃຫ້​ປະ​ຊາ​ຊົນ ເພື່ອ​ສະ​ໜອງ​ສິ່ງ​ທີ່​ປະ​ຊາ​ຊົນ ​ຕ້ອງ​ການ​ໃນ​ການ​ທຳ​ມາ​ຫາ​ກິນ ​ແລະ ດຳລົງ​ຊີວິດ ເປັນ​ຕົ້ນ ​ແມ່ນ​ການ​ສະ​ໜອງຊົນ​ລະ​ປະ​ທານ ​ເພື່ອ​ປະ​ກອບ​ໃນ​ການ​ເຮັດ​ນາ, ກໍ່​ສ້າງ​ສ້ອມ​ແປງ​ເສັ້ນ​ທາງ, ຂົວ​ໄປ​ຫາ​ບ້ານ ແລະ ໄປ​ຫາ​ເຂດ​ທຳ​ການ​ຜະ​ລິດ, ການ​ກໍ່​ສ້າງ​ສ້ອມ​ແປງ​ໂຮງ​ຮຽນ, ສຸກ​ສາ​ລາ, ຖົງ​ຢາ​ປະ​ຈຳ​ບ້ານ, ການ​ກໍ່​ສ້າງ​ສ້ອມ​ແປງ​ ລະ​ບົບ​ນ້ຳ​ສະ​ອາດ ແລະ ການ​ຕັ້ງ​ກຸ່ມ​ຊ່ວຍ​ເຫລືອ​ ເຊິ່ງ​ກັນ ແລະ ກັນ. ທ​ລຍ ​ໄດ້​ປະ​ຕິ​ບັດ​ວຽກ​ງານ ​ຕາມ​ການມອບ​ໝາຍ​ ຂ​ອງ​ລັດ​ຖະ​ບ​ານ ​ໂດຍ​ສຸມ​ໃສ່ການ​ພັດ​ທະ​ນາ ​ຊົນ​ນະ​ບົດ​ ​ເຊິ່ງ​ມີ​ທ່າ​ກ້າ​ວ​ໜ້າ​ຫລາຍ​ດ້ານ ໂດຍ​ສະ​ເພາະ​ແມ່ນ ​ດ້ານ​ພື້ນ​ຖານ​ໂຄງ​ລ່າງ ອັນ​ເປັນ​ການ​ປູ​ພື້ນ​ຖານ ​ໃຫ້​ກັບ​ປະ​ຊາ​ຊົນ​ ໄດ້​ເຂົ້າ​ເຖິງ​ການ​ບໍ​ລິກ​ານ ​ຂອງ​ລັດ​ໄດ້​ດີ​ຂຶ້ນ​ເລື້ອຍໆ.

​ໂອກາດ​ນີ້, ​ທ່ານ ສົມ​ສະ​ຫວາດ ເລັ່ງ​ສະ​ຫວັດ ຍັງ​ໄດ້​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ ສືບ​ຕໍ່​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ ທ​ລຍ ນີ້​ຕໍ່​ໄປ, ພ້ອ​ມ​ທັງ​ສືບ​ຕໍ່​ໃຫ້​ ການ​ສະ​ໜັບ​ສະ​ໜູນ​ ຈັດ​ສັນ​ງົບ​ປະ​ມານ​ຂຶ້ນ​ຕື່ມ ເຖິງ​ແມ່ນ​ວ່າ​ປະ​ເທດ ​ຂອງ​ພວກ​ເຮົາ​ຈະ​ເປັນ​ປະ​ເທດ​ ທີ່​ມີ​ລາຍ​ຮັບ​ປານ​ກາງ​ກໍຕາມ ແຕ່​ຕົວ​ຈິງ​ປະ​ຊາ​ຊົນ​ ໃນ​ເຂດ​ຊົນ​ນະ​ບົດ​ ຍັງ​ມີ​ຄວາມ​ທຸກ​ຍາກ ຫລາຍ​ສົມຄວນ ​ແລະ ອັດ​ຕາ​ສ່ວນ​ຄວາມ​ທຸກ​ຍາກ ​ຂອງ​ປະ​ເທດ​ເຮົາ​ຍັງ​ສູງກວ່າ​ ປະ​ເທດ​ອ້ອມ​ຂ້າງ.


ຂ່າວ-ພາບ ສົມ​ຫວັງ (ຂປລ)
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.