Header Ads

ທ່ານຮອງນາຍົກ ເຂົ້າຮ່ວມພິທີລະນຶກ ວັນສາກົນຢຸດຕິການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ



ໃນຕອນເຊົ້າ ຂອງວັນທີ 27 ພະຈິກ 2018 ທີ່ຫໍວັດທະນະທຳແຫ່ງຊາດ, ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ (ຄຊກມດ) ໄດ້ໃຫ້ກຽດເຂົ້າຮ່ວມພິທີລະນຶກ ວັນສາກົນຢຸດຕິການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ (25 ພະຈິກ) ປະຈຳປີ 2018; ມີບັນດາທ່ານຮອງ ຄຊກມດ, ຜູ້ຕາງໜ້າຄະນະກຳມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ບັນດາກະຊວງ-ອົງການ, ຜູ້ຕາງໜ້າຈາກຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ ຕະຫຼອດຮອດ ນັກຮຽນ-ນັກສຶກສາ ເຂົ້າຮ່ວມ.



ໃນພິທີດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ, ປະທານ ຄຊກມດ ໄດ້ໃຫ້ກຽດຂຶ້ນມີຄຳເຫັນກ່າວເປີດ, ຊຶ່ງທ່ານໄດ້ກ່າວບາງຕອນວ່າ: ຈຸດປະສົງ ຂອງການລະນຶກວັນສຳຄັນນີ້ ແມ່ນເພື່ອແລກປ່ຽນຂໍ້ມູນຂ່າວສານ ແລະ ສ້າງຄວາມຮັບຮູ້ແກ່ສັງຄົມ ກ່ຽວກັບວຽກງານ ການຕ້ານຄວາມຮຸນແຮງ ຕໍ່ແມ່ຍິງ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຊ່ວຍກັນຍົກບົດບາດຂອງວຽກງານ ແລະ ມີສ່ວນຮ່ວມ ຕໍ່ການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ທີ່ກຳລັງແຜ່ລາມຫຼາຍຮູບແບບໃນທົ່ວໂລກ ໂດຍລະນຶກ ພາຍໃຕ້ຄຳຂັວນ “ຮັບຟັງຂ້ອຍແດ່” (Hear me too). ການລະນຶກວັນສຳຄັນດັ່ງກ່າວ ໃນປີນີ້ ແມ່ນເລີ່ມດ້ວຍການເຜີຍແຜ່ສານຂອງທ່ານນາຍົກລັດຖະມົນຕີ ແລະ ຈັດກິດຈະກຳອື່ນໆ ທີ່ກ່ຽວຂ້ອງ ໃຫ້ເປັນຂະບວນການຟົດຟື້ນ, ສັງຄົມເຫັນໄດ້ຄວາມໝາຍຄວາມສຳຄັນຂອງວຽກງານ ແລະ ມີສ່ວນຮ່ວມໃນວຽກງານດັ່ງກ່າວຫຼາຍຂຶ້ນ. 

ເນື່ອງຈາກວ່າ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ແມ່ນພຶດຕິກຳ ແລະ ປະກົດການຫຍໍ້ທໍ້ໃນສັງຄົມ ທີ່ຮ້າຍແຮງ ໂດຍສະແດງອອກຫຼາຍຮູບແບບ ເປັນຕົ້ນ ການບັງຄັບແຕ່ງງານ, ການແຕ່ງງານກ່ອນໄວອັນຄວນ, ການຄ້າມະນຸດ, ການບັງຄັບຮ່ວມເພດ ແລະ ການຂົມຂຶ່ນທຳຊຳເລົາ ຊຶ່ງມີຜົນກະທົບໂດຍກົງ ຕໍ່ສະພາບຈິດໃຈ ແລະ ຮ່າງກາຍ ຂອງແມ່ຍິງ ແລະ ເດັກ, ທັງເປັນສິ່ງກີດຂວາງ ແລະ ກົດໜ່ວງຖ່ວງດຶງ ການພັດທະນາສັງຄົມ ກໍ່ຄື ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ ຕາມນະໂຍບາຍ ຂອງລັດຖະບານ ແລະ ສົນທິສັນຍາສາກົນຕ່າງໆ. ນອກຈາກນັ້ນ, ບັນຫາຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ເດັກ ຕົ້ນຕໍຍັງເປັນບັນຫາຄວາມບໍ່ສະຫງົບພາຍໃນຄອບຄົວ ແລະ ສັງຄົມ. ສະນັ້ນ, ເພື່ອແກ້ໄຂ ແລະ ຫຼຸດຜ່ອນບັນຫາດັ່ງກ່າວ ເປັນກ້າວໆ ສປປ ລາວ ໄດ້ດຳເນີນການໂຄສະນາເຜີຍແຜ່ ໃຫ້ສັງຄົມໄດ້ເຂົ້າໃຈບັນຫາ ດ້ວຍຫຼາຍຮູບແບບ, ພ້ອມທັງ ປັບປຸງ ແລະ ສ້າງນິຕິກຳ ເພື່ອເປັນບ່ອນອີງ ໃນການແກ້ໄຂບັນຫາ ແລະ ດຳເນີນມາດຕະການ ຕໍ່ຜູ້ລະເມີດ ຕາມຄວາມເໝາະສົມ. ອັນສຳຄັນ, ທ່ານຮອງນາຍົກລັດຖະມົນຕີ ໄດ້ຮຽກຮ້ອງທຸກພາກສ່ວນໃນສັງຄົມ ຈົ່ງພ້ອມກັນເອົາໃຈໃສ່ຢ່າງຕັ້ງໜ້າ ຕໍ່ດຳເນີນກິດຈະກຳຕ່າງໆ ທີ່ຢູ່ໃນຄວາມຮັບຜິດຊອບ ຂອງຂະແໜງການຕົນ ເພື່ອສະກັດກັ້ນ ແລະ ຕ້ານທຸກຮູບແບບ ໃນການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ເດັກ ເພື່ອໃຫ້ວຽກງານດັ່ງກ່າວ ໄດ້ຮັບການຈັດຕັ້ງປະຕິບັດ ເປັນຮູບປະທຳ, ແທດເໝາະກັບ ສະພາບຈຸດພິເສດ ແລະ ເງື່ອນໄຂຕົວຈິງ ຂອງປະເທດເຮົາ.

​ໃນໂອກາດດຽວກັນ, ທ່ານ ນ. ບັນດິດ ປະທຸມວັນ, ຮອງປະທານສູນກາງສະຫະພັນແມ່ຍິງລາວ, ຮອງປະທານ ຄຊກມດ ຍັງໄດ້ນຳສະເໜີໃຫ້ຮູ້ ກ່ຽວກັບ ປະຫວັດຄວາມເປັນມາ ຂອງວັນສາກົນຢຸດຕິຄວາມຮຸນແຮງ ຕໍ່ແມ່ຍິງ (25 ພະຈິກ) ຕື່ມອີກ.


ແຫລ່ງ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ 
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.