Header Ads

ລົງນາມສັນຍາສຳປະທານ ໂຄງການເຂື່ອນໄຟຟ້ານໍ້າພູນ ແລະ ໂຄງການນໍ້າບີ 1 2 ແລະ 3


ພິ­ທີ​ລົງ​ນາມ​ສັນ­ຍາ​ສຳ​ປະ­ທານ​ໂຄງ­ການ​ເຂື່ອນ​ໄຟ­ຟ້າ​ນໍ້າ​ພູນ ແລະ ໂຄງ­ການ​ເຂື່ອນ​ໄຟ­ຟ້າ​ນ້ຳ­ບີ 1 2 ແລະ 3 ໄດ້​ຈັດ​ຂຶ້ນ​ວັນ​ທີ 11 ທັນ­ວາ 2018 ທີ່​ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ ລະ­ຫວ່າງ​ທ່ານ ຄຳ​ລຽນ ພົນ​ເສ­ນາ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ ກັບ​ທ່ານ ບຸນ​ອູ້ມ ສີ​ວັນ­ເພັງ ປະ­ທານ​ສະ­ພາ​ບໍ­ລິ­ຫານ​ບໍ­ລິ­ສັດ ນໍ້າ​ພາວ​ເວີ ຈຳ­ກັດ ແລະ ທ່ານ ຄຳ​ລຽນ ພົນ​ເສ­ນາ ກັບ​ທ່ານ ບຸນ​ສະ­ຫຼອງ ສຸດ­ທິ​ດາ​ຣາ ປະ­ທານ​ສະ­ພາ​ບໍ­ລິ­ຫານ​ບໍ­ລິ­ສັດ ນໍ້າ­ບີ​ພາວ​ເວີ ຈຳ­ກັດ ມີ​ທ່ານ​ຮອງ​ເຈົ້າ­ແຂວງ ຮອງ​ລັດ­ຖະ­ມົນ­ຕີ ພ້ອມ​ດ້ວຍ​ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ບໍ­ລິ­ສັດ ນໍ້າ​ພູນ​ພາວ​ເວີ ຈຳ­ກັດ ໄດ້​ສ້າງ­ຕັ້ງ​ໃນ​ວັນ​ທີ 30 ພຶດ­ສະ­ພາ 2016 ໂດຍ​ການ​ຖື​ຮຸ້ນ​ຮ່ວມ​ກັນ​ລະ­ຫວ່າງ​ບໍ­ລິ­ສັດ ຜະ­ລິດ-ໄຟ­ຟ້າ​ລາວ ມະ­ຫາ­ຊົນ ເປັນ​ຜູ້​ຖື​ຮຸ້ນ​ໃຫຍ່ 51% ແລະ ບໍ­ລິ­ສັດ ໂຊກ ຄໍ​ໂປ​ເຣ​ຊັນ ຈຳ­ກັດ ຖື​ຮຸ້ນ 49% ໂຄງ­ການ​ເຂື່ອນ​ໄຟ­ຟ້າ​ນ້ຳ​ພູນ ຕັ້ງ​ຢູ່​ເມືອງ​ປາກ​ລາຍ ແຂວງ​ໄຊ​ຍະ​ບູ​ລີ ມີ​ກຳ­ລັງ​ການ​ຕິດ​ຕັ້ງ 45 MW ຈະ​ຜະ­ລິດ​ກະ­ແສ​ໄຟ­ຟ້າ​ໄດ້ 190 ລ້ານ KWh ສາ­ມາດ​ສ້າງ​ລາຍ​ຮັບ​ສະ­ເລ່ຍ 15 ລ້ານ​ໂດ​ລາ​ຕໍ່​ປີ ເຊິ່ງ​ເປັນ​ການ​ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ພັດ­ທະ­ນາ​ປະ­ເທດ​ຊາດ ໂດຍ​ເຮັດ​ໃຫ້​ຕົວ​ເລກ GDP ເພີ່ມ​ຂຶ້ນ ໃນ​ໄລ­ຍະ​ສຳ​ປະ­ທານ​ນັ້ນ ລັດ­ຖະ­ບານ​ຈະ​ໄດ້​ຮັບ​ຜົນ​ປະ­ໂຫຍດ​ຈາກ​ໂຄງ­ການ​ດັ່ງ­ກ່າວ ປະ­ມານ 6,5 ລ້ານ​ໂດ​ລາ/ປີ.

ບໍ­ລິ­ສັດ ນໍ້າ​ພູນ​ພາວ​ເວີ ຈຳ­ກັດ ໄດ້​ເຊັນ​ສັນ­ຍາ ກໍ່­ສ້າງ​ກັບ​ບໍ­ລິ­ສັດ Power China Chengdu Engineering Corporation Limited ໃນ​ວັນ​ທີ 31 ກໍ­ລະ­ກົດ 2017 ດ້ວຍ​ມູນ​ຄ່າ​ຂອງ​ສັນ­ຍາ​ການ​ກໍ່­ສ້າງ 99,99 ລ້ານ​ໂດ​ລາ​ສະ­ຫະ­ລັດ ໂຄງ­ການ​ດັ່ງ­ກ່າວ​ແມ່ນ​ຈະ​ເລີ່ມ​ລົງ­ມື​ທຳ​ການ​ກໍ່­ສ້າງ​ໃນ​ຕົ້ນ​ປີ 2019 ແລະ ຄາດ­ໝາຍ​ສຳ­ເລັດ​ແມ່ນ​ໃນ​ທ້າຍ​ປີ 2021 ແລະ ເລີ່ມ​ສົ່ງ​ຂາຍ​ກະ­ແສ​ໄຟ­ຟ້າ​ເຊີງ​ທຸ­ລະ​ກິດ ໃນ​ຕົ້ນ​ປີ 2022.

ໂຄງ­ການ​ເຂື່ອນ​ໄຟ­ຟ້າ​ນ້ຳ­ບີ 1 2 ແລະ 3 ຈະ​ມີ​ການ​ກໍ່­ສ້າງ​ພ້ອມໆ​ກັນ​ທັງ 3 ເຂື່ອນ ຕາມ​ສາຍ​ນໍ້າ​ດຽວ​ກັນ ແຕ່​ລະ​ເຂື່ອນ​ປະ­ກອບ​ມີ​ເຄື່ອງ​ຈັກ​ຜະ­ລິດ​ໄຟ­ຟ້າ ເຂື່ອນ​ລະ 2 ໜ່ວຍ ເຂື່ອນ​ໄຟ­ຟ້າ​ນໍ້າ­ບີ 1 ມີ​ກຳ­ລັງ​ຕິດ​ຕັ້ງ 52 MW ເຂື່ອນ​ໄຟ­ຟ້າ​ນໍ້າ­ບີ 2 ມີ​ກຳ­ລັງ​ຕິດ​ຕິດ​ຕັ້ງ 71 MW ແລະ ເຂື່ອນ​ໄຟ­ຟ້າ​ນ້ຳ­ບີ 3 ມີ​ກຳ­ລັງ​ຕິດ​ຕັ້ງ 12 MW ເຊິ່ງ​ມີ​ກຳ­ລັງ​ຕິດ​ຕັ້ງ​ລວມ​ກັນ​ທັງ​ໝົດ 135 MW ສາ­ມາດ​ຜະ­ລິດ​ພະ­ລັງ­ງານ​ໄຟ­ຟ້າ​ທັງ 3 ເຂື່ອນ​ໄດ້ 554 ລ້ານ KMh ຕໍ່​ປີ ສາ­ມາດ​ສ້າງ​ລາຍ​ຮັບ​ໃຫ້​ແກ່​ບໍ­ລິ­ສັດ ປະ­ມານ 35 ລ້ານ​ໂດ​ລາ​ສະ­ຫະ­ລັດ​ຕໍ່​ປີ ແລະ ສ້າງ​ລາຍ​ຮັບ​ໃຫ້​ແກ່​ລັດ­ຖະ­ບານ ດ້ວຍ​ຮູບ​ແບບ​ອາ­ກອນ​ຕ່າງໆ ຄ່າ​ພາກ​ຫຼວງ ເງິນ​ປັນ​ຜົນ ແລະ ອື່ນໆ ສະ­ເລ່ຍ​ປະ­ມານ 18 ລ້ານ​ໂດ​ລາ​ຕໍ່​ປີ ຕະ­ຫຼອດ​ໃນ​ໄລ­ຍະ​ອາ­ຍຸ​ສຳ​ປະ­ທານ ແລະ ພາຍ­ຫຼັງ​ສິ້ນ​ສຸດ​ສຳ​ປະ­ທານ​ແລ້ວ ທາງ​ບໍ­ລິ­ສັດ​ຈະ​ໄດ້​ມອບ​ຊັບ​ສິນ​ທັງ​ໝົດ​ຂອງ​ໂຄງ­ການ​ໃຫ້​ແກ່​ລັດ­ຖະ­ບານ ເພື່ອ​ສືບ­ຕໍ່​ຄຸ້ມ​ຄອງ ແລະ ທຳ​ການ​ຜະ­ລິດ​ຕໍ່​ໄປ ໂດຍ​ບໍ່​ຄິດ​ຄ່າ​ໃດໆ ໂຄງ­ການ​ດັ່ງ­ກ່າວ​ແມ່ນ​ຈະ​ເລີ່ມ​ລົງ­ມື​ທຳ​ການ​ກໍ່­ສ້າງ​ຕົ້ນ​ປີ 2019 ນີ້ ແລະ ຄາດ­ໝາຍ​ສຳ­ເລັດ​ໃນ​ທ້າຍ​ປີ 2023.


ພາບ ແລະ ຂ່າວ: ນສພ ວຽງຈັນໃໝ່ 
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.