Header Ads

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີຂື້ນຊີ້ແຈງຕໍ່ຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ


ອີງຕາມການລາຍງານຂອງ ວສລ ວ່າ: ການດໍາເນີນກອງປະຊຸມສະໄຫມສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ 8 ໃນວັນທີ 28 ພະຈິກ 2018 ທີ່ຫໍປະຊຸມສະພາແຫ່ງຊາດຫລັກ 6 ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານ ຂອງທ່ານ ນາງປານີ ຢ່າທໍຕູ້ ປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດແຕ່ລະເຂດເລືອກຕັ້ງ ໄດ້ຮັບຟັງການຂື້ນຊີ້ແຈງລວມ ຕໍ່ວຽກງານຂອງລັດຖະບານ, ອົງການກວດສອບແຫ່ງລັດ ແລະ ອົງການກວດກາລັດຖະບານ,ຈາກ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໂດຍທ່ານໄດ້ຕອບຄໍາຊັກຖາມ ທີ່ສະມາຊິກສະພາແຫ່ງຊາດ ໃຫ້ຄວາມສົນໃຈ ໃນການຈັດຕັ້ງປະຕິບັດວຽກງານຂອງລັດຖະບານ ໄລຍະ 2018-2019 ເປັນຕົ້ນ: ການພັດທະນາເສດຖະກິດ-ສັງຄົມຕ້ອງຄໍານືງເຖີງຖານລາຍຮັບທີ່ຫມັ້ນຄົງ ມາດຕະການ ກໍານົດຂະແຫນງການໃດຫນື່ງເປັນຫລັກໃນການສ້າງລາຍຮັບເຂົ້າງົບປະມານ ເຮັດໃຫ້ລວມຍອດຜະລິດຕະພັນເພີ່ມຂື້ນ, ຕ້ອງ ເນັ້ນໃສ່ສົ່ງເສີມໃຫ້ຜະລິດອຸດສະຫະກໍາໃຫ້ສູງຂື້ນໂດຍສະເພາະອຸດສະຫະກໍາປຸງແຕ່ງໂດຍສະເພາະຜະລິດຕະພັນກະສິກໍາ, ການປຸງແຕ່ງແຮ່ທາດໃຫ້ເປັນຜະລີດຕະພັນ ສໍາເລັດຮູບ ເພື່ອສົ່ງອອກ ແລະ ນໍາໃຊ້ພາຍໃນປະເທດ ໂດຍໃຫ້ກະຊວງກ່ຽວຂ້ອງຄິດໄລ່ຢ່າງທີ່ຖວ້ນ, ຕ້ອງເພີ່ມທະວີ ການປະຕິບັດຄໍາສັ່ງເລກທີ 15 ຂອງນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ ແລະ ກວດກາ ການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້, ເພີ່ມທະວີເຂົ້າໃນວຽກງານກວດສອບແຫ່ງລັດ, ແຜນງົບປະມານ ແລະ ແຜນເງີນຕາປະຈໍາປີ ໃຫ້ເຂັ້ມງວດກວ່າເກົ່າ ເພື່ອບໍ່ໃຫ້ເກີດມີຊ່ອງຫວ່າງຮົ່ວໄຫລ ລວມເຖີງການແກ້ໄຂບັນຫາໄພພິບັດນໍ້າຖວ້ມໃນລະດູຝົນຜ່ານມາ ໂດຍສະເພາະຢູ່ເມືອງສະຫນາມໄຊ ແຂວງອັດຕະປື ໂຄຕ້າລັດຖະກອນ ແລະ ອື່ນໆ.



ພາຍຫລັງທີ່ ທ່ານ ທອງລຸນ ສີສຸດລິດ ນາຍົກລັດຖະມົນຕີ ຂື້ນຊີ້ແຈງ ອະທີບາຍຕໍ່ຄໍາຊັກຖາມຂອງສະມາຊີກສະພາແຫ່ງຊາດ ປະທານກອງປະຊຸມໄດ້ສະເຫນີໃຫ້ສະມາຊີກສະພາແຫ່ງຊາດມີຄໍາຖາມເຈາະຈີ້ມ ແລະ ສະເຫນີຕື່ມບາງບັນຫາ ທີ່ເຫັນວ່າຍັງບໍ່ທັນຄົບຖ້ວນເພື່ອໃຫ້ບົດລາຍງານ ມີເນື້ອໃນຮັດກຸມຂື້ນຕື່ມ ໂດຍສະມາຊິກສະພາແຫ່ງຊາດບາງເຂດເລືອກຕັ້ງ ໄດ້ສະເຫນີຕື່ມກ່ຽວກັບບາງບັນຫາທີ່ເຫັນວ່າ ມີຄວາມສົນໃຈ ເປັນຕົ້ນ: ການນໍາໃຊ້ຄໍາສັບ ສະມາດຊິດຕີ້, ການເກັບເງີນຄ່າຂ້າມຂົວນໍ້າຊອງ ຢູ່ເມືອງວັງວຽງ ແຂວງວຽງຈັນ, ການກໍ່ສ້າງເສັ້ນທາງເບຕົງ ແລະ ບັນຫາໂຄຕ້າລັດຖະກອນ ແລະ ເຫັນວ່າ ໄດ້ຮັບການຊີ້ແຈງຢ່າງລະອຽດ ພາຍຫລັງ ສະມາຊິກສະພາແຫ່ງຊາດ ໄດ້ຮັບຟັງການຊີ້ແຈງອະທີບາຍ ກ່ຽວກັບການຈັດຕັ້ງປະຕີບັດວຽກງານຕ່າງໆຂອງລັດຖະບານ ຈາກນາຍົກລັດຖະມົນຕີແລ້ວທ່ານ ນາງປານີ ຢ່າທໍ່ຕູ້ ປະທານສະພາແຫ່ງຊາດ ໃນນາມປະທານ ກອງປະຊຸມ ມີຄໍາເຫັນ ວ່າ: ຜ່ານການຊີ້ແຈງອະທີບາຍ ຫລາຍບັນຫາຂອງນາຍົກລັດຖະມົນຕີ ຈະສ້າງຄວາມຫມັ້ນໃຈໃຫ້ສະມາຊິກສະພາແຫ່ງຊາດ ລວມເຖີງປະຊາຊົນໄດ້ຫລາຍສົມຄວນ ແລະ ປີ 2019 ທີ່ຈະມາເຖີງນີ້ ຈະເປັນປີສືບຕໍ່ເຮັດໃຫ້ວຽກງານບໍລິຫານລັດ ໄດ້ຮັບການປັບປຸງດີຂື້ນກວ່າເກົ່າ ເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງທີ່ຫນັກແຫນ້ນ,ສັງຄົມມີຄວາມສະຫງົບປອດໄພ ປະຊາຊົນມີຊີວິດການເປັນຢູ່ດີຂື້ນ.

ທີ່ມາ: Lao National Radio
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.