Header Ads

ຈັບຜູ້ຖືກຫາຄ້າ ຂາຍສິ່ງເສບຕິດພ້ອມຂອງກາງ 200.000 ກວ່າເມັດ ຢູ່ຄິວລົດໂດຍສານສາຍເໜືອ ເມືອງໄຊ ແຂວງອຸດົມໄຊ



ປກສ ແຂວງອຸດົມໄຊລາຍງານໃຫ້ຮູ້ວ່າ ໃນວັນທີ 18 ພະຈິກ 2018 ເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງອຸດົມໄຊ ໄດ້ນໍາກໍາລັງຕິດຕາມຈັບຕົວເປົ້າໝາຍຄ້າຂາຍຢາເສບຕິດໄດ້ 2 ຄົນ ພ້ອມຢຶດຂອງກາງຢາບ້າ ຈໍານວນ 200.000 ກວ່າເມັດ, ໃນຄະນະທີ່ກໍາລັງນັດຊື້-ຂາຍໃຫ້ກັນຢູ່ທີ່ຄິວລົດໂດຍສານສາຍເໜືອ ບ້ານນາເລົາ ເມືອງໄຊ ແຂວງອຸດົມໄຊ. ເຈົ້າໜ້າທີ່ສືບສວນ ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງອຸດົມໄຊໃຫ້ຮູ້ວ່າ: ຜູ້ຖືກຫາທັງສອງຄົນຊື່ ທ້າວ ປາໄຊວ້າ ຫຼື ໜູ ອາຍຸ 28 ປີຢູ່ບ້ານນໍ້າຖວມ ເມືອງນໍ້າບາກ ແຂວງຫຼວງພະບາງ ແລະ ທ້າວ ເພັງຢາ ອາຍຸ 24 ປີ ຢູ່ບ້ານວັງໄຮ ເມືອງໄຊ ແຂວງອຸດົມໄຊ. ເຊິ່ງທັງສອງຄົນ ເປັນເປົ້າໝາຍຕິດຕາມຕົວຂອງເຈົ້າໜ້າທີ່ມາແຕ່ຕົ້ນເດືອນສິງຫາ 2018.



ຜ່ານການຕິດຕາມມາຮອດວັນທີ 18 ພະຈິກ 2018ໄດ້ສືບຮູ້ການເຄື່ອນໄຫວຂອງພວກກ່ຽວຢ່າງຊັດເຈນວ່າ: ພວກກ່ຽວຈະມີການຊື້-ຂາຍຢາບ້າໃຫ້ກັນຢູ່ທີ່ຄິວລົດໂດຍສານສາຍເໜືອ ບ້ານນາເລົາ ເມືອງໄຊ ແຂວງອຸດົມໄຊ. ຈິ່ງໄດ້ຈັດກໍາລັງລົງສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເຂົ້າຕິດຕາມຢູ່ຈຸດນັດພົບຂອງພວກກ່ຽວ. ໃນລະຫວ່າງນັ້ນ ເວລາ 8:30 ໂມງວັນດຽວກັນພົບເຫັນພວກກ່ຽວ ຂັບຂີ່ລົດຈັກເວັບ 100 ສີຂຽວດໍາ ຊ້ອນກັນໄປຈອດຢູ່ຕໍ່ໜ້າຄິວລົດໂດຍສາຍດັ່ງກ່າວ, ດ້ານໜ້າລົດຈັກມີເປົາເປ້ 1 ເປົາ. ຈາກນັ້ນ, ເຈົ້າໜ້າທີ່ຈຶ່ງເຂົ້າຈັບຕົວທັງສອງຄົນ ພ້ອມກວດຄົ້ນພາຍໃນເປົາເປ້ພົບເຫັນຢາບ້າ ຈໍານວນ 35 ແພັກ ຫຼື 105 ມັດ ເທົ່າກັບ 210.000 ເມັດ, ໂທລະສັບມືຖື 2 ເຄື່ອງ ແລະ ເງິນ 2.570.000 ກີບ.

ຜ່ານການສືບສວນ-ສອບສວນ ພວກກ່ຽວສາລະພາບວ່າ: ຢາບ້າຈໍານວນດັ່ງກ່າວ ໄດ້ຕິດຕໍ່ຊື້ນໍາພວກຮ່ວມຂະບວນການນໍາກັນ ເພື່ອຈະເອົາໄປຂາຍໃຫ້ຜູ້ສັ່ງຊື້ ເຊິ່ງນັດສົ່ງໃຫ້ກັນຢູ່ທີ່ຄິວລົດສາຍເໜືອເຂດບ້ານນາເລົາ ເມືອງໄຊ ແຂວງອຸດົມໄຊ, ພໍໄປຮອດກໍ່ຖືກເຈົ້າໜ້າທີ່ຕໍາຫຼວດຈັບກ່ອນ, ຄະດີດັ່ງກ່າວ ເຈົ້າໜ້າທີ່ພວມດໍາເນີນການສືບສວນ-ສອບສວນຂະຫຍາຍຜົນຫາຜູ້ຮ່ວມຂະບວນການເພື່ອຕິດຕາມຈັບຕົວໄປດໍາເນີນຄະດີຕາມລະບຽບກົດໝາຍ.


ພາບ-ຂ່າວ: ເຂີຍເມືອງໄຊ (ປກສ ແຂວງອຸດົມໄຊ)
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.