Header Ads

ມອບ-ຮັບຂົວຂ້າມນໍ້າງື່ມ ຕົງ-ກຽວ ນາບົງ-ທ່າກົກໄຮ ຢ່າງເປັນທາງການ



ນຕອນເຊົ້າຂອງວັນທີ 27 ພະຈິກ 2018 ຢູ່ທີ່ເມືອງປາກງື່ມ, ນະຄອນຫຼວງວຽງຈັນ ໄດ້ຈັດພິທີມອບ-ຮັບຂົວຂ້າມນໍ້າງື່ມ ຕົງ-ກຽວ ນາບົງ-ທ່າກົກໄຮ ຢ່າງເປັນທາງການ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີທ່ານເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ສັກໄຊ ວົງມາລາສິດ ປະທານບໍລິສັດລາວເວີນ ອະສັງຫາລິມະສັບ ຈໍາກັດ, ມີອໍານາດການປົກຄອງເມືອງ, ແຂກຖືກເຊີນ ພ້ອມດ້ວຍພໍ່ແມ່ປະຊາຊົນ ແລະ ນັກຮຽນນັກສຶກສາເຂົ້າຮ່ວມເປັນສັກຂີພິຍານ.



ໂຄງການກໍ່ສ້າງຂົວຂ້າມນໍ້າງື່ມ ຕົງ-ກຽວ ນາບົງ-ທ່າກົກໄຮ ເປັນໂຄງການຊ່ວຍເຫຼືອຫຼ້າຈາກ ທ່ານ ສັກໄຊ ວົງມາລາສິດ ປະທານບໍລິສັດລາວເວີນ ອະສັງຫາລິມະສັບ ຈໍາກັດ ແລະ ດໍາເນີນການກໍ່ສ້າງໂດຍບໍລິສັດ ລາວເວີນ ວິສະວະກໍາ ແລະ ກໍ່ສ້າງຂົວທາງ ຈໍາກັດຜູ້ດຽວ ຈຸດປະສົງເພື່ອສ້າງສິ່ງອໍານວຍຄວາມສະດວກ ໃນການຄົມມະນາຄົມຂົນສົ່ງໃຫ້ປະຊາຊົນເມືອງປາກງື່ມ ໂດຍສະເພາະ ປະຊາຊົນບ້ານນາບົງ ແລະ ບ້ານທ່າກົກໄຮ, ໂຄງການການດັ່ງກ່າວ ໄດ້ເຊັນສັນ ຍາກັນລະຫວ່າງ ນະຄອນຫຼວງວຽງຈັນ ແລະ ບໍລິສັດລາວເວີນ ອະສັງຫາລີມະຊັບ ແລະ ໄດ້ເລີ່ມດໍາເນີນການກໍ່ສ້າງໃນວັນທີ 19 ມິຖຸນາ 2015, ຂົວດັ່ງກ່າວ ເປັນຂົວເບຕົງເສີມເຫຼັກ, ອັດແຮງດ້ວຍລວດສະລິງ, ມີຄວາມຍາວທັງໝົດ 296 ແມັດ, ໜ້າຂົວກວ້າງ 11 ແມັດ, ມີຮາວກັນຕົກ, ກັນຊົນ, ປ້າຍສັນຍານຈາລະຈອນ ແລະ ໄຟແສງສະຫວ່າງຕະຫຼອດຄວາມຍາວຂອງຂົວ, ມີອາຍຸການນໍາໃຊ້ 50 ປີ ແລະ ລວມມູນຄ່າການກໍ່ສ້າງທັງໝົດ 105 ຕື້ກີບ.

ໂອກາດເຂົ້າຮ່ວມພິທີໃນຄັ້ງນີ້, ທ່ານນາຍົກລັດຖະມົນຕີ ໄດ້ໃກ້ກຽດຕັດແຖບຜ້າ ພ້ອມທັງ ລັ່ນຄ້ອງເກົ້າບາດ ເພື່ອເປັນສິລິມຸງຄຸນໃນການນໍາໃຊ້ຂົວດັ່ງກ່າວ ຕື່ມອີກ.

ພ້ອມດຽວກັນນີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ຢ້ຽມຊົມສວນ ເດີແກນລາວຈໍາປາ ແລະ ຕິດຕາມຊຸກຍູ້ການຜະລິດຂອງປະຊາຊົນ ຢູ່ບ້ານ ໂນຊາຍ, ເມືອງປາກງື່ມ, ນະຄອນຫຼວງວຽງຈັນ. ບ້ານໂນຊາຍ ມີທັງໝົດ 109 ຫຼັງຄາ, ມີ 127 ຄອບຄົວ, ມີເນື້ອທີ່ທັງໝົດ 680 ເຮັກຕາ, ປະຊາຊົນສ່ວນໃຫຍ່ ແມ່ນຖືເອົາການປູກຝັງ-ລ້ຽງສັດ ເປັນອາຊີບ ເປັນຕົ້ນແມ່ນການປູກເຂົ້າ, ສາລີ, ລ້ຽງງົວ, ຄວາຍ, ໝູ, ແບ້ ແລະ ອື່ນໆ. ມີຊົນລະປະທານ ທີ່ສາມາດສະໜອງນໍ້າໃຫ້ປະຊາຊົນ ຜະລິດໄດ້ທັງໃນລະດູແລ້ງ ແລະ ລະດູຝົນ.


ແຫຼ່ງ: ຫ້ອງວ່າ​ການ​ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ 
© ໂຕະນໍ້າຊາ | tonamcha.com
___________



Powered by Blogger.