Header Ads

ອະໄພຍະໂທດ ໃຫ້ນັກໂທດທີ່ມີຄວາມກ້າວໜ້າ 1.711 ຄົນ



ກົມ​ຕຳ­ຫຼວດ​ຄຸ້ມ​ຄັງ-ດັດ​ສ້າງ ກະ­ຊວງ​ປ້ອງ​ກັນ​ຄວາມ​ສະ­ຫງົບ ຈັດ​ພິ­ທີ​ອະ­ໄພ​ຍະ​ໂທດ​ໃຫ້​ນັກ­ໂທດ ປະ­ຈຳ​ປີ 2018 ຈັດ​ຂຶ້ນ​ວັນ​ທີ 30 ພະ­ຈິກ 2018 ຢູ່​ໂຮງ­ຮຽນ​ທິດ​ສະ​ດີ​ການ­ເມືອງ-ການ​ປົກ­ຄອງ ກະ­ຊວງ​ປ້ອງ​ກັນ​ຄວາມ​ສະ­ຫງົບ ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ ພົນ​ຕີ ສົມ​ຫວັງ ທຳ​ມະ​ສິດ ຮອງ​ລັດ­ຖະ­ມົນ­ຕີ ກະ­ຊວງ​ປ້ອງ​ກັນ​ຄວາມ​ສະ­ຫງົບ ມີ​ທ່ານ ພັນ​ເອກ ສົມ​ລິດ ດາວ​ຮຸ່ງ​ສຸ​ລິ ຫົວ­ໜ້າ​ກົມ​ຕຳ­ຫຼວດ​ຄຸມ​ຂັງ-ດັດ​ສ້າງ ພ້ອມ​ຜູ້­ຕາງ­ໜ້າ​ຈາກ​ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ທ່ານ ພັນ​ເອກ ສົມ​ລິດ ດາວ​ຮຸ່ງ​ສຸ​ລິ ກ່າວ​ວ່າ: ການ​ອະ­ໄພ​ຍະ​ໂທດ​ໃຫ້​ນັກ­ໂທດ​ຄັ້ງ​ນີ້ ແມ່ນ​ການ​ປະ­ຕິ­ບັດ​ນະ­ໂຍ­ບາຍ​ດ້ານ​ມະ­ນຸດ­ສະ­ທຳ​ຂອງ​ພັກ ແລະ ລັດ­ຖະ­ບານ​ລາວ ເຮັດ​ໃຫ້​ນັກ­ໂທດ​ບຸກ​ໜ້າ​ບືນ​ຕົວ​ເຝິກ­ຝົນ​ຫຼໍ່​ຫຼອມ ດັດ​ສ້າງ​ຕົນ​ເອງ​ໃຫ້​ກາຍ­ເປັນ​ພົນ­ລະ­ເມືອງ​ດີ​ຂອງ​ຊາດ ຂອງ​ສັງ­ຄົມ ແລະ ເພື່ອ​ສາ­ກົນ​ຮັບ​ຮູ້-ເຂົ້າ­ໃຈ​ຕໍ່​ແນວ­ທາງ​ນະ­ໂຍ­ບາຍ​ດ້ານ​ມະ­ນຸດ­ສະ­ທຳ​ຂອງ​ພັກ ແລະ ລັດ­ຖະ­ບານ​ລາວ.

ການ​ອະ­ໄພ​ຍະ​ໂທດ​ໃຫ້​ນັກ­ໂທດ ປະ­ຈຳ​ປີ 2018 ຂອງ​ຄ້າຍ​ສູນ​ກາງ 55 ຄົນ ຍິງ 8 ຄົນ ຕ່າງ­ປະ­ເທດ 2 ຄົນ (ສັນ­ຊາດ​ຫວຽດ­ນາມ) ໃນ​ນີ້​ມີ​ຄະ­ດີ​ຢາ​ເສບ​ຕິດ 53 ຄົນ ຍິງ 6 ຄົນ ຄະ­ດີ​ທົ່ວ​ໄປ 2 ຄົນ ຜ່ອນ​ໂທດ 203 ຄົນ ຍິງ 23 ຄົນ ຕ່າງ­ປະ­ເທດ 11 ຄົນ ຍິງ 3 ຄົນ (ຄົນ​ໄທ 4 ຄົນ ຍິງ 3 ຄົນ ມຽນ​ມາ 3 ຄົນ ຫວຽດ­ນາມ 2 ຄົນ ແຍກ​ຄະ­ດີ​ຢາ​ເສບ​ຕິດ 183 ຄົນ ຍິງ 17 ຄົນ ຄະ­ດີ​ທົ່ວ​ໄປ 20 ຄົນ ຍິງ 6 ຄົນ ຕ່າງ­ປະ­ເທດ 2 ຄົນ (ສັນ­ຊາດ​ຫວຽດ­ນາມ) ໂທດ​ຕະ­ຫຼອດ​ຊີ­ວິດ​ລົງ​ມາ​ເປັນ​ໂທດ​ທີ່​ມີ​ກຳ­ນົດ 3 ຄົນ (ຄະ­ດີ​ຢາ​ເສບ​ຕິດ).


ດຳ­ລັດ​ຂອງ​ປະ­ທານ​ປະ­ເທດ ສປປ ລາວ ວ່າ​ດ້ວຍ​ການ​ໃຫ້​ອະ­ໄພ​ຍະ​ໂທດ​ນັກ­ໂທດ ທີ່​ມີ​ຄວາມ​ກ້າວ­ໜ້າ​ໃນ​ທົ່ວ​ປະ­ເທດ ໃນ​ໂອ­ກາດ​ວັນ­ຊາດ​ທີ 2 ທັນ­ວາ 2018 ຄົບ­ຮອບ 43 ປີ ປະ­ທານ​ປະ­ເທດ​ແຫ່ງ ສປປ ລາວ ອອກ­ດຳ­ລັດ ຕົກ­ລົງ​ອະ­ໄພ​ຍະ​ໂທດ​ໃຫ້​ນັກ­ໂທດ 1.711 ຄົນ ຍິງ 300 ຄົນ ຕ່າງ­ປະ­ເທດ 28 ຄົນ ຍິງ 11 ຄົນ ອະ­ໄພ​ຍະ​ໂທດ​ດ້ວຍ​ການ​ຫຼຸດ­ຜ່ອນ​ໂທດ​ໃຫ້​ນັກ­ໂທດ 1.364 ຄົນ ຍິງ 234 ຄົນ ຄົນ ຕ່າງ­ປະ­ເທດ 24 ຄົນ ຍິງ 9 ຄົນ (ຈີນ 2 ຄົນ ຍິງ 1 ຄົນ ໄທ 5 ຄົນ ຍິງ 4 ຄົນ ຫວຽດ­ນາມ 12 ຄົນ ຍິງ 4 ຄົນ ມຽນ​ມາ 5 ຄົນ) ໃນ​ນີ້ ນັກ­ໂທດ​ຄະ­ດີ​ຢາ​ເສບ​ຕິດ 1.281 ຄົນ ຍິງ 219 ຄົນ​ຕ່າງ­ປະ­ເທດ 20 ຄົນ ຍິງ 8 ຄົນ ຫຼຸດ­ຜ່ອນ​ໂທດ​ຈາກ​ໂທດ​ຕະ­ຫຼອດ​ຊີ­ວິດ​ມາ​ເປັນ​ໂທດ​ທີ່​ມີ​ກຳ­ນົດ 20 ປີ 15 ຄົນ ຍິງ 8 ຄົນ ນັກ­ໂທດ​ຄະ­ດີ​ທົ່ວ​ໄປ 83 ຄົນ ຍິງ 15 ຄົນ ຕ່າງ­ປະ­ເທດ 4 ຄົນ ຍິງ 1 ຄົນ ແລະ ອະ­ໄພ​ຍະ​ໂທດ​ດ້ວຍ​ການ​ປ່ອຍ​ຕົວ​ນັກ­ໂທດ 347 ຄົນ ຍິງ 66 ຄົນ ຄົນ​ຕ່າງ­ປະ­ເທດ 4 ຄົນ ຍິງ 2 ຄົນ (ຫວຽດ­ນາມ 4 ຄົນ ຍິງ 2 ຄົນ).


ທີ່ມາ: ນສພ ວຽງຈັນໃໝ່
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.