Header Ads

ອົງການກາແດງມອບເຄື່ອງຊ່ວຍເຫຼືອໃຫ້ 2 ໂຮງຮຽນ ທີ່ແຂວງສາລະວັນ




ໃນວັນທີ 28 ພະຈິກ 2018 ຜ່ານມານີ້ ອົງການກາແດງແຂວງສາລະວັນໄດ້ນຳເອົາເຄື່ອງຊ່ວຍເຫຼືອໄປມອບໃຫ້ 2 ໂຮງຮຽນຄື: ໂຮງຮຽນ ມໍສ ພຣະສົງບ້ານວັດກາງ ແລະ ໂຮງຮຽນ ມໍສໍ ຊົນເຜົາ ແຂວງສາລະວັນ, ເຄື່ອງທີ່ນຳໄປມອບລວມມີ, ໜີ, ປ້ອງປາ, ປ໋ອງຜັກກາດດອກ, ທຽນໄຂ, ຢາກັນຍຸງ, ຖົງຢາປະຈຳບ້ານ, ເຂົ້າຈ້າວ ແລະເຂົ້າໜຽວລ່ວມເປັນມູນຄ່າທັງໝົດ 17 ລ້ານກວ່າກີບ.



ຈາກນັ້ນທ່ານ ອິນປົງ ຈັນທະມາດ ຫົວໜ້າອົງການກາແດງແຂວງສາລະວັນກໍ່ໄດ້ໃຫ້ກຽດຂື້ນມອບເຄື່ອງຈຳນວນດັ່ງກ່າວໃຫ້ 2 ໂຮງຮຽນ, ຕ່າງໜ້າໂຮງຮຽນ ມໍສໍ ພຣະສົງ ຮັບໂດຍພຣະ ອາຈານ ອຸພະລັງສີ ວົງສາລີ ຄະນະ ອພສ ແຂວງ ແລະທ່ານ ສົມນຶກ ຄຳມະວົງ ຮອງຜູ້ອຳນວຍການ ມໍສໍ ພຣະສົງ, ຕ່າງໜ້າໂຮງຮຽນ ມໍສໍ ຊົນເຜົາ ແຂວງສາລະວັນຮັບ ທ່ານ ສັງທອງ ອາດວີໄລ ຮັກສາການອຳນວຍການໂຮງຮຽນ ມໍສໍ ຊົນເຜົ່າໂດຍຊ່ອງໜ້າພາກສ່ວນຄູອາຈານ ແລະນ້ອງນ້ອຍນັກຮຽນ, ຈາກນັ້ນທັງ 2 ໂຮງຮຽນກໍ່ໄດ້ມອບໃບຂອບໃຈໃຫ້ອົງການກາແດງແຂວງສາລະວັນ

ພາບ-ຂ່າວ: ສິດຕາ ເພັດວົງສາ (ນສພ ສາລະວັນ)
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.