Header Ads

ພາຍໃນ 1 ອາທິດ ສະເພາະນະຄອນຫຼວງວຽງຈັນ ມີອຸບັດຕິເຫດເກີດ 30 ຄັ້ງ ເສຍຊີວິດທັງໝົດ 3 ຄົນ


ອາທິດຜ່ານມາ (27 ພະຈິກ-3 ທັນວາ 2018) ທົ່ວນະຄອນຫຼວງວຽງຈັນ (ນວ) ມີອຸບັດຕິເຫດເກີດຂຶ້ນທັງໝົດ 30 ຄັ້ງ, ພາຫະນະເປ່ເພ 47 ຄັນ, ຄົນໄດ້ຮັບບາດເຈັບ 36 ຄົນແລະ ເສຍຊີວິດທັງໝົດ 3 ຄົນ ສ້າງຜົນເສຍຫາຍ 1.069.000.000 ກວ່າກີບ.

ອີງຕາມການສະຫຼຸບປະຈໍາອາທິດຂອງຫ້ອງຕໍາຫຼວດ ປກສ ນວ ແຕ່ວັນທີ 27 ພະຈິກ-3 ທັນວາ 2018 ທົ່ວ ນວ ມີອຸບັດຕິເຫດເກີດຂຶ້ນທັງໝົດ 30 ຄັ້ງ, ພາຫະນະເປ່ເພທັງໝົດ 47 ຄັນ, ເປ່ເພເລັກໜ້ອຍ 19 ຄັນ, ສົມຄວນ 28 ຄັນ, ຄົນໄດ້ຮັບບາດເຈັບທັງໝົດ 36 ຄົນ, ບາດເຈັບເລັກໜ້ອຍ 8 ຄົນ, ສົມຄວນ 18 ຄົນ, ສາຫັດ 10 ຄົນ

ແລະ ເສຍຊີວິດ 3 ຄົນ; ສະເພາະເມື່ອງທີ່ເກີດອຸບັດຕິເຫດ ມີ: ເມືອງສີໂຄດຕະບອງ ແລະ ເມືອງໄຊທານີ ເກີດຂຶ້ນເມືອງລະ 9 ຄັ້ງ, ເມືອງສີສັດຕະນາກ ເກີດຂຶ້ນ 6 ຄັ້ງ, ເມືອງຫາດຊາຍຟອງ ແລະ ເມືອງຈັນທະບູລີ ເກີດຂຶ້ນເມືອງລະ 2 ຄັ້ງ, ເມືອງໄຊເສດຖາ ແລະ ເມືອງນາຊາຍທອງ ເກີດຂຶ້ນເມືອງລະ 1 ຄັ້ງ, ສ່ວນເມືອງສັງທອງ ແລະ ເມືອງປາກງື່ມ ແມ່ນບໍ່ເກີດອຸບັດຕິເຫດ.

ໃນວັນທີ 27 ພະຈິກ 2018 ເວລາ 13:10 ໂມງ ເກີດເຫດລົດຈັກຕໍາລົດຍົນຢູ່ເຂດບ້ານໂພນປ່າເປົ້າ ເມືອງສີສັດຕະນາກ ເຮັດໃຫ້ ທ້າວ ເລັ່ງຊົງ ອາຍຸ 16 ປີ ນັກຮຽນ ຢູ່ບ້ານດອນນົກຂຸ້ມ ເມືອງສີສັດຕະນາກ ຜູ້ຂັບຂີ່ລົດຈັກເສຍຊີວິດ; ເວລາ 4:00 ໂມງ ຂອງວັນທີ 1 ທັນວາ 2018 ເກີດເຫດລົດຈັກຕໍາກັບລົດຍົນ ຢູ່ເຂດບ້ານນາ ເມືອງໄຊທານີ ເຮັດໃຫ້ທ້າວ ຄໍາເຂ ອາຍຸ 22 ປີ

ພະນັກງານ ພັກເຊົາຢູ່ໂຮງຮຽນເວີນຄໍາ ເມືອງໄຊທານີ ຜູ້ຂັບຂີ່ລົດຈັກເສຍຊີວິດ ແລະ ໃນວັນດຽວກັນ, ເວລາດຽວກັນ ເກີດເຫດລົດຈັກຕໍາກັບລົດຍົນ ຢູ່ເຂດບ້ານນາ ເມືອງໄຊທານີ ເຮັດໃຫ້ທ້າວ ຄໍາຫຼ້າ ອາຍຸ 25 ປີ ພະນັກງານ ພັກເຊົາຢູ່ໂຮງຮຽນເວີນຄໍາ ເມືອງໄຊທານີ ຜູ້ຂັບຂີ່ລົດຈັກເສຍຊີວິດຄາທີ່.

ທີ່ມາ : ນສພ ຄວາມສະຫງົບ
© ໂຕະນໍ້າຊາ | tonamcha.com



Powered by Blogger.