Header Ads

ກະຊວງ ຖວທ ຈັດຂະບວນຄາລາວານສະເຫລີມສະ ຫລອງວັນສ້າງຕັ້ງເມືອງ ວຽງໄຊ ຖານທີ່ຫມັ້ນຂອງ ການປະຕິວັດ ຕົບຮອບ 50 ປີ



ຂະບວນຄາລາວານສະເຫລີມສະຫລອງວັນສ້າງຕັ້ງເມືອງ ວຽງໄຊ, ແຂວງ ຫົວພັນ ຖານທີ່ຫມັ້ນຂອງການ ປະຕິວັດລາວ ທີ່ກະຊວງ ຖະແຫລງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວຈັດຂຶ້ນ ເລີ່ມອອກເດີນທາງຈາກນະຄອນຫລວງວຽງຈັນໃນຕອນເຊົ້າວັນທີ 28 ພະຈິກ 2018. ພິທີເປີດຂະບານຢ່າງເປັນທາງການຈັດຂຶ້ນຢູ່ເດີ່ນພະທາດຫລວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນ ໄຊ ສີພັນດອນ, ຮອງນາຍົກລັດຖະມັນຕີ.



ຂະບວນຄາລາວານໃນຄັ້ງນີ້ມີຜູ້ເຂົ້າຮ່ວມ 528 ຄົນ ທີ່ມາຈາກພາກລັດຢູ່ສູນກາງ ແລະ ທ້ອງຖິ່ນ, ລວມທັງ ອົງການຈັດຕັ້ງມະຫາຊົນ ແລະ ພາກເອກະຊົນ, ມີລົດເຂົ້າຮ່ວມ 110 ຄັນ. ອອກເດີນທາງຈາກນະຄອນ ຫລວງວຽງຈັນຜ່ານແຂວງ ບໍລິຄຳໄຊ, ຊຽງຂວາງ ແລະ ຫົວພັນ ເພື່ອເຂົ້າຮ່ວມການສະເຫລີມສະຫລອງວັນສ້າງ ຕັ້ງເມືອງວຽງໄຊ ຖານທີ່ຫມັ້ນຂອງການປະຕິວັດ ຄົບຮອບ 50 ປີ ຊຶ່ງຈະຈັດຂຶ້ນໃນວັນທີ 30 ພະຈິກ 2018. ນອກຈາກນີ້ ຜູ້ເຂົ້າຮ່ວມຂະບວນຄາລາວານຄັ້ງນີ້ ຈະໄດ້ທ່ຽວຊົມຫລາຍສະຖານທີ່ສໍາຄັນ ເປັນຕົ້ນ: ທົ່ງໄຫຫີນ ຢູ່ແຂວງຊຽງຂວາງແຫ່ງທີ 1, ຖໍ້າປີວ, ບັນດາຖ້ຳຜູ້ນຳຢູ່ ເມືອງ ວຽງໄຊ ແລະ ອື່ນໆ.



ທ່ານ ບໍ່ແສງຄຳ ວົງດາລາ, ລັດຖະມົນຕີກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມີຄຳເຫັນກ່າວເປີດຂະບວນຄາລາວານຄັ້ງນີ້ວ່າ: ຈຸດປະສົງການຈັດຂະບວນຄາລາວານຄັ້ງນີ້ ເພື່ອເປັນການສຶກສາຮຽນຮູ້ ແລະ ເຜີຍແຜ່ຄວາມ ເອກອ້າງທະນົງໃຈຕໍ່ມູນເຊື້ອປະຫວັດສາດການຕໍ່ສູ້ອັນຍືດເຍື້ອຍາວນານ ພິລະອາດຫານຂອງປະຊາຊົນລາວ ບັນດາເຜົ່າ ແລະ ວິລະກຳອັນລໍ້າເລີດຂອງບັນດາວິລະຊົນ, ນັກຮົບແຂ່ງຂັນໃນພາລະກິດຕໍ່ສູ້ປົດປ່ອຍຊາດພາຍໃຕ້ການນຳພາຂອງພັກ, ເປັນການລະນຶກ ແລະ ສະແດງຄວາມ ຮູ້ບຸນຄຸນຢ່າງເລິກເຊີ່ງຕໍ່ຜົນງານ ແລະ ຄຸນງາມຄວາມດີ ອັນໃຫຍ່ຫລວງຂອງບັນດາຜູ້ນຳຮຸ່ນກ່ອນ. ນອກຈາກນີ້ ຍັງເປັນການປຸກລະດົມຂົນຂວາຍ ແລະ ສ້າງຂະບວນການໂຄສະນາສົ່ງເສີມປີທ່ອງທ່ຽວລາວ 2018 “ລາວທ່ຽວລາວ” ໂດຍສະເພາະຢູ່ສະຖານທີ່ຂອງ ການປະ ຕິວັດ ກໍຄື ການດຶງດູດນັກທ່ອງທ່ຽວໄປຢ້ຽມ ຢາມ ທ່ຽວຊົມບັນດາແຂວງພາກເຫນືອຂອງລາວໃຫ້ນັບມື້ເພີ່ມຂຶ້ນ.

ຂະບວນຄາລາວານທີ່ກະຊວງ ຖວທ ຈັດຂຶ້ນ ເພື່ອສະເຫລີມສະຫລອງວັນສ້າງຕັ້ງເມືອງ ວຽງໄຊ ຖານທີ່ຫມັ້ນຂອງການປະຕິວັດລາວ ຄົບຮອບ 50 ປີ ໃນຄັ້ງນີ້ແມ່ນເປັນຂະບວນສຸດທ້າຍແລ້ວ ຫລັງຈາກກ່ອນຫນ້ານີ້ມີ 4 ຂະບວນທີ່ເດີນທາງສູ່ເມືອງ ວຽງໄຊ ມາແລ້ວ ຄື: ຂະບວນຄາລາວານຂອງສູນກາງສະຫະພັນແມ່ຍິງລາວ, ສູນກາງສະຫະພັນກຳມະບານລາວ, ສູນກາງຊາວຫນຸ່ມປະຊາຊົນ ປະຕິວັດລາວ ແລະ ຂະບວນຄາລາວານຂອງກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ.

ໂດຍ: ບຸນຕຽງ ຈັນທະວົງ (ວສລ)
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.